ສານທະຫານສອງປະເທດ ຫວຽດນາມ - ລາວ ແລກປ່ຽນດ້ານວິຊາສະເພາະ

23:15 | 31/08/2019

ຍສໝ - ໃນຕອນເຊົ້າຂອງວັນທີ 30 ສິງຫາ 2019, ທີ່ຮ່າໂນ້ຍ, ທ່ານພັນເອກ ຟ້າມມິງຄອຍ, ປະທານສານທະຫານນະຄອນຫຼວງຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບ ແລະ ແລກປ່ຽນບົດຮຽນວຽກງານກັບຄະນະພະນັກງານສານທະຫານແຫ່ງ ສປປ ລາວ, ນໍາໂດຍທ່ານນາງພັນໂທ ວົງພອນ ສຸວັນນາຈັກ ຫົວໜ້າຄະນະຄຸ້ມຄອງວິຊາສະເພາະ ແລະ ສະຖິຕິ, ຜູ້ພິພາກສາສານທະຫານແຫ່ງ ສປປ ລາວ.

ສານທະຫານສອງປະເທດ ຫວຽດນາມ - ລາວ ແລກປ່ຽນດ້ານວິຊາສະເພາະ

ບັນຍາກາດທີ່ການຕ້ອນຮັບ.(ພາບ:congly.vn)

ທີ່ການຕ້ອນຮັບ, ທ່ານພັນເອກ ຟ້າມມິງຄອຍ ໃຫ້ຮູ້ວ່າ: ໃນວຽກງານແກ້ໄຂຄະດີ, ສານທະຫານນະຄອນຫຼວງຮ່າໂນ້ຍ ຍາມໃດກໍ່ຊາບຊຶມການຊີ້ນໍາຈາກຄະນະປະຈຳຄະນະພັກກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ແລະ ຫ້ອງການເມືອງ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ການແນະນໍາກ່ຽວກັບວິຊາສະເພາະ, ວິຊາການຂອງສານປະຊາຊົນສູງສູດ, ສານທະຫານສູນກາງ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການດໍາເນີນຄະດີຢູ່ບໍລິເວນ, ຮັບປະກັນຄວາມຖືກຕ້ອງກັບກົດໝາຍ ແລະຊັດເຈນໃຫ້ໄດ້ 100% ຂອງບັນດາຄະດີທີ່ນຳມາພິພາກສາ.

ສານທະຫານສອງປະເທດ ຫວຽດນາມ - ລາວ ແລກປ່ຽນດ້ານວິຊາສະເພາະ

ທ່ານພັນເອກ ຟ້າມມິງຄອຍ ກ່າວຄໍາເຫັນທີ່ການຕ້ອນຮັບ.(ພາບ:congly.vn)

ສານທະຫານສອງປະເທດ ຫວຽດນາມ - ລາວ ແລກປ່ຽນດ້ານວິຊາສະເພາະ

ທ່ານນາງພັນໂທ ວົງພອນ ສຸວັນນາຈັກ ກ່າວຄໍາເຫັນທີ່ການຕ້ອນຮັບ.(ພາບ:congly.vn)


ທີ່ການຕ້ອນຮັບ, ທ່ານນາງພັນໂທ ວົງພອນ ສຸວັນນາຈັກ ໄດ້ສະແດງຄວາມຂອບອົກຂອບໃຈການຕ້ອນຮັບອັນອົບອຸ່ນຂອງສານທະຫານນະຄອນຫຼວງຮ່າໂນ້ຍ ແລະປາດຖະໜາວ່າ ໃນໄລຍະຈະມາເຖິງ, ສານທະຫານສອງປະເທດເວົ້າລວມ ແລະສານທະຫານນະຄອນຫຼວງຮ່າໂນ້ຍ ເວົ້າສະເພາະຈະສະໜິດຕິດພັນກັນຢ່າງບໍ່ຢຸດຢັ້ງ, ມີການແລກປ່ຽນ, ຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງໃນທຸກຂົງເຂດກວ່າອີກເພື່ອໃຫ້ຖັນແຖວພະນັກງານສານທະຫານລາວ ມີໂອກາດໄດ້ຮໍ່າຮຽນ, ຍົກສູງລະດັບຄວາມຮູ້ຢ່າງຮອບດ້ານ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ຂອງສານທະຫານແຫ່ງ ສປປ ລາວ.

(ໄຊພອນ)

ເຫດການ