ຍສໝ - ທ່ານນາງເອກອັກຄະລັດຖະທູດ ດັ້ງທິທູຮ່າ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງປະຊາຊົນໃນຂະບວນການກະກຽມສ້າງຕັ້ງສະມາຄົມ ກໍ່ຄື ສົມທົບກັບສະຖານທູດຫວຽດນາມ ປະຈຳ ມາຣົກ ແລະ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເຊື່ອມໂຍງເຂົ້າກັບປະຊາຄົມໃນໄລຍະຜ່ານມາ.
ຍສໝ - ສະຫາຍ ຫງວຽນຈ້ອງເຫງ້ຍ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານທີ່ມີຄວາມໝາຍປະຫວັດສາດ ເຊິ່ງ ລາວ ຍາດມາໄດ້ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່ ແລະບັນດາໝາກຜົນສຳຄັນ ພາຍຫຼັງຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເປັນເວລາກວ່າ 1 ປີ...
ທ່ານ ດັ້ງຮ່ວາງຢາງ ເນັ້ນໜັກວ່າ: ຫວຽດນາມ ຈະປຶກສາຫາລືກັບບັນດາຝ່າຍຢ່າງແໜ້ນແຟ້ນ ເພື່ອຮັບປະກັນແຫຼ່ງກຳລັງຢ່າງມີປະສິດທິຜົນ ໃຫ້ແກ່ວິວັດທະນາການສັນຕິພາບ ແລະ ຈະສືບຕໍ່ປະກອບສ່ວນຢ່າງມີຄວາມໝາຍເຂົ້າໃນຄວາມມານະພະຍາຍາມຮັກສາ ແລະ ສ້າງສັນຕິພາບ.
ໂດຍໄດ້ຮັບຄໍາເຊີນຂອງທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດລາວ ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນ ລະຫວ່າງວັນທີ 25-27 ເມສາ ປີ 2022.
ຍສໝ - ວັນທີ 26 ເມສານີ້, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຟຸ່ງແຄັງໄຕ ແລະ ຮອງປະທານຄະນະກຳມະການສູນກາງແນວລາວສ້າງຊາດ ຈັນແພງ ສຸດທິວົງ ໄດ້ເປັນປະທານກອງປະຊຸມທາງໄກລະຫວ່າງສອງອົງການເພື່ອແນໃສ່ແລກປ່ຽນ ແລະ ປຶກສາຫາລືເນື້ອໃນກ່ຽວກັບການເຄື່ອນໄຫວຮ່ວມມືໃນປີ 2022.
ໄລ່ມາຮອດປະຈຸບັນ, ຫວຽດນາມ ໄດ້ຈັດສົ່ງນາຍທະຫານ 76 ເທື່ອຄົນໄປປະຕິບັດໜ້າທີ່ສ່ວນບຸກຄົນ ແລະ ພົນທະຫານ 189 ຄົນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.
ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະພິຈາລະນາ ແລະ ແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບລະບອບລະບຽບການ ແນໃສ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ 2 ຝ່າຍຮ່ວມມືກັນຢ່າງມີປະສິດທິຜົນກວ່າເກົ່າ.
ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 7 ປີ 2022 ຫາກໍ່ດຳເນີນຢູ່ເມືອງ ກ໋ວາງຮວາ, ແຂວງກາວບັ່ງ (ຫວຽດນາມ) ແລະ ເມືອງ ລອງເຊົາ, ແຂວງ ກ໋ວາງຊີ (ຈີນ). ການເຄື່ອນໄຫວນີ້ສະແດງໃຫ້ເຫັນຄວາມຮັບຮູ້ລວມທີ່ສຳຄັນ ລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດ ຕັດສິນໃຈປັບປຸງນ້ຳໃຈສາມັກຄີມິດຕະພາບ ລະຫວ່າງ ຈີນ - ຫວຽດນາມ ໃຫ້ຫຼາຍກ່ວາອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືຢ່າງແທດຈິງ, ພ້ອມກັນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມີສະຖຽນລະພາບ.
ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຂອງທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້ ໃນລະຫວ່າງວັນທີ 25 – 27 ເມສາ, ສື່ມວນຊົນ ລາວ ໄດ້ພ້ອມກັນລົງຂ່າວ ແລະ ບົດຍ້ອງຍໍຊົມເຊີຍກ່ຽວກັບນ້ຳໃຈສາມັກຄີແບບພິເສດ ລະຫວ່າງ ລາວ - ຫວຽດນາມ, ກໍ່ຄືມູນເຊື້ອສະຫງ່າອົງອາດຂອງສອງຊາດ.
ຍສໝ - ຕາມຫ້ອງການການຄ້າເອີລົບປະຈໍາຫວຽດນາມ (EuroCham) ແລ້ວ, ຫຼາຍກວ່າ 2/3 ຈໍານວນຄົນທີ່ຖືກຖາມເຊື່ອວ່າ ເສດຖະກິດຫວຽດນາມຈະມີທ່າອ່ຽງໝັ້ນຄົງ ແລະ ມີການປັບປຸງໃນໄຕມາດ 2/2022, ມີການເພີ່ມຂຶ້ນ ເມື່ອທຽບໃສ່ກັບລະດັບ 58% ຂອງໄຕມາດ 4/2021.
