ລາວ: ຫ້ອງວ່າການສູນກາງພັກ ເຜີຍແຜ່ຜັນຂະຫຍາຍ ເອກະສານສໍາຄັນຂອງ ພັກ-ລັດ

16:30 | 14/02/2020

ໃນວັນທີ 14 ກຸມພາ 2020 ຢູ່ຫ້ອງ​ວ່າການສູນກາງພັກ ​ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມເອກະສານສໍາຄັນ ຂອງພັກ-ລັດ ​ໂດຍການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາ ທິການສູນ ກາງພັກ, ຮອງປະທານປະເທດ, ມີບັນດາ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຜູ້ແທນທີ່ມາຈາກກະຊວງ, ອົງການ ແລະ ທ້ອງ ຖິ່ນ ເຂົ້າຮ່ວມ.

ລາວ: ຫ້ອງວ່າການສູນກາງພັກ ເຜີຍແຜ່ຜັນຂະຫຍາຍ ເອກະສານສໍາຄັນຂອງ ພັກ-ລັດ

ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ກ່ຽວກັບຜົນການເຄື່ອນໄຫວ ວຽກງານຕ່າງປະເທດຂອງ ການນໍາພັກ-ລັດໃນ ປີ 2019 ແລະ ຕົ້ນປີ 2020

​ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ ກ່ຽວກັບຜົນການເຄື່ອນໄຫວ ວຽກງານຕ່າງປະເທດຂອງ ການນໍາພັກ-ລັດໃນ ປີ 2019 ແລະ ຕົ້ນປີ 2020 ເປັນຕົ້ນແມ່ນ ຜົນສໍາເລັດຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ສປ ຈີນ ແລະ ຣາຊະອານາຈັກກໍາປູເຈຍ ຂອງສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ກ່ຽວກັບການກະກຽມ ສະເຫລີມສະຫລອງ ວັນປະຫວັດສາດສໍາຄັນ ຂອງຊາດ-ຂອງພັກ ໃນປີ 2020 ເພື່ອໃຫ້ຄະນະພັກ, ກະຊວງ, ອົງການ ແລະ ທ້ອງຖິ່ນໄດ້ເຊື່ອມຊືມ, ກໍາແໜ້ນ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງການພົວພັນຮ່ວມມື ໃນແຕ່ລະຂົງເຂດ ວຽກງານ ກໍຄື ໂຄງການຕ່າງໆ ກັບປະເທດເພື່ອນມິດ ໃຫ້ເຂົ້າສູ່ຕົວຈິງ ແລະ ມີປະສິດທີຜົນສູງ. ພ້ອມກັນນັ້ນ, ຍັງເຮັດໃຫ້ການກະກຽມ ສະເຫລີມສະຫລອງວັນ ສໍາຄັນປະຫວັດສາດ ໂດຍສະເພາະແມ່ນວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 65 ປີ, ວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນເກີດປະທານໄກສອນ ພົມວິຫານ ຜູ້ນໍາທີແສນເຄົາລົບຮັກ ຄົບຮອບ 100 ປີ ແລະ ວັນສໍາຄັນອື່ນໆ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ມີຄວາມເອກອ້າງພາກພູມໃຈ ຕໍ່ໝາກຜົນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

5 ບັນຫາທີ່ທ່ານຮອງປະທານປະເທດ ເນັ້ນໃຫ້ ຄະນະໂຄສະນາອົບຮົມເອົາໃຈ ໃສ່ປະກອບມີ: 1. ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຕ່ລະຂັ້ນຕ້ອງປິ່ນອ້ອມສ້າງການຫັນປ່ຽນອັນແຂງແຮງ, ເລິກເຊິ່ງ, ຮອບດ້ານ ໂດຍສະເພາະແມ່ນໃນດ້ານຈິນຕະນາການ, ຜ່ານມາພວກເຮົາກໍເວົ້າເຖິງ 4 ບຸກທະລຸ, ແຕ່ຕົວຈິງຍັງບໍ່ທັນມີການຫັນປ່ຽນເທົ່າທີ່ຄວນ, ຖ້າບໍ່ມີຄວາມຮັບຮູ້ເຂົ້າໃຈ ຫຼື ຕື່ນຕົວແທ້ບັນຫາທີ່ຕັ້ງຂຶ້ນໃນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ບໍ່ວ່າຈະເປັນເນື້ອໃນ, ບຸກຄະລາກອນ, ແຜນພັດທະນາກໍ ຍາກຈະບັນລຸໄດ້. 2. ຕ້ອງສຸມໃສ່ໂຄສະນາ,ສຶກສາອົບຮົມຕ້ານ, ຕີຖອຍບັນດາປະກົດການຫຍໍ້ທໍ້ຢູ່ພາຍໃນພັກ ແລະ ໃນສັງຄົມ, ຕິດພັນກັບການສ້າງສະຕິເຄົາລົບ, ປະຕິບັດລັດຖະທຳມະນູນ, ກົດໝາຍ, ກົດລະບຽບຂອງພັກ, ພ້ອມກັນນັ້ນກໍຕອບໂຕ້ຖ້ອຍທຳນອງຂອງພວກຄົນບໍ່ດີທີ່ສວຍໃຊ້ບາງປະກົດການຫຍໍ້ທໍ້ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ, ໂຈມຕີຕໍ່ການນຳພາຂອງພັກ, ຫວັງທຳລາຍຄວາມເຊືີ່ອໝັ້ນຂອງປະຊາຊົນຕໍ່ພັກ ແລະ ລະບອບຂອງພວກເຮົາ. 3. ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າທິດສະດີ ແລະ ພຶດຕິກຳຂອງ ພັກ, ຄົ້ນຄວ້າປະຫວັດການ ເຄື່ອນໄຫວຂອງບັນດາທ່ານຜູ້ ນຳ ພ້ອມທັງເອົາໃຈໃສ່ເຜີຍແຜ່ອອກສູ່ສັງຄົມໃຫ້ກວ້າງຂວາງ, ປະກອບສ່ວນປັບປຸງຄວາມເຂັ້ມແຂງໃນຂົງເຂດວຽກງານການເມືອງຂອງພັກ. 4. ປັບປຸງລະບົບກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມແຕ່ສູນກາງຮອດທ້ອງຖິ່ນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງສົມຄູ່ກັບພາລະບົດບາດ ແລະ ຄວາມສຳຄັນຂອງວຽກງານໂຄສະນາອົບຮົມ, ເອົາໃຈໃສ່ສ້າງ ແລະ ຍົກລະດັບຖັນແຖວພະນັກງານທີ່ເຮັດວຽກງານໂຄສະນາອົບຮົມຂອງພັກຢ່າງເປັນລະບົບ, ຕໍ່ເນື່ອງທັງສົ່ງໄປຮຽນຢູ່ພາຍໃນ ແລະ ຕ່າງປະເທດ, ໃນນີ້ໃຫ້ຖືສຳຄັນການສ້າງໃຫ້ຖັນແຖວພະນັກງານວິຊາການທີ່ເກັ່