ຫວຽດນາມ ແລະ ໝູ່ເກາະ ກຸກ ລົງນາມຖະແຫຼງການຮ່ວມມືສ້າງຕັ້ງສາຍພົວພັນການທູດ

19:00 | 27/04/2022

ຍ​ສ​ໝ - ວັນທີ 26/4 ຢູ່ທີ່ເວວລິງຕັນ. ເອກອັກຄະລັດຖະທູດຫວຽດນາມປະຈຳນິວຊີແລນ ຫງວຽນວັນຈຸງ (ຕາງໜ້າລັດຖະບານຫວຽດນາມ) ແລະບັນດາຜູ້ນຳຂັ້ນສູງໝູ່ເກາະ ກຸກກີ ທີ່ນິວຊີແລນ ອາລີຊາເບດ ໄວຣ໌-ໂກເຕກ້າ (ຕາງໜ້າລັດໝູ່ເກາະກຸກ) ໄດ້ລົງນາມຖະແຫຼງການຮ່ວມມືສ້າງຕັ້ງສາຍພົວພັນການທູດຂຶ້ນ ລະຫວ່າງຫວຽດນາມ ແລະ ໝູ່ເກາະກຸກ.

ຫວຽດນາມ - ຈີນ: ແລກປ່ຽນປະສົບການໃນການຄຸ້ມຄອງສິ່ງແວດລ້ອມ ແລະ ໝູ່ເກາະ ໃນອ່າວພາກເໜືອ ຫວຽດນາມ - ຈີນ: ແລກປ່ຽນປະສົບການໃນການຄຸ້ມຄອງສິ່ງແວດລ້ອມ ແລະ ໝູ່ເກາະ ໃນອ່າວພາກເໜືອ
ຊຸກຍູ້ການເຄື່ອນໄຫວໂຄສະນາເຜີຍແຜ່ດ້ວຍທາງອິນເຕີເນັດ ກ່ຽວກັບວັນມະຫາສະມຸດໂລກ, ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ຊຸກຍູ້ການເຄື່ອນໄຫວໂຄສະນາເຜີຍແຜ່ດ້ວຍທາງອິນເຕີເນັດ ກ່ຽວກັບວັນມະຫາສະມຸດໂລກ, ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ

ສອງຝ່າຍເອກະສັນຕົກລົງກັນສ້າງສາຍພົວພັນການທູດ ລະຫວ່າງສອງປະເທດໃນລະດັບເອກອັກຄະລັດຖະທູດ ນັບແຕ່ວັນລົງນາມຖະແຫຼງການ ແລະ ນຳໃຊ້ສົນທິສັນຍາວຽນນາປີ 1961 ກ່ຽວກັບ ສາຍພົວພັນການທູດໃນລະຫວ່າງສອງປະເທດ. ສະເພາະວຽກການສ້າງສາຍພົວພັນການທູດກັບໝູ່ເກາະກຸກ, ເຮັດໃຫ້ຫວຽດນາມໄດ້ມີການພົວພັນສ້າງສາຍພົວພັນທາງການທູດກັບ 190 ປະເທດໃນທົ່ວໂລກ.

ພາຍຫຼັງພິທີລົງນາມ, ເອກອັກຄະລະລັດຖະທູດ ຫງວຽນວັນຈຸງ ໄດ້ມີການພົບປະກັບຜຄ້ນຳຂັ້ນສູງ ອາລີຊາເບດ ໄວຣ໌-ໂກເຕກ້າ ກ່ຽວກັບການຈັດຕັ້ງປະຕິບັດ, ຮັບປະກັນເພີ່ມທະວີຄວາມເຂົ້າໃຈເຊິ່ງ ກັນ ແລະ ກັນ, ພັດທະນາສາຍສຳພັນສາມັກຄີປອງດອງລະຫວ່າງປະຊາຊົນສອງປະເທດ.​ກ່ຽວກັບການຮ່ວມມື ສອງຝ່າຍເຫັນຍົກສູງການຮ່ວມມືໃນຂົງເຂດທີ່ມີທ່າແຮງໃນດ້ານການທ່ຽວທ່ຽວ, ກະສິກຳ ແລະ ການປະມົງ. ແລກປ່ຽນປະສົບການກ່ຽວກັບການຮັບມືສະພາບການປ່ຽນແປງດິນຟ້າອາກາດ ແລະ ການປ້ອງກັນພະຍາດໂຄວິດ-19.

ຫວຽດນາມ ແລະ ໝູ່ເກາະ ກຸກ ລົງນາມຖະແຫຼງການຮ່ວມມືສ້າງຕັ້ງສາຍພົວພັນການທູດ
ຫວຽດນາມ ແລະ ໝູ່ເກາະ ກຸກ ລົງນາມຖະແຫຼງການຮ່ວມມືສ້າງຕັ້ງສາຍພົວພັນການທູດ. ພາບ: ttxvn

ກ່ຽວກັບການຮ່ວມມືຫຼາຍຝ່າຍ, ສອງຝ່າຍເອກະສັນສົມທົບເຄື່ອນໄຫວຕາມຫຼັກການບົນເວທີຂົງເຂດ ອາຊີ-ປາຊີຟິກ ກໍຄືບັນດາຫຼັກການສະເພາະຂອງສະຫະປະຊາຊາດ.

ເກາະ ກຸກ ແມ່ນປະເທດໝູ່ເກາະທີ່ນອນໃນປາຊີຟິກໃຕ້, ມີປະຊາກອນ 20.200 ຄົນ (ປີ 2019). ມີເນື້ອທີ່ໜ້າດິນທັງໝົດ 236,7 ກມ2, ປະກອບມີ 15 ເກາະດອນຫຼັກ, ຢັ່ງຢາຍຍາວ 2,2 ລ້ານ ກມ ຕາມພື້ນທີ່ທະເລ.

ນີ້ແມ່ນປະເທດທີ່ມີທ່າແຮງບົ່ມຊ້ອນຊັບພະຍາກອນທາງທະເລ ແລະ ມະຫາສະໝຸດທີ່ອຸດົມສົມບູນ, ໃນນັ້ນ; ອາຊີບການປະມົງ ແລະ ສົ່ງອອກເພັດສຸດທີ່ຂະຫຍາຍຕົວ. ການທ່ອງທ່ຽວແມ່ນຂະແໜງ ອຸດສາຫະກຳຫຼັກໆຂອງປະເທດໝູ່ເກາະນີ້ (ກວມເອົາ 65% ຂອງຈີດີພີ).

ໝູ່ເກາະ ກຸກ ແມ່ນຖືລະບົບລາຊາສ້າງຖະທຳມະນູນ, ຜູ້ທີ່ນຳພາປະເທດແມ່ນພະລາຊີນີ ໂດຍເປັນຕົວແທນຜູ້ປົກຄອງຂອງໝູ່ເກາະ.ປະເທດນີ້ໄດ້ປົດປ່ອຍໃນວັນທີ 4/8/1965 ແລະ ຖືກອົງການສະຫະປະຊາຊາດຮັບຮອງເອກະລາດໃນປີ 1992. ເກາະ ກຸກ ມີນະໂຍບາຍພົວພັນຕ່າງປະເທດເອກະລາດ ແລະ ການເປີດກວ້າງ.

ຫວຽດນາມ ແມ່ນຊາດອັນດັບທີ 57 ໃນໂລກ ແລະ ອັນດັບທີ 6 ໃນອາຊຽນ ທີ່ປະເທດໝູ່ເກາະນີ້ມີສາຍພົວພັນການຕ່າງປະເທດຢ່າງເປັນທາງການ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.