
ຊາວໜຸ່ມ ນັກສຶກສາ ຫວຽດນາມ ທີ່ອາໄສ ຢູ່ ຕ່າງປະເທດ ເຂົ້າຮ່ວມຄ້າຍພັກແລ້ງ ຫວຽດນາມ 2019
ຍສໝ - ມີຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດມາ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ໃນລະຫວ່າງວັນທີ 10 – 26 ກໍລະກົດ 2019.
ຍສໝ - ມີຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດມາ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ໃນລະຫວ່າງວັນທີ 10 – 26 ກໍລະກົດ 2019.
ຍສໝ - ເມື່ອມໍ່ໆມານີ້, ຢູ່ແຂວງຈ່ຽງຊູ ສປ ຈີນ, ທ່ານນາງ ຫງວຽນ ທິ້ ກິມ ເງິນ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບທ່ານ Lou Qinjian, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈ່ຽງຊູ.
ເນື່ອງໃນໂອກາດ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 98 ປີ, ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ແລະ ສະມາຊິກພັກ ປະຊາຊົນປະຕິວັດລາວ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າ ຂໍສົ່ງ ຄວາມຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ຄະນະກໍາມະການ ສູນກາງພັກກອມມູນິດຈີນ, ສະມາຊິກພັກ ແລະ ປະຊາຊົນຈີນ ອ້າຍນ້ອງທຸກຖ້ວນໜ້າ.
ພິທີມອບ-ຮັບໜ້າທີ່ເລຂາພັກ ເຈົ້ານະຄອນ-ຫຼວງພະບາງ ລະຫວ່າງ ຜູ້ເກົ່າກັບຜູ້ໃໝ່. ໂດຍມີ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນຳຂອງ ແຂວງ, ນະຄອນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ໃນຕອນບ່າຍຂອງວັນທີ 20 ມິຖຸນາ 2019, ທ່ານ ຫງວຽນ ແທງ ລອງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍທ່ານ ສີປະເສີດ ແສນສະຫວັດ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ເນ່ືອງໃນໂອກາດຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ໃນວັນທີ 13 ມິຖຸນາ, ຄະນະຜູ້ແທນຂັ້ນສູງແຂວງຫຼວງນ້ໍາທາ ແຫ່ງ ສປປ ລາວ, ໂດຍສະຫາຍ ບຸນຍີ ແກ້ວຄູນເມືອງ , ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຫຼວງນ້ໍາທາ ເປັນຫົວຫນ້າຄະນະໄດ້ເຂົ້າພົບປະໂອ້ລົມ ຄະນະປະຈຳພັກແຂວງໆເຊີນລາ.
ຍສໝ - ວັນທີ 10 ມິຖຸນາ, ໃນຂອບເຂດການຢ້ຽມຢາມ ປະເທດ ລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສເສດຖະກິດສາກົນ ທີ່ Saint Petersburg, ທ່ານ ຫງວ໋ຽນ ວັນ ບີ່ງ, ກຳມະການສູນກາງພັກ, ຫົວໜ້າກຳມະການເສດຖະກິດສູນກາງ, ໄດ້ມີການເຮັດວຽກ ກັບ ຄະນະຜູ້ແທນພັກກອມມູນິດ ສະຫະພັນລັດເຊຍ.
ລັດຖະບານ ລາວ ກໍຄື ມະຫາວິທະຍາໄລ ແຫ່ງຊາດ, ໂຮງຮຽນ ພອນສະຫວັນ, ຊົນເຜົ່າ ແລະ ໂຮງຮຽນກຽດຕິສັກ ນາໆຊາດ ໄດ້ສຳເລັດການເປັນເຈົ້າພາບ ຈັດກິດຈະກຳ ເປີດຄ້າຍ ນັກຮຽນອາຊຽນ ໃນຍາມພັກແລ້ງ ຄັ້ງທີ III ຢູ່ນະຄອນຫລວງວຽງຈັນ ໃນວັນທີີ 6 ມິຖຸນາ 2019 ແລະ ມອບຕໍ່ ໃຫ້ປະເທດຫວຽດນາມ ເປັນເຈົ້າພາບຈັດງານໃນຄັ້ງຕໍ່ໄປ ໃນປີ 2020.
ໃນວັນທີ 6 ມິຖຸນາ 2019 ທີ່ນະຄອນຫລວງວຽງຈັນ, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Homero Acosta Alvarez ກຳມະການສູນກາງພັກ ກອມມູນິດກູບາ, ເລຂາທິການສະພາແຫ່ງລັດ ແຫ່ງ ສ ກູບາ, ສະມາຊິກສະພາແຫ່ງຊາດ ອຳນາດປະຊາຊົນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ລະຫວ່າງ ວັນທີ 6-7 ມິຖຸນາ 2019.
ໃນວັນທີ 22 ພຶດສະພາ, ທີ່ນະຄອນຕາມກີ່, ຄະນະກວດກາແຂວງກວ໋າງນາມ ໄດ້ຈັດຕັ້ງກອງປະຊຸມຮ່ວມມືກັບຄະນະກວດກາພັກ - ລັດແຂວງເຊກອງ (ສປປລາວ) ເພື່ອແນໃສ່ແລກປ່ຽນບົດຮຽນໃນວຽກງານກວດກາດ້ານເສດຖະກິດ - ສັງຄົມ, ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ, ຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ ແລະກໍ່ສ້າງກໍາລັງກວດກາ...
