ພິທີ ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

10:02 | 27/08/2019

ໃນວັນທີ 26 ສິງຫາ 2019, ທີ່ ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຊຶ່ງສິ່ງເສດເຫຼືອດັ່ງກ່າວແມ່ນຜົນສໍາເລັດທີ່ໄດ້ຮັບຈາກການປະຕິບັດງານຮ່ວມຢູ່ພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາ ໃນວຽກງານສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA) ຄັ້ງທີ 05 ປະຈໍາປີ 2018-2019, ຢູ່ ເຂດເມືອງວຽງໄຊ, ແຂວງຫົວພັນ.

ພິທີ ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ພິທີ ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ໂດຍຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມຣິກາ ແມ່ນ ທ່ານ ນາງ Rena Bitter, ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ.(ພາບ:ວິຊຸນ ວໍລະພົມ/ກົມການຂ່າວ, ກະຊວງການຕ່າງປະເທດ)

ການຈັດຕັ້ງພິທີມອບ-ຮັບສິ່ງເສດເຫຼືອຂຶ້ນໃນຄັ້ງນີ້, ໂດຍຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ເປັນກຽດເຂົ້າຮ່ວມ ແລະ ທັງເປັນຜູ້ກ່າວມອບ, ສ່ວນຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມຣິກາ ແມ່ນ ທ່ານ ນາງ Rena Bitter, ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ເປັນຜູ້ກ່າວຮັບ. ນອກນີ້, ຍັງມີເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ນະຄອນຫຼວງວຽງຈັນ, ມີບັນດາພະນັກງານວິຊາການສອງຝ່າຍ ລາວ-ອາເມຣິກາ ທີ່ເຮັດວຽກຕົວຈິງໃນພາກສະໜາມຈໍານວນໜຶ່ງ ກໍໄດ້ເຂົ້າຮ່ວມ, ລວມທັງໝົດ 100 ກວ່າຄົນ. ການສໍາຫຼວດ ແລະ ຂຸດຄົ້ນຄັ້ງນີ້ ໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາ ຢູ່ໃນ 02 ກໍລະນີ ຢູ່ເຂດບ້ານນາແທ່ນ, ເມືອງວຽງໄຊ, ແຂວງຫົວພັນ.

ພິທີ ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ການກະກຽມເຄື່ອນຍ້າຍ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.

ຕະຫຼອດໄລຍະເວລາ 30 ກວ່າປີ ແຫ່ງການຮ່ວມມືສອງຝ່າຍ ລາວ-ອາເມຣິກາ ໃນການດໍາເນີນວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ລັດຖະບານ ແຫ່ງ ສປປ ລາວ ກໍຄື ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນພໍ່ແມ່ປະຊາຊົນໃນຂົງເຂດທີ່ມີການສໍາຫຼວດ ແລະ ຂຸດຄົ້ນຕົວຈິງ ໄດ້ໃຫ້ຄວາມເອົາໃຈໃສ່ຮ່ວມມືກັບຝ່າຍອາເມຣິກາຫຼາຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້ຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງຕົນ, ອັນໄດ້ເຮັດໃຫ້ການປະຕິບັດງານຮ່ວມສອງຝ່າຍ (JFAs) ໄດ້ຮັບຜົນສໍາເລັດທີ່ເປັນໜ້າເພີ່ງພໍໃຈຕະຫຼອດມາ. ຫວັງວ່າຝ່າຍອາເມຣິກາຈະມີຄວາມເຂົ້າອົກເຂົ້າໃຈ ກ່ຽວກັບ ການຮ່ວມມືດ້ານວຽກງານນີ້ ແລະ ຈະສືບຕໍ່ຄວາມພະຍາຍາມຮ່ວມກັນເພີ່ມຂຶ້ນ ບົນຈິດໃຈແຫ່ງການຮ່ວມມື ແລະ ການເປັນຄູ່ຮ່ວມມືແບບກວມລວມອັນແທ້ຈິງ ແລະ ຈິງໃຈ, ເພື່ອເຮັດໃຫ້ການປະຕິບັດງານຮ່ວມກັນດັ່ງກ່າວບັນລຸເປົ້າໝາຍທີ່ວາງໄວ້ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ ແລະ ອາເມຣິກາ.

ພິທີ ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ຂະບວນການເຄື່ອນຍ້າຍສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.

ນັບແຕ່ມີການຮ່ວມມືກັນເພື່ອດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຈົນມາຮອດປະຈຸບັນ, ສອງຝ່າຍ ໄດ້ຂຸດຄົ້ນພົບສິ່ງເສດເຫຼືອທະຫານອາເມຣິກາ, ໄດ້ຈັດສົ່ງ ແລະ ສັນລະສູດວ່າ ແມ່ນສິ່ງເສດເຫຼືອຂອງທະຫານອາເມຣິກາແທ້ ຈໍານວນ 287 ຄົນ ຫຼື ເທົ່າກັບ 50% ຂອງຈໍານວນທັງໝົດ ແລະ ຍັງອີກ 286 ຄົນ ທີ່ຝ່າຍອາເມຣິກາຈໍາເປັນຕ້ອງໄດ້ຮ່ວມມືກັບຝ່າຍລາວ ໃນການສືບຕໍ່ຄົ້ນຫາ. ຕໍ່ບັນຫານີ້, ລັດຖະບານລາວ ຈະສືບຕໍ່ໃຫ້ການຮ່ວມມືກັບຝ່າຍອາເມຣິກາ ອີງຕາມຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງຂອງຕົນ ກໍຄື ບັນຍາກາດແຫ່ງການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ອາເມຣິກາ ໃນອະນາຄົດ.

(ກົມການຂ່າວ, ກະຊວງການຕ່າງປະເທດ)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.