ພົບປະເຈລະຈາກ່ຽວກັບການຝຶກອົບຮົມ ລະຫວ່າງ ນາຍທະຫານຊາວໜຸ່ມກອງທັບ ສປປ.ລາວ ແລະ ສສ. ຫວຽດນາມ

09:07 | 04/09/2019

ຍສໝ - ຕອນບ່າຍວັນທີ 3 ກັນຍາ, ຢູ່ຮ່າໂນ້ຍ, ນາຍທະຫານຊາວໜຸ່ມກອງທັບປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນລາວ ໄດ້ມີການພົບປະເຈລະຈາ ກ່ຽວກັບການເຄື່ອນໄຫວຂອງສະຫະພັນຊາວໜຸ່ມ ໃນປີ 2019.

ພາຍໃຕ້ການນຳພາຂອງ ຫົວໜ້າຄະນະຜູ້ແທນສອງຝ່າຍ, ທ່ານພັນເອກ ຫງວຽນ ດຶກ ເກື່ອງ, ຮອງຫົວໜ້າ ຄະນະຊາວ ໜຸ່ມກອງທັບ ແລະ ທ່ານພັນຕີ ທະນິນ ບູນເນົາ, ຫົວໜ້າຄະນະເຝິກອົບຮົມກອງທັບ, ຈັດຕັ້ງ, ຫ້ອງການ ກອງທັບລາວ (ພະແນກຊາວໜຸ່ມກອງທັບປະຊາຊົນລາວ), ຄະນະຜູ້ແທນຄະນະຊາວໜຸ່ມ ກອງທັບສອງປະເທດໄດ້ສຸມໃສ່ປຶກສາຫາລື ແລະ ແລກປ່ຽນມາດຕະການຕ່າງໆ ເພື່ອຊຸກຍູ້ວຽກງານຊາວໜຸ່ມ ໃນກອງທັບຂອງແຕ່ລະປະເທດ ແລະ ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງຊາວໜຸ່ມກອງທັບສອງປະເທດໃນຫຼາຍດ້ານ, ຫຼາຍຢ່າງ ເພື່ອຮັກສາ ແລະ ພັດທະນາສາຍພົວພັນລະຫວ່າງສອງປະເທດ ແລະ ສອງກອງທັບໃນສະພາບການຂອງໂລກ ແລະ ພາກພື້ນໃນປະຈຸບັນ.

ພົບປະເຈລະຈາກ່ຽວກັບການຝຶກອົບຮົມ ລະຫວ່າງ ນາຍທະຫານຊາວໜຸ່ມກອງທັບ ສປປ.ລາວ ແລະ ສສ. ຫວຽດນາມ

ທັດສະນີຍະພາບ ຂອງກອງປະຊຸມ. (ພາບ: tienphong.vn)

ພ້ອມກັນນັ້ນ, ບັນດາແນວຄວາມຄິດທີ່ແລກປ່ຽນໃນການໂອ້ລົມສົນທະນາກໍ່ໄດ້ກ່າວເຖິງມາດຕະການ, ແບບຢ່າງ, ວິທີການທີ່ມີປະສິດທິຜົນຂອງຊາວໜຸ່ມກອງທັບ ສອງປະເທດ. ຕາມທ່ານພັນເອກ ຫງວຽນ ດຶກ ເກື່ອງ ແລ້ວ, ກ່ຽວກັບວຽກງານຊາວໜຸ່ມ, ໃນຊຸມປີທີ່ຜ່ານມາ ໄດ້ມີການແລກປ່ຽນຕົວຈິງດ້ານການທະຫານໜຸ່ມ ລະຫວ່າງສອງຝ່າຍ. ຄະນະກຳມະການຊາໜຸ່ມທະຫານ (ກົມການເມືອງກອງທັບປະຊາຊົນຫວຽດນາມ) ແລະ ພະແນກຄຸ້ມຄອງຊາວໜຸ່ມກອງທັບລາວ ໄດ້ມີການຝືກອົບຮົມເພື່ອແລກປ່ຽນປະສົບການວິຊາສະເພາະໃຫ້ແກ່ ວຽກງານສະຫະພັນຊາວໜຸ່ມ ແລະ ການເຄື່ອນໄຫວຊາວໜຸ່ມ ໃຫ້ພະນັກງານກອງທັບປະຊາຊົນລາວ.

ພົບປະເຈລະຈາກ່ຽວກັບການຝຶກອົບຮົມ ລະຫວ່າງ ນາຍທະຫານຊາວໜຸ່ມກອງທັບ ສປປ.ລາວ ແລະ ສສ. ຫວຽດນາມ

ຄະນະຜູ້ແທນກອງທັບປະຊາຊົນຂອງສອງປະເທດໄດ້ມອບຂອງທີ່ລະລຶກ. (ພາບ: tienphong.vn)

ຊຸດຝຶກອົບຮົມຄັ້ງນີ້ປະກອບມີ 3 ກຸ່ມເນື້ອໃນເຊິ່ງສົມທົບ ທິດສະດີກັບກິດຈະກຳປະຕິບັດ ແລະ ເພີ່ມເຕີມຕ່າງໆເຊັ່ນ: ການຢ້ຽມຢາມຮູບແບບພົ້ນເດັ່ນ, ກິດຈະກຳເປັນສັນຍະລັກ ຂອງຊາວໜຸ່ມກອງທັບປະຊາຊົນຫວຽດນາມ; ຢ້ຽມຢາມບາງສະຖານທີ່ປະຫວັດສາດປະຕິວັດ, ວັດທະນະທຳ, ທັດສະນີຍະພາບ... ຜ່ານນັ້ນບໍ່ພຽງແຕ່ຍົກສູງລະດັບຄວາມຮູ້, ທັກສະວິຊາຊີບເທົ່ານັ້ນ, ຫາກຍັງຊ່ວຍໃຫ້ພະນັກງານໜຸ່ມ ລາວເຂົ້າໃຈປະຫວັດສາດ, ປະເພນີ, ວັດທະນະທຳ, ປະເທດ, ປະຊາຊົນ ແລະ ກອງທັບປະຊາຊົນຫວຽດນາມຢ່າງດີກວ່າ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານພົນໂທ ທະນິນ ບູນເນົາ ໃຫ້ຮູ້ວ່າ, ບັນດານາຍທະຫານໜຸ່ມ ຂອງສອງປະເທດຄວນເພີ່ມທະວີການແລກປ່ຽນ ແລະ ຮ່ວມມືຄະນະຜູ້ແທນລະຫວ່າງບັນດາ ນາຍທະຫານໜຸ່ມ ຂອງສອງປະເທດ. ພ້ອມດຽວກັນນີ້, ທ່ານ ທະນິນ ບູນເນົາ ຍັງໄດ້ຕີລາຄາຢ່າງສູງ ເຖິງການຊ່ວຍເຫຼືອຢ່າງຈິງໃຈຂອງກອງທັບປະຊາຊົນຫວຽດນາມໃນການສະໜັບສະໜູນ ການຝຶກອົບຮົມໃຫ້ນາຍທະຫານໜຸ່ມ ລາວ ແລະ ກໍ່ສ້າງສິ່ງອຳນວຍຄວາມສະດວກ ແລະ ສະໜັບສະໜູນ ຫຼາຍດ້ານສຳລັບສປປລາວ…

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.