ເພີ່ມທະວີການສົມທົບກັນລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ແນວລາວສ້າງຊາດ

14:00 | 28/04/2022

ຍ​ສ​ໝ - ວັນ​ທີ 26 ​ເມສາ​ນີ້, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຟຸ່ງແຄັງ​ໄຕ ​ແລະ ຮອງ​ປະທານ​ຄະນະກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ ຈັນແພງ ສຸດທິວົງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ທາງໄກ​ລະຫວ່າງ​ສອງ​ອົງການ​ເພື່ອ​ແນ​ໃສ່​ແລກປ່ຽນ ​ແລະ ປຶກສາ​ຫາລື​ເນື້ອ​ໃນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ປີ 2022.

ສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ - ລາວ ຮ່ວມມືຢ່າງມີປະສິດທິຜົນ ສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ - ລາວ ຮ່ວມມືຢ່າງມີປະສິດທິຜົນ
ຮູບພາບຕ່າງໆຈາກຂະບວນການແຫ່ງມິດຕະພາບ 2022 ຮູບພາບຕ່າງໆຈາກຂະບວນການແຫ່ງມິດຕະພາບ 2022
ເພີ່ມທະວີການສົມທົບກັນລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ແນວລາວສ້າງຊາດ
ກອງ​ປະຊຸມ​ທາງໄກ​ລະຫວ່າງ​ສອງ​ອົງການ​ເພື່ອ​ແນ​ໃສ່​ແລກປ່ຽນ ​ແລະ ປຶກສາ​ຫາລື​ເນື້ອ​ໃນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ປີ 2022 (ພາບ: TTXVN)

ເນື່ອງ​ໃນ​ໂອ​ກາດ​ບຸນ​​ປີ​ໃໝ່ ພສ 2565, ໂດຍ​ຕາງໜ້າໃຫ້​ຄະ​ນະ​ປະ​ຈຳ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຟຸ່ງ​ແຄັງ​ໄຕ ໄດ້​ສົ່ງ​ສານອວຍພອນໄຊອັນປະເສີດໃຫ້ບັນດາການນຳ, ພະນັກງານຄະນະກຳມະການສູນກາງແນວລາວສ້າງຊາດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ພັກ, ລັດ ແລະ ປະຊາຊົນລາວມອບໝາຍໃຫ້; ພ້ອມ​ກັນ​ນັ້ນ, ທ່ານກໍ​ໄດ້​ສົ່ງ​ຄຳ​ຢື້ຢາມຖາມຂ່າວ ​ແລະ ອວຍພອນ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ທ່ານ​ເລຂາທິການ​​ສູນ​ກາງ​ພັກ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ໂດ​ວັນ​ຈຽ​ນ ​ເຖິງທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ​​ກຳມະການ​ກົມ​ການ​ເມືອງ ​ພັກປະ​ຊາ​ຊົນປະຕິວັດລາວ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ.

ທ່ານ ຟຸ່ງແຄັງໄຕ ຢືນຢັນ​ວ່າ ຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ແນວ​ລາວ​ສ້າງ​ຊາດ​ບັນລຸ​ໄດ້​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພິ​ເສດ​ແມ່ນ​ການ​ເສີມ​ຂະຫຍາຍ​ມູນ​ເຊື້ອມະຫາ​ສາມັກຄີ​​ຊາດ, ຮີດຄອງ​ປະ​ເພນີ​​ສາມັກຄີ​ປອງ​ດອງ ແລະ ນ້ຳໃຈຮັກຊາດຂອງປະຊາຊົນລາວທັງພາຍໃນ ແລະ ຕ່າງປະເທດ; ນຳພາ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຈັດ​ຕັ້ງ​ປະຕິບັດ​ແນວທາງ ​ແລະ ນະ​ໂຍບາຍ​ຂອງ​ພັກ; ສະແດງຄວາມເຊື່ອໝັ້ນວ່າ ແນວລາວສ້າງຊາດ ຈະສືບຕໍ່ເສີມຂະຫຍາຍບົດບາດຂອງຕົນ ແລະ ບັນລຸໄດ້ໝາກຜົນອັນຕັ້ງໜ້າໃນໄລຍະຈະມາເຖິງ.