ຍສໝ - ໃນຖານະເປັນຄູອາຈານຫວຽດນາມ ໂດຍກະຊວງສຶກສາ ແລະບຳລຸງສ້າງຫວຽດນາມ ຄັດເລືອກໄປສອນພາສາຫວຽດ ແລະ ວັດທະນະທຳຫວຽດນາມ, ຂ້າພະເຈົ້າຮູ້ສຶກເປັນກຽດ ແລະເຂົ້າໃຈຄວາມຮັບຜິດຊອບຂອງຕົນໃນການຮັດແໜ້ນນ້ຳໃຈສາມັກຄີມິດຕະພາບຂອງສອງປະເທດ. ຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເຮັດວຽກງານທີ່ໄດ້ຮັບມອບຫມາຍໃຫ້ສໍາເລັດເປັນຢ່າງດີ.
ຍສໝ - ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ສາມັກຄືແບບພິເສດ ແລະ ການຮ່ວມຮອບດ້ານ ລະຫວ່າງ ລາວ-ຫວຽດ ນາມ ໄດ້ຖືກບັນດາການນໍາທຸກຮຸ່ນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດທຸ່ມເທເຫື່ອແຮງເພີ່ມພູນຄູນສ້າງ.
ຍສໝ - ວັນທີ 26/4 ຢູ່ທີ່ເວວລິງຕັນ. ເອກອັກຄະລັດຖະທູດຫວຽດນາມປະຈຳນິວຊີແລນ ຫງວຽນວັນຈຸງ (ຕາງໜ້າລັດຖະບານຫວຽດນາມ) ແລະບັນດາຜູ້ນຳຂັ້ນສູງໝູ່ເກາະ ກຸກກີ ທີ່ນິວຊີແລນ ອາລີຊາເບດ ໄວຣ໌-ໂກເຕກ້າ (ຕາງໜ້າລັດໝູ່ເກາະກຸກ) ໄດ້ລົງນາມຖະແຫຼງການຮ່ວມມືສ້າງຕັ້ງສາຍພົວພັນການທູດຂຶ້ນ ລະຫວ່າງຫວຽດນາມ ແລະ ໝູ່ເກາະກຸກ.
ຍສໝ - ຂົວມັງກອນຄຳຢູ່ດ່ານັ້ງ, ວັດກາງຂົວທີ່ໂຮ້ຍອານ... ເປັນສັນຍາລັກຂອງການທ່ອງທ່ຽວຫວຽດນາມທີ່ໄດ້ຮັບການຊົບຊອບຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.
ຫວຽດນາມ ປະຕິບັດແນວທາງເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນທາງການທູດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ໃນນັ້ນສືບຕໍ່ຊຸກຍູ້ການພົວພັນຮ່ວມມື, ມິດຕະພາບລະຫວ່າງ 2 ປະເທດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີ, ມິດຕະພາບ ລາວ-ຫວຽດນາມ, ໜັງສືພິມປະເທດລາວ ຂອງສຳນັກຂ່າວສານປະເທດລາວ (KPL) ໃນວັນທີ 25 ເມສານີ້, ໄດ້ລົງພິມບົດຂ່າວທີ່ມີຫົວຂໍ້ວ່າ: “ສາຍພົວພັນພິເສດ ລາວ-ຫວຽດນາມ ຖືກສ້າງຂຶ້ນຈາກປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ”.
ຍສໝ - ງານແຂ່ງຂັນບານເຕະນັກຮຽນ, ນັກສຶກສາຫວຽດນາມ ຢູ່ອັງກິດ (SVUK CUP 2022) ໄດ້ດຳເນີນຢູ່ມະຫາວິທະຍາໄລ Birmingham (ລາຊະອານາຈັກອັງກິດ). ເຫດການດັ່ງກ່າວໂດຍການສົມທົບກັນຈັດຕັ້ງລະຫວ່າງສະມາຄົມນັກສຶກສາຫວຽດນາມ ຢູ່ອັງກິດ (SVUK) ແລະ ສະມາຄົມນັກສຶກສາ ຫວຽດນາມ ມະຫາວິທະຍາໄລ Aston..
ຍສໝ - ຕອນຄ່ຳວັນທີ 22 ເມສາ, ຖະໜົນກາງຄືນ ກຳແພງພະລາຊະວັງເຫວ້ ຈະເປີດຢູ່ສະໜາມຫຼວງຫງໍ້ມົນ.
ຍສໝ - ຂະບວນການປະຕິຮູບລະບົບການຮັບປະກັນຊີວິດສັງຄົມຈະສືບຕໍ່ຖືປະຊາຊົນເປັນໃຈກາງ, ຮັບປະກັນນະໂຍບາຍສັງຄົມໄດ້ຮັບການກໍ່ສ້າງ, ຜັນຂະຫຍາຍ ແລະ ປະຕິບັດຢ່າງກົມກຽວ ແລະ ຄົບຊຸດກັບການພັດທະນາເສດຖະກິດ.
ຍສໝ - ຫວ່າງແລ້ວນີ້, ທີ່ຫໍພິພິທະພັນແຂວງບັກຢາງ ໄດ້ ໄຂງານວາງສະແດງດ້ວຍຫົວເລື່ອງ “ຮວ່າງຊາ, ເຈື່ອງຊາ ແມ່ນຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກໍາ”...