ງານແຂ່ງຂັນບານເຕະນັກຮຽນ, ນັກສຶກສາຫວຽດນາມ ຢູ່ອັງກິດ

13:04 | 26/04/2022

ຍສໝ - ງານ​ແຂ່ງ​ຂັນ​ບານ​ເຕະນັກຮຽນ, ​ນັກ​ສຶກ​ສາ​ຫວຽດ​ນາມ ​ຢູ່​ອັງ​ກິດ (SVUK CUP 2022) ໄດ້​ດຳ​ເນີນ​​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Birmingham (ລາຊະອານາຈັກ​ອັງ​ກິດ). ​ເຫດການ​ດັ່ງກ່າວ​ໂດຍ​ການ​ສົມທົບກັນຈັດຕັ້ງລະຫວ່າງ​​ສະມາຄົມ​ນັກ​ສຶກສາ​ຫວຽດນາມ ຢູ່​ອັງກິດ (SVUK) ​ແລະ ສະມາຄົມ​ນັກ​ສຶກສາ ຫວຽດນາມ ມະຫາວິທະຍາ​ໄລ Aston..

ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພົບປະແລກປ່ຽນວັດທະນະທຳ ແລະຕ້ອນຮັບບຸນປີໃໝ່ ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພົບປະແລກປ່ຽນວັດທະນະທຳ ແລະຕ້ອນຮັບບຸນປີໃໝ່
ການໂອ້ລົມສົນທະນາ “ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ຄ້າຍພັກແລ້ງຫວຽດນາມ” ການໂອ້ລົມສົນທະນາ “ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ຄ້າຍພັກແລ້ງຫວຽດນາມ”

SVUK Cup 2022 ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກ​ສາ 200 ຄົນ ຈາກ​ຫຼາຍ​ກ​່​ວາ​ 50 ມະຫາວິ​ທະ​ຍາ​ໄລໃນ​ທົ່ວປະເທດ​ອັງ​ກິດ​. ການແຂ່ງຂັນປະກອບມີ 23 ນັດ, ຍິງ 50 ປະຕູພາຍໃນເວລາການແຂ່ງຂັນ 660 ນາທີ.

ໃນ​ຂອບ​ເຂດ​ຂອງ​ງານ​ ​ຍັງ​ມີ​ຮ້ານ​ອາຫານ​ຕາມ​ແບບ​ຫວຽດນາມ.

ງານແຂ່ງຂັນບານເຕະນັກຮຽນ, ນັກສຶກສາຫວຽດນາມ ຢູ່ອັງກິດ
ງານແຂ່ງຂັນບານເຕະນັກຮຽນ, ນັກສຶກສາຫວຽດນາມ ຢູ່ອັງກິດ. (ພາບ: vov)

ການແຂ່ງຂັນໄດ້ຈົບລົງ ດ້ວຍໄຊຊະນະຂອງທີມຈາກສະ​​ມາຄົມນັກສຶກສາຫວຽດນາມ ມະຫາວິທະຍາໄລ City (City, University of London), ຮອງຊະນະເລີດເປັນຂອງທີມ ນະຄອນ Birmingham.

SVUK Cup 2022 ​ແມ່ນ​ງານ​ກິລາ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ ໃຫ້​ປະຊາ​ຄົມ​ນັກ​ສຶກສາ ຫວຽດນາມ ຢູ່​ທີ່​ນີ້, ພິ​ເສດ​ແມ່ນ​ບັນດາ​ຜູ້ທີ່ນິຍົມກິລາ​ບານ​ເຕະ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.