ປີ 2022, 2 ປະເທດຈະສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5 ກັນຍາ 1962 – 5 ກັນຍາ 2022) ແລະ ຄົບຮອບ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ). 1977 – 18 ກໍລະກົດ 2022), ການນຳ 2 ປະເທດ ໄດ້ຕົກລົງເອົາປີ 2022 ເປັນ “ປີແຫ່ງມິດຕະພາບ ແລະ ຄວາມສາມັກຄີລະຫວ່າງ ຫວຽດນາມ ແລະ ລາວ”. ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຟຸ່ງແຄັງ​ໄຕ ປາດ​ຖະໜາ​ວ່າ 2 ຝ່າຍຈະ​ສົມທົບ​ກັນ​ກະກຽມ ​ແລະ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວສະເຫຼີມສະຫຼອງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ, ສຸມ​ໃສ່ວຽກງານ​ໂຄສະນາ, ສຶກສາ, ໜູນ​ຊ່ວຍ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດໃຫ້​ມີ​ຄວາມ​ເຂົ້າ​ໃຈ ​ແລະ ມີຈິດສຳນຶກ​​ໃນ​ການ​​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາຍ​ພົວພັນ​ມິດຕະພາບ​ ຫວຽດນາມ - ລາວ ແບບ​ພິ​ເສດ​, ຄວາມຊື່ສັດບໍລິສຸດ ແລະ ຫາຍາກນີ້.

ກ່ຽວ​ກັບ​ເນື້ອ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ຂອງ​ປະທານ​​ແນວ​ໂຮມ​ປະ​ເທດ​ຊາດ ກຳປູ​ເຈຍ - ລາວ - ຫວຽດນາມ, ທ່ານ ຟຸ່ງແຄັງໄຕ ປາດ​ຖະໜາ​ວ່າ 2 ຝ່າຍຈະ​ສືບ​ຕໍ່​ປະຕິບັດ ​ແລະ ຊີ້​ນຳ​ແນວ​ໂຮມ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ບັນດາ​ແນວໂຮມແຂວງ​ທີ່ມີເສັ້ນຊາຍແດນຮ່ວມກັນ ຍູ້ແຮງ​ການ​ປະຕິບັດ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ລົງ​ນາມ; ພ້ອມ​ກັນ​ນັ້ນ, ​ກໍໄດ້​ສະຫຼຸບ ​ແລະ ຕີ​ລາຄາ​ບັນດາ​ຂໍ້​ສະດວກ ​ແລະ ຂໍ້​ຄົງຄ້າງ​ໃນ​ການ​ປະຕິບັດ ​ເພື່ອ​ແລກປ່ຽນ, ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ແກ້​ໄຂ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ປາດ​ຖະໜາ​ວ່າ 2 ຝ່າຍຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ; ສົມທົບ​ກັນ​ຈັດ​ຕັ້ງ​ການ​ຢ້ຽມຢາມ​ມິດຕະພາບ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ; ປະສານສົມທົບກັນໃນການຈັດຊຸດຝຶກອົບຮົມ ແລະ ແລກປ່ຽນປະສົບການ. ພິເສດ, 2 ອົງການ ຕ້ອງສົມທົບກັນຢ່າງແໜ້ນແຟ້ນກວ່າອີກໃນ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ” ໃຫ້ມີການເຄື່ອນໄຫວແທດຈິງ, ເພີມທະວີວຽກງານການສຶກສາ, ໂຄສະນາເຜີຍແຜ່ໃຫ້ລຸ້ນໜຸ່ມ ເພື່ອພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດລະຫວ່າງສອງ​ປະ​ເທດ.

ທ່ານ ຈັນ​ເພັງ ສຸດ​ທິ​ວົງ ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ອົງການ​ແນວ​ໂຮມ​ຈະ​ມີ​ບາດກ້າວ​ພັດທະນາ​ໃໝ່​ຢ່າງ​ເລິກ​ເຊິ່ງ, ມີ​ປະສິດທິ​ຜົນ ​ແລະ ແທດຈິງ, ຜ່ານ​ນັ້ນ​ກໍພ້ອມກັນເພີ່ມພູນຄູນສ້າງ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.