ພັກກອມມູນິດຫວຽດນາມ ເອົາໃຈໃສ່ຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ | |
ການນຳຂັ້ນສູງພັກ, ລັດຫຼາຍປະເທດ ໄວ້ອາໄລ ອະດີດ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ |
ຕອນບ່າຍວັນທີ 25 ເມສາ, ຢູ່ນະຄອນຫຼວງວຽງຈັນ, ສະຫາຍ ຫງວຽນຈ້ອງເຫງ້ຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນ ກາງພັກຄອມມູນິດຫວຽດນາມ ພ້ອມຄະນະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ຈາກທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
![]() |
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບສະຫາຍ ຫງວຽນຈ້ອງເຫງ້ຍ ຢູ່ສຳນັກງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ໃນຕອນບ່າຍວັນທີ 25 ເມສາ. ພາບ: ຊວນເຊີນ. |
ທີ່ບັນດາການຕ້ອນຮັບ, ສະຫາຍ ຫງວຽນຈ້ອງເຫງ້ຍ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານທີ່ມີຄວາມໝາຍປະຫວັດສາດ ເຊິ່ງ ລາວ ຍາດມາໄດ້ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່ ແລະບັນດາໝາກຜົນສຳຄັນ ພາຍຫຼັງຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເປັນເວລາກວ່າ 1 ປີ. ພ້ອມທັງຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຮອບດ້ານຂອງລາວ.
ບັນດາສະຫາຍການນຳພັກ, ລັດ ລາວ ສະເໜີສອງປະເທດສືບຕໍ່ສົມທົບກັນ ຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນບັນດາບັນຫາທິດສະດີ ແລະພຶດຕິກຳຕົວຈິງຂອງການຮ່ວມມືກໍ່ສ້າງພະນັກງານ; ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ ໃນວຽກງານກໍ່ສ້າງພັກ ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງ ແຕ່ລະພັກ; ສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງບັນດາການເຄື່ອນໄຫວ ທີ່ແທດຈິງ, ມີຄວາມໝາຍດ້ວຍເນື້ອໃນເລິກເຊິ່ງ, ເໝາະສົມ ແລະມີກຳລັງແຜ່ຂະຫຍາຍເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022.
ບັນດາການນຳພັກ, ລັດລາວ ໃຫ້ຮູ້ວ່າ ຈະຊີ້ນຳບັນດາຄະນະ, ກະຊວງ, ຂະແໜງ ການທີ່ກ່ຽວຂ້ອງຂອງລາວ ເອົາໃຈໃສ່ເຖິງບັນດາປູຊະນີຍະສະຖານ ປະຫວັດສາດ, ສັນຍາລັກແຫ່ງການພົວພັນຂອງສອງປະເທດ ຄື: ປູຊະນີຍະສະຖານສາຍພູຫຼວງຕາເວັນຕົກ, ເສັ້ນທາງໂຮ່ຈິມິນ, ຖືນີ້ແມ່ນສັນຍາລັກ, ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ການພົວພັນສາມັກຄີຫວຽດນາມ-ລາວ. ສ່ວນທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເນັ້ນໜັກວ່າ ກະຊວງປ້ອງກັນປະເທດລາວພວມມີແຜນການສົມທົບກັບກະຊວງປ້ອງກັນປະເທດ ແລະບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ເພື່ອສ້າງຮູບເງົາເອກະສານກ່ຽວກັບ ປູສະນີຍະສະຖານປະຫວັດສາດນີ້.
ບູນມີ