ກອງບັນຊາການທະຫານແຂວງຈຳປາສັກ ຢ້ຽມຢາມກອງບັນຊາການທະຫານແຂວງບິງດີງ

14:30 | 28/08/2019

ຫວ່າງບໍ່ດົນມານີ້, ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານກອງບັນຊາ ການທະຫານແຂວງຈຳປາສັກ ພ້ອມດ້ວຍຄະນະໄດ້ໄປຢ້ຽມ ຢາມແລກປ່ຽນບົດຮຽນກັບ ກອງບັນຊາການທະຫານແຂວງ ບິງດີງ ສສ ຫວຽດນາມ ໂດຍ ໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກສະຫາຍ ພັນເອກ ຟາມຮີ້ວ ລົກ ຄະນະປະຈຳພັກແຂວງ ຫົວ ໜ້າການທະຫານກອງບັນຊາ ການທະຫານແຂວງບິງດີງ.

ກອງບັນຊາການທະຫານແຂວງຈຳປາສັກ ຢ້ຽມຢາມກອງບັນຊາການທະຫານແຂວງບິງດີງ

ກອງບັນຊາການທະຫານແຂວງຈຳປາສັກ ຢ້ຽມຢາມກອງບັນຊາການທະຫານແຂວງບິງດີງ

ໂອກາດນີ້ ສະຫາຍ ພັນເອກ ຟາມຮີ້ວລົກ ໄດ້ກ່າວລາຍງານ ສະພາບຈຸດພິເສດຂອງແຂວງ ການເຄື່ອນໄຫວເຮັດວຽກງານ ປກຊ-ປກສ ແລະ ການພັດທະ ນາເສດຖະກິດ-ສັງຄົມ ພາຍໃນ ແຂວງບິງດີງໂດຍຫຍໍ້ ທັງສອງ ຝ່າຍໄດ້ພ້ອມກັນຕີລາຄາສູງຕໍ່ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງ ກັນ ແລະ ກັນລະຫວ່າງສອງພັກ- ສອງລັດກໍຄືສອງກອງທັບ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ ໂດຍສະເພາະກໍແມ່ນ ກອງບັນຊາການທະຫານແຂວງ ບິງດີງ ແລະ ແຂວງຈໍາປາສັກຕະ ຫຼອດໄລຍະທີ່ຜ່ານມາ ແລະ ສືບຕໍ່ ຮ່ວມມືຊ່ວຍເຫຼືອຢ່າງຮອບດ້ານ ເປັນຕົ້ນແມ່ນກອງບັນຊາການທະ ຫານແຂວງບິງດີງ ຈະສຶບຕໍ່ລົງ ເລິກການປັບປຸງກໍ່ສ້າງກຳລັງ ແລະ ການພັດທະນາກົມກອງຢູ່ ກອງບັນຊາການທະຫານແຂວງ ຈຳປາສັກ ໃຫ້ນັບມື້ມີຄວາມເຂັ້ມ ແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດດຽວກັນນີ້ສະຫາຍຫົວ ໜ້າກອງບັນຊາການທະຫານ ແຂວງຈຳປາສັກໄດ້ສືບຕໍ່ຢ້ຽມ ຢາມກອງພັນທະຫານຮາບ 739 ແລະ ກອງບັນຊາການທະຫານ ເມືອງອັນເຍີນ ແຂວງບິງດີງ ພ້ອມທັງໄດ້ມອບເຄື່ອງບໍລິໂພກ ຈຳນວນໜຶ່ງໃຫ້ 2 ກົມກອງອີກ ດ້ວຍ ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມໃນຄັ້ງນີ້ກໍ ເພື່ອເປັນການສືບຕໍ່ເສີມສ້າງ ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ , ຫວຽດນາມ- ລາວ ທີ່ມີມູນ ເຊື້ອອັນດີງາມມາແຕ່ດົນນານ ໂດຍສະເພາະກໍ ແມ່ນກອງບັນ ຊາການທະຫານ ແຂວງຈຳປາ ສັກ-ກອງບັນຊາການທະຫານ ແຂວງບິງດີງໃຫ້ນັບມື້ແໜ້ນແຟ້ນ ຈະເລີນງອກງາມຍິ່ງໆຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: Lao people's Army News)

ເຫດການ
302 Found

Found

The document has moved here.