ຍສໝ - ໃນຕອນເຊົ້າຂອງວັນທີ 18 ພຶດສະພາ 2019, ກອງປະຊຸມເທື່ອທີ 10, ຄະນະບໍລິຫານງານ ສູນກາງພັກຄອມມູນິດ ຫວຽດນາມ ຊຸດທີ XII ໄດ້ອັດລົງ.
ຍສໝ - ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2019, ກອງປະຊຸມເທື່ອທີ 10 ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຊຸດທີ XII ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ ນະຄອນຫລວງຮ່າໂນ້ຍ.
ຍສໝ - ວັນທີ 15 ພຶດສະພາ 2019, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມກົມການເມືອງສູນກາງພັກ.
ກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ດຳເນີນແຕ່ວັນທີ 6-14 ພຶດສະພາ 2019 ຢູ່ສຳນັກງານຫ້ອງວ່າການສູນກາງພັກ ໂດຍເປັນປະທານຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ.
ຍສໝ - ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສປປ ລາວ ໄດ້ຢ້ຽມຊົມຮູບແບບຜະລິດພັກ, ດອກໃໝ້ເຕັກໂນໂລຊີສູງ ທີ່ ເລີມດົ່ງ ແລະ ຕີລາຄາສູງບັນດາຮູບແບບປະເພດນີ້ຢູ່ທ້ອງຖິ່ນ.
ຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະ ນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັັ້ນສູງຂອງພັກ-ລັດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 24-25 ກຸມພາ 2019.
ຍສມ - ຕອນເຊົ້າຂອງວັນທີ 16 ມັງກອນ, ພິທີປະດັບຫຼຽນໄຊ ແຮງງານ ຂອງລັດຖະບານ ສປປ ລາວ; ຫຼຽນກາແຮງງານ, ໃບຍ້ອງຍໍ ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມອບໃຫ້ຄະນະ ແລະ ບຸກຄົນ ຂອງ ຫ້ອງວ່າການສູນກາງພັກ ຄອມມູນິດຫວຽດນາມ ຍ້ອນການປະກອບສ່ວນໃນພາລະກິດຂ່າວສານ, ວັດທະນະທຳ ແລະ ພິມຈຳໜ່າຍຂອງລາວ ໄລຍະ ແຕ່ປີ 2005 ຮອດ 2013 ໄດ້ກຳເນີນໄປຢູ່ ຮ່າໂນ້ຍ.
ໃນວັນທີ 3 ພຶດສະພາ 2019 ກົມຄົ້ນຄວ້າ ແລະ ວາລະສານກວດກາ ອົງການກວດກາ ລັດຖະບານ ໄດ້ຈັດກອງປະຊຸມ ສຳມະນາ ກ່ຽວກັບ ພາລະບົດບາດ ແລະ ກົງຈັກການຈັດຕັ້ງ ຂອງຄະນະ ກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໃຫ້ແກ່ບັນນາທິການຂ່າວ ແລະ ນັກຂ່າວ ສື່ມວນຊົນຫລາຍກວ່າ 20 ພາກສ່ວນ ເພືອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ໃນການຂຽນຂ່າວລົງໂຄສະນາທາງລາຍການວິທະຍຸ, ໂທລະພາບ, ໜັງສືພິມ ແລະ ລົງເວັບໄຊຕ່າງໆ ກ່ຽວກັບວຽກງານກວດກາ ເປັນຕົ້ນ ແມ່ນທາງດ້ານເນື້ອໃນ ການຂຽນຊື່ເອີ້ນ ຂອງຄະນະພັກ, ຄະນະນຳ ຄະນະກວດກາສູນກາງພັກ, ອົງການກວດກາລັດຖະບານ ໃຫ້ຂຽນຖືກຕ້ອງຕາມພາລະບົດບາດ ແລະ ກົງຈັກການຈັດຕັ້ງ.
ໃນວັນທີ 03 ພຶດສະພາ 2019, ທີ່ ສະຖານເອກອັກ ຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ການນຳຂັ້ນສູງຂອງ ສປປ ລາວ ຕາງໜ້າພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ສູນກາງ ແນວລາວສ້າງຊາດ ໄດ້ເຂົ້າຮ່ວມພິທີ ວາງພວງມາລາ ແລະ ຂຽນປຶ້ມ ໄຫວ້ອາໄລ ຕໍ່ການເສຍຊີວິດ ຂອງສະຫາຍ ເລ ດຶກ ແອັງ, ອະດີດ ກຳມະການກົມການເມືອງ ສູນກາງພັກ ກອມມູນິດຫວຽດນາມ ສະໄໝທີ V, VI, VII ແລະ VIII; ອະດີດເລຂາທິການ ສູນກາງພັກ ສະໄໝທີ VII, ອະດີດ ສະມາຊິກ ສະພາແຫ່ງຊາດ ສະໄໝທີ VI, VII, VIII ແລະ IX, ອະດີດ ປະທານປະເທດ ແຫ່ງ ສສຫວຽດນາມ ດັ່ງມີເນື້ອໃນລະອຽດລຸ່ມນີ້
ໃນລະຫວ່າງວັນທີ 02-03 ພຶດສະພາ 2019, ສະຫາຍ ໄຊສົມພອນ ພົມວິຫານ, ກຳມະ ການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ນຳພາຄະນະເຂົ້າຮ່ວມພິທີຊາປະນາກິດສົບຂອງ ສະຫາຍ ເລ ດຶກ ແອັງ, ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທີ່ ນະຄອນ ຫລວງຮ່າໂນ້ຍ.