ວິສາຫະກິດເອີລົບ ມີຄວາມປະເອີບໃຈກວ່າ ຕໍ່ກັບການລົງທຶນຢູ່ ຫວຽດນາມ

11:26 | 28/04/2022

ຍສໝ - ຕາມຫ້ອງການການຄ້າເອີລົບປະຈໍາຫວຽດນາມ (EuroCham) ແລ້ວ, ຫຼາຍກວ່າ 2/3 ຈໍານວນຄົນທີ່ຖືກຖາມ​ເຊື່ອ​ວ່າ ​ເສດຖະກິດ​ຫວຽດນາມຈະ​ມີ​ທ່າ​ອ່ຽງ​ໝັ້ນຄົງ ​ແລະ ມີການປັບປຸງ​ໃນ​ໄຕ​ມາດ​ 2/2022, ​ມີການເພີ່ມ​ຂຶ້ນ​ ເມື່ອທຽບໃສ່ກັບລະດັບ 58% ​ຂອງໄຕ​ມາດ​​ 4/2021.

ຄູອາຈານຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກເພື່ອໄປສອນໜັງສືໃຫ້ນັກຮຽນຢູ່ເຂດພູສູງລາວ ຄູອາຈານຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກເພື່ອໄປສອນໜັງສືໃຫ້ນັກຮຽນຢູ່ເຂດພູສູງລາວ
ໜັງສືພິມ ວຽງຈັນທາມ: ສາຍພົວພັນພິເສດ ລາວ - ຫວຽດນາມ ແມ່ນມໍລະດົກອັນລໍ້າຄ່າ ໜັງສືພິມ ວຽງຈັນທາມ: ສາຍພົວພັນພິເສດ ລາວ - ຫວຽດນາມ ແມ່ນມໍລະດົກອັນລໍ້າຄ່າ
ວິສາຫະກິດເອີລົບ ມີຄວາມປະເອີບໃຈກວ່າ ຕໍ່ກັບການລົງທຶນຢູ່ ຫວຽດນາມ
ຕ່ອງໂສ້ຜະລິດເຄື່ອງອາໄຫຼ່ເອເລັັັັກໂຕນິກ. ພາບ: TTXVN

ຕາມເຄືອຂ່າຍ​ຂ່າວສານ Fibre2Fashion ​ໃນ​ວັນ​ທີ 25 ​ເມສາ​ນີ້, ດັດຊະນີ​ສະພາບ​ແວດລ້ອມທາງ​ທຸລະ​ກິດ (BCI) ຂອງຫ້ອງການການຄ້າເອີລົບປະຈໍາຫວຽດນາມ (EuroCham) ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ເຊື່ອ​ໝັ້ນ​ຂອງ​ວິ​ສາ​ຫະກິດ ເອີ​ລົບ ຕໍ່​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຂອງ ຫວຽດນາມ ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ຕົ້ນ​ປີ 2022.

​ໃນ​ໄຕ​ມາດ​ 1/2022, ດັດຊະນີ​ດັ່ງກ່າວ​ໄດ້​ເພີ່ມ​ຂຶ້ນ​ເປັນ 73 ຈຸດ, ​ອີກ​ຄັ້ງໜຶ່ງ​ຂຶ້ນ​ສູ່​ລະດັບ​ສູງ​ສຸດ​ນັບ​ແຕ່​ມີ​ການ​ລະບາດ​ພະຍາດ​ໂຄ​ວິດ-19 ຮອບທີ 4.

ຕາມແຈ້ງການຂອງໜັງສືພິມ EuroCham ຫວຽດນາມ ໃຫ້ຮູ້ວ່າ ດັດຊະນີເພີ່ມຂຶ້ນ 12 ຈຸດ ເມື່ອທຽບໃສ່ກັບໄຕມາດ 4/2021, ຄຽງຂ້າງກັບການເພີ່ມຂຶ້ນເກືອບ 58 ຈຸດ ເມື່ອທຽບໃສ່ກັບໄຕມາດ 3/2021, ກັບບັນດາຜູ້ນຳວິສາຫະກິດ ປະຈຸບັນມີຄວາມປະເອີບໃຈກວ່າ ພາຍຫຼັງ ຫວຽດນາມ ຜ່ອນຜັນບັນດາຂໍ້ຈຳກັດທີ່ກ່ຽວຂ້ອງກັບພະຍາດ COVID - 19 ແລະ ສືບຕໍ່ເລັ່ງຄວາມໄວໃນການພັດທະນາເສດຖະກິດ.

​ໂດຍ​ທົ່ວ​ໄປ, ບັນດາ​ຜູ້​ນຳ​ວິ​ສາ​ຫະກິດ ​ເອີ​ລົບ ນັບມື້ນັບ​ມີ​ຄວາມປະເອີບໃຈ​ຕໍ່​​ຄວາມ​ສາມາດ​ເຕີບ​ໂຕ​ຂອງ​ເສດຖະກິດ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງນີ້. ຫຼາຍ​ກວ່າ 2/3 ຈໍານວນຄົນທີ່ຖືກຖາມ​ເຊື່ອ​ວ່າ ​ເສດຖະກິດ​ຫວຽດນາມຈະ​ມີ​ທ່າ​ອ່ຽງ​ໝັ້ນຄົງ ​ແລະ ມີການປັບປຸງ​ໃນ​ໄຕ​ມາດ​ 2/2022, ​ມີການເພີ່ມ​ຂຶ້ນ​ ເມື່ອທຽບໃສ່ກັບ 58% ​ຂອງໄຕ​ມາດ​​ 4/2021.

ວົງການທຸລະກິດເອີລົບ ກໍໃຫ້ການຄາດຄະເນ ໃນໄຕມາດ 2/2022 ທີ່ມີຄວາມຫວັງສູງສໍາລັບບໍລິສັດຂອງພວກເຂົາ, ໂດຍສະເພາະເມື່ອປຽບທຽບກັບບັນດາການຄາດຄະເນໃນໄຕມາດ 1. ເກືອບ 66% ຈໍານວນຄົນທີ່ຖືກຖາມ ຄາດຄະເນວ່າ ລາຍໄດ້ຈະເພີ່ມຂຶ້ນໃນໄຕມາດ 2, ເມື່ອທຽບໃສ່ກັບ 52% ຂອງສາມເດືອນຜ່ານມາ. ກໍເຊັ່ນດຽວກັນ, ຫຼາຍກວ່າ 46% ຈໍານວນຄົນທີ່ຖືກຖາມຄາດຄະເນວ່າ ຈໍານວນຄົນແຮງງານຈະເພີ່ມຂື້ນໃນໄຕມາດຕໍ່ໄປ.

BCI ແມ່ນເຄື່ອງວັດແທກປົກກະຕິຂອງບັນດານັກລົງທຶນ ແລະ ຜູ້ນໍາວິສາຫະກິດເອີຣົບ. ການຄົ້ນຄວ້ານີ້ໄດ້ດໍາເນີນຄັ້ງທໍາອິດໃນປີ 2013 ແລະ YouGov ໄດ້ປະຕິບັດ ນັບແຕ່ປີ 2020.

ຫອມມາລາ

ເຫດການ
302 Found

Found

The document has moved here.