ສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ - ລາວ ຮ່ວມມືຢ່າງມີປະສິດທິຜົນ

11:50 | 28/04/2022

ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະພິຈາລະນາ ແລະ ແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບລະບອບລະບຽບການ ແນໃສ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ 2 ຝ່າຍຮ່ວມມືກັນຢ່າງມີປະສິດທິຜົນກວ່າເກົ່າ.

ຫວຽດ​ນາມ - ຈີນ ຮ່ວມ​ມື​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ ຫວຽດ​ນາມ - ຈີນ ຮ່ວມ​ມື​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ
Truyền thông Lào đưa tin đậm nét về quan hệ Việt Nam - Lào Truyền thông Lào đưa tin đậm nét về quan hệ Việt Nam - Lào
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານນາງຮອງປະທານປະເທດ ສປປ.ລາວ ປານີ ຢາທໍ່ຕູ (ພາບ: TTXVN)
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານນາງຮອງປະທານປະເທດ ສປປ.ລາວ ປານີ ຢາທໍ່ຕູ (ພາບ: TTXVN)

ຕອນບ່າຍວັນທີ 26 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານນາງຮອງປະທານປະເທດ ສປປ.ລາວ ປານີ ຢາທໍ່ຕູ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະພິຈາລະນາ ແລະ ແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບລະບອບລະບຽບການ ແນໃສ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ 2 ຝ່າຍຮ່ວມມືກັນຢ່າງມີປະສິດທິຜົນກວ່າເກົ່າ, ປະກອບສ່ວນຍົກວົງເງິນການຄ້າລະຫວ່າງ ຫວຽດນາມ - ລາວ ໃຫ້ສູງຂຶ້ນ, ກໍຄືນຳການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນຂອງ 2 ປະເທດໃຫ້ພັດທະນາ. ພ້ອມກັນນັ້ນ, ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນການເພີ່ມທະວີວຽກງານບຳລຸງສ້າງນັກສຶກສາ ລາວ ກໍຄືແລກປ່ຽນດ້ານວິຊາສະເພາະລະຫວ່າງພະນັກງານຂອງອົງການທີ່ກ່ຽວຂ້ອງຂອງ 2 ປະເທດ.

ສ່ວນທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ ຕີລາຄາສູງຂໍ້ລິເລີ່ມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່ຽວກັບການສ້າງກົນໄກການຮ່ວມມືລະຫວ່າງ 3 ສະພາແຫ່ງຊາດ ລາວ - ກຳປູເຈຍ - ຫວຽດນາມ ເພື່ອແນໃສ່ແລກປ່ຽນຄຳເຫັນ, ແບ່ງປັນບົດຮຽນດ້ານວິຊາສະເພາະຢ່າງທັນການ ແລະ ນັບມື້ນັບບັນລຸປະສິດທິຜົນກວ່າເກົ່າ.

2 ຝ່າຍໄດ້ເຫັນດີຕໍ່ເລື່ອງສືບຕໍ່ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”, ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປິແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ; ຜ່ານນັ້ນຍູ້ແຮງການໂຄສະນາ, ສຶກສາກ່ຽວກັບມູນເຊື້ອຂອງສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ, ໂດຍສະເພາະແມ່ນໄວໜຸ່ມຂອງ 2 ປະເທດ.

vovworld.vn

ເຫດການ
302 Found

Found

The document has moved here.