ບັນດາຂົວສະພານທີ່ຖືເປັນສັນຍາລັກແຫ່ງການທ່ອງທ່ຽວຂອງຫວຽດນາມ

16:51 | 27/04/2022

ຍ​ສ​ໝ - ຂົວມັງ​ກອນຄຳຢູ່ດ່ານັ້ງ, ວັດກາງ​ຂົວທີ່ໂຮ້ຍອານ... ເປັນສັນຍາລັກຂອງ​ການທ່ອງທ່ຽວຫວຽດ​ນາມ​ທີ່​ໄດ້​ຮັບ​ການ​ຊົບ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວພາຍໃນ ແລະ ຕ່າງປະເທດ.

ໄຂ​ສັບ​ປະ​ດາ​ທ່ອງ​ທ່ຽວ - ວັດ​ທະ​ນະ​ທຳແຂວງ ລາຍ​ເຈົາ ປີ 2022 ໄຂ​ສັບ​ປະ​ດາ​ທ່ອງ​ທ່ຽວ - ວັດ​ທະ​ນະ​ທຳແຂວງ ລາຍ​ເຈົາ ປີ 2022
ງານ​ບຸນ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ປີ 2022 ກະຕຸ້ນ​ການ​ທ່ອງ​ທ່ຽວ​ຢູ່​ນະ​ຄອນຫຼວງ ງານ​ບຸນ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ປີ 2022 ກະຕຸ້ນ​ການ​ທ່ອງ​ທ່ຽວ​ຢູ່​ນະ​ຄອນຫຼວງ

ຢູ່​ກາງ​ໜອງ​ເຕົ່າ, ໝາກ​ຫົວໃຈຮ່າໂນ້ຍ ຂົວເທຮຸກ ເປັນສະຖານທີ່ໆພາດບໍ່ໄດ້ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເມື່ອ​ມາທ່ຽວຊົມນະຄອນຫຼວງ. ຮູບຊົງ​ຂອງລຳຂົວ “ໂຄ້ງ ແລະ ແດງໂຕກຸ້ງ” ເປັນ​ທີ່ຝັງໃຈຂອງຊາວຮ່າໂນ້ຍ. ຊື່ຮຽກ ເທຮຸກ ມີຄວາມໝາຍວ່າ “ຢາດສາຍແສງທີ່​ຢົດ​ຍ້ອຍ” ຫຼື “ໂຮມແສງລັດສະໝີ”. ຂົວເຊື່ອມຕໍ່ກັບເຈ​ດີງັອກເຊີນ-ອານຸສອນສະຖານແຫ່ງຊາດອັນພິເສດຫວຽດນາມ.

ບັນດາຂົວສະພານທີ່ຖືເປັນສັນຍາລັກແຫ່ງການທ່ອງທ່ຽວຂອງຫວຽດນາມ
ພາບ: vnexpress.net

ຂົວລອງບຽນ ໄດ້​ຖື​ວ່າ​ເປັນ “ຫຼັກຖານທາງປະຫວັດສາດ” ຂອງຮ່າ​ໂນ້ຍ. ດ້ວຍຮູບແບບດັ້ງເດີມ ແລະ ການອອກແບບທີ່ເປັນເອກະລັກ, ຂົວແມ່ນຈຸດເຊັກ​ອິນທີ່ຂາດບໍ່ໄດ້ຂອງນັກທ່ອງທ່ຽວ. ຂົວຖືກສ້າງຂຶ້ນໃນປີ 1899 ແລະ ເປີດໃຊ້ໃນປີ 1902, ມີຄວາມຍາວກວ່າ 2 ກິ​ໂລ​ແມັດ. ນອກຈາກປັດ​ໃຈທາງປະຫວັດສາດແລ້ວ ຈຸດພິເສດຂອງຂົວນີ້ແມ່ນລົດຈະ​ສັນ​ຈອນໄປ​ຕາມ​ເລນຊ້າຍ. ນັກທ່ອງທ່ຽວຕ່າງຊາດມັກຂົວນີ້ເປັນພິເສດ. François Bibonne ນັກສະແດງຄົນຝຣັ່ງ ມັກຂົວນີ້ ແລະ ເລືອກຈຸດນີ້ເປັນສາກໃນຮູບ​ເງົາເອ​ກະ​ສານ “ຄັ້ງໜຶ່ງຢູ່ເທິງຂົວໃນຫວຽດນາມ”.

