ສາຍພົວພັນພິເສດ ລາວ-ຫວຽດນາມ ຖືກສ້າງຂຶ້ນຈາກປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ

12:54 | 27/04/2022

ຍສໝ - ເນື່ອງ​ໃນ​ໂອກາດສະເຫຼີມສະຫຼອງ​ປີ​ສາມັກຄີ, ​ມິດຕະພາບ​ ລາວ-ຫວຽດນາມ, ໜັງສືພິມ​ປະ​ເທດ​ລາວ ຂອງ​ສຳນັກ​ຂ່າວສານ​ປະ​ເທດ​ລາວ (KPL) ​ໃນ​ວັນ​ທີ 25 ​ເມສາ​ນີ້, ​ໄດ້​ລົງ​ພິມ​ບົດ​ຂ່າວ​ທີ່​ມີ​ຫົວ​ຂໍ້​ວ່າ: “ສາຍພົວພັນພິເສດ ລາວ-ຫວຽດນາມ ຖືກສ້າງຂຶ້ນຈາກປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ”.

ສາຍພົວພັນພິເສດ ລະຫວ່າງ ລາວ ແລະ ຫວຽດນາມ ຈະພັດທະນາຢ່າງບໍ່ຢຸດຢັ້ງ ສາຍພົວພັນພິເສດ ລະຫວ່າງ ລາວ ແລະ ຫວຽດນາມ ຈະພັດທະນາຢ່າງບໍ່ຢຸດຢັ້ງ
ເສີມຂະຫຍາຍຈິດໃຈຂອງບັ້ນຮົບດ້ຽນບຽນຝູໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ເສີມຂະຫຍາຍຈິດໃຈຂອງບັ້ນຮົບດ້ຽນບຽນຝູໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ
ສາຍພົວພັນພິເສດ ລາວ-ຫວຽດນາມ ຖືກສ້າງຂຶ້ນຈາກປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ
ປະທານ ໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ. ພາບ: TTXVN

ບົດຂ່າວເນັ້ນໜັກວ່າ ຫວຽດນາມ - ລາວເປັນສອງປະເທດບ້ານໃກ້ເຮືອນຄຽງ, ມີສາຍພົວພັນສາມັກຄີ, ມິດຕະພາບທີ່ມູນເຊື້ອອັນດີງາມມາແຕ່ດົນນານ. ມີເສັ້ນຊາຍແດນຍາວກວ່າ 2000 ກິໂລແມັດ, ຮ່ວມກັນອີງໃສ່ສາຍພູຫຼວງອັນຍິ່ງໃຫຍ່, ຮ່ວມດື່ມສາຍແມ່ນໍ້າຂອງອັນດຽວກັນ, ການພົວພັນສະໜິດແໜ້ນ ລາວ - ຫວຽດນາມ ໄດ້ກໍາເນີດເກີດຂຶ້ນຈາກປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງສອງປະເທດບ້ານໃກ້ເຮືອນຄຽງ.

ສາຍພົວພັນພິເສດລະຫວ່າງປະຊາຊົນຂອງສອງປະເທດ ລາວ - ຫວຽດນາມ ໂດຍແມ່ນປະທານໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ລິເລີ່ມ, ເພີ່ມພູນຄູນສ້າງພາຍໃຕ້ການນໍາພາຂອງພັກຄອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ໃນໄລຍະປະຫວັດສາດ, ໄດ້ກາຍເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດ ແລະ ເປັນກົດເກນການຂະຫຍາຍຕົວລວມຂອງສອງປະເທດ ບົນເສັ້ນທາງພັດທະນາປະເທດຊາດຮຸ່ງເຮືອງສິວິໄລ, ປະຊາຊົນອີ່ມໜໍາສໍາລານ ແລະ ມີຄວາມຜາສຸກ.

ປີນີ້, ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ ໄດ້ຈັດຕັ້ງຫຼາຍກິດຈະກໍາເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5 ກັນຍາ 1962 - 5 ກັນຍາ 2022); 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ (18 ກໍລະກົດ 1977 – 18 ກໍລະກົດ 2022) ແລະ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ ແລະ ຫວຽດນາມ-ລາວ ໃນປີ 2022. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​​ສືບ​ທອດ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ.

ຫອມມາລາ

ເຫດການ
302 Found

Found

The document has moved here.