ບັນດາຂົວສະພານທີ່ຖືເປັນສັນຍາລັກແຫ່ງການທ່ອງທ່ຽວຂອງຫວຽດນາມ
ພາບ: vnexpress.net

ຂົວ ເຈື່ອງຕ່ຽນ ມີປະຫວັດຄວາມເປັນມາກວ່າ 100 ປີ ຖືເປັນໜຶ່ງໃນບັນດາສັນຍາລັກຂອງເມືອງຫຼວງເກົ່ານະ​ຄອນເຫວ້. ເປັນໜຶ່ງໃນບັນດາຂົວອັນ​ດັບທຳອິດທີ່ຖືກສ້າງຂຶ້ນຢູ່ເຂດອາຊີຕາເວັນອອກໃນທ້າຍສະຕະວັດທີ 19 - ຕົ້ນສະຕະວັດທີ 20 ຕາມການອອກແບບໃໝ່ ແລະ ວັດສະດຸທີ່​ໃໝ່​ຂອງຊາວຕາເວັນຕົກທີ່ເສີມດ້ວຍເຫຼັກ. ຜ່ານຂະບວນວິວັດທາງປະຫວັດສາດ, ດ້ວຍຮູບແບບອັນງົດງາມຂອງຕົວມັນເອງ ຂົວເຈືອງຕ່ຽນ ແລະ ສາຍແມ່ນ​ນ້ຳ​ຫອມທີ່ສວຍງາມໄດ້ກາຍແຮງບັນດານໃຈຂອງນັກຮ້ອງນັກກະວີ “…ຂົວໂຄ້ງຄືກັບງາຊ້າງ ແມ່ນ້ຳໄຫຼຍາວຄືຜົມກ້ຽວຍາວໄປຕາມລຳທານ”.

ບັນດາຂົວສະພານທີ່ຖືເປັນສັນຍາລັກແຫ່ງການທ່ອງທ່ຽວຂອງຫວຽດນາມ
ພາບ: vnexpress.net

ຂົວມັງກອນ ແມ່ນສະຖານທີ່ພາດບໍ່ໄດ້ທີ່ຈະແວ່ຊົມຂອງແຂກຕ່າງປະເທດເມື່ອມາຮອດດ່ານັ້ງ. ຕົວຂົວມີການອອກແບບທີິ່ເປັນເອກະລັກ ໃນຮູບມັງກອນຢືດຕົວບິນອອກສູ່ທະເລ, ສາມາດ ຟົ່ນນ້ຳ ແລະ ໄຟ ໃນວັນທ້າຍອາທິດ ກາຍ​ເປັນ​ຈຸດດຶງດຸດນັກທ່ອງທ່ຽວ. ຂົວມັງກອນຖືກ​ບັນ​ດາ​ວານ​ລະ​ສານ​ຂະ​ແໜງ​ການຄົມມະນາຄົມ ແລະ ທ່ອງທ່ຽວ ຕີລາຄາໃຫ້ເປັນ ໜຶ່ງໃນບັນດາຂົວທີ່ເປັນ​ເອ​ກະ​ລັກທີ່ສຸດຂອງໂລກ.

ບັນດາຂົວສະພານທີ່ຖືເປັນສັນຍາລັກແຫ່ງການທ່ອງທ່ຽວຂອງຫວຽດນາມ
ພາບ: vnexpress.net

ຂົວທອງຄຳ ຖືວ່າເປັນສັນຍາລັກແຫ່ງການທ່ອງທ່ຽວລະດັບສາກົນ. ໃນໄລຍະການເປີດຕົວ, ເມື່ອໜຶ່ງໃນບັນດາໜັງສືພິມ, ຜູ້ມີວິໄສທັດໃນເຊີງການທ່ອງທ່ຽວໄດ້ເຜີຍແຜ່ ແລະ ລົງຕົວຈິງ, ແນະນຳຈຸດໝາຍ ປາຍທາງນີ້. ມັນຢູ່ທີ່ລະດັບຄວາມສູງ 1.414 ແມັດ ທຽບໃສ່ລະດັບໜ້ານຳ້ທະເລ. ຂົວຄຳຖືກອອກແບບທີ່ປະທັບໃຈຍົກຂຶ້ນເປັນຮູບມືໃຫຍ່ຂອງພະເຈົ້າຈັບສາຍທອງເສັ້ນໜຶ່ງອອກຈາກຈອມພູ. ຂົວທອງຍັງແມ່ນໜຶ່ງໃນບັນດາຂົວທີ່ຕິດທັອບຂອງລຳດັບ 100 ສະຖານທີ່ໆສຸດຂອງໂລກໃນລະຫວ່າງປີ 2018. ພຽງ 2 ເດືອນພາຍຫຼັງການເປີດຕົວ. ເອກະສານ Guardianໄດ້ຍົກຊື່ຂົວທອງຕິດທັອບ 10 ຂົວ ທີ່ມີຮູບການອອກແບບໂດດເດັ່ນ ແລະ ສວຍງາມທີ່ສຸດຂອງໂໍລກ. ຍັງມີ Huffington Post ຂອງສະຫະລັດອາເມລິກາຢືນຢັນອີກວ່າ: ຂົວທອງເປັນຂົວທີ່ໜ້າສົນໃຈທີ່ສຸດເທົ່າທີ່ເຄີຍເຫັນມາ. ໃນບົດບັນລະຍາຍໄດ້ໃຫ້ຄວາມເຫັນວ່າ: ຂົວທອງແມ່ນໜຶ່ງໃນ 10 ຂົວສຸດແປກທີ່ ບໍ່ໜ້າເຊື່ອວ່າມີໃນໂລກ.

ບັນດາຂົວສະພານທີ່ຖືເປັນສັນຍາລັກແຫ່ງການທ່ອງທ່ຽວຂອງຫວຽດນາມ
ພາບ: vnexpress.net

ວັດຂໍພອນ ຢູ່ໂຮ້ຍອານ. ກວ້າງນາມ ປະກົດຢູ່ໃນທະນະບັດໃບ 20.000 ດົ່ງຂອງຫວຽດນາມ. ນີ້ຄືສິ່ງທີ່ເຮັດໃຫ້ນັກທ່ອງທ່ຽວສາກົນໃຫ້ຄວາມສົນໃຈ, ຕ້ອງການທີ່ຈະໄປເຫັນດ້ວຍຕາຂອງສະຖານທີ່ ໜ້າສົນໃຈແຫ່ງນີ້. ມັນຖືກສ້າງຕັ້ງຂຶ້ນໃນຕົ້ນສະຕະວັດທີ 17 ໂດຍການອອກແບບທີ່ເປັນເອກະລັກສະເພາະ, ຖືໄດ້ວ່າເປັນສັນຍາລັກທາງວັດທະນະທຳດ້ານຈິດໃຈຂອງຕົວເມືອງໂຮ້ຍອານ. ວັດແຕ່ສະ ໄໝຕົ້ນແມ່ນຖືກສ້າງຂຶ້ນໂດຍຊາວພໍ່ຄ້າຍີ່ປຸ່ນໃນກາງສະຕະວັດທີ 16. ສະນັ້ນ; ຈິ່ງມີຊື່ເອີ້ນວ່າ: ວັດຍີ່ປຸ່ນ, ຕາມຕຳນານ ອາຄານດັ່ງກ່າວເປັນບ່ອນອາໄສຂອງຊາວ ກູ່ ໜຶ່ງໃນເຜົ່ານັບຖືສັດປະຫຼາດທາງນ້ຳ ມີຕົ້ນກຳເນີດມາຈາກອິນເດຍ. ຫົວຢູ່ຫວຽດນາມ ແລະ ຫາງຢູ່ຍີ່ປຸ່ນ. ທຸກຄັ້ງທີ່ໂຕ ກູ່ ເຄື່ອນໄຫວຈະພາໃຫ້ເກີດມີນ້ຳຖ້ວມ, ແຜ່ນດິນໄຫວໃນບັນດາຂົງເຂດນີ້.

ບັນດາຂົວສະພານທີ່ຖືເປັນສັນຍາລັກແຫ່ງການທ່ອງທ່ຽວຂອງຫວຽດນາມ
ພາບ: vnexpress.net

ຫຼັງຈາກແວ່ຢ້ຽມຊົມຕະຫຼາດນຳ້ໃນຕອນເຊົ້າ, ໜຶ່ງປະສົບການທີ່ນັກທ່ອງທ່ຽວບໍ່ຄວນພາດຢູ່ແຂວງ ເກິ່ນເທີ ແມ່ນນັ່ງຊົມຂົວເກິ່ນເທີເປີດໄຟ. ຂົວສາຍກາບ ເກິ່ນເທີ ສ້າງສຳເລັດໃນປີ 2010, ມີຄວາມຍາວທັງໝົດ 15,85 ກມ ໃນນັ້ນສະເພາະຕົວຂົວຍາວ 2,75 ກມ. ນີ້ແມ່ນໜຶ່ງໃນບັນດາສັນຍາລັກທີ່ຂຶ້ນຊື່ລືນາມຂອງອາຊີຕາເວັນອອກ, ກ່າຍຂ້າມແມ່ນຳ້ ເຮົ້າ, ຕິດກັບສອງແຂວງເກິ່ນເທີ ແລະ ວິ້ງລອງ.

ຂົວ ທູ້ທຽມ 2 ກ່າຍຂ້າມແມ່ນຳ້ໄຊງ່ອນຄາດວ່າຈະເປີດໃຊ້ໃນວັນທີ 28/4, ລູກກົງໄດ້ດຶງດູດໄວ ໜຸ່ມ, ນັກທ່ອງທ່ຽວມາທ່ຽວຊົມສວນສາທາະລະນະ ແບັກດັ່ງ. ຂົວດັ່ງກ່າວໄດ້ນຳເອົາການພັດທະ ນາມາສູ່ນະຄອນໂຮ່ຈີມິງ, ທີ່ຕັ້ງດ້ານຫຼັງແມ່ນຕຶກອາຄານ ແລນມາກ 81 ຊັ້ນ ສູງທີ່ສຸດໃນຫວຽດນາມ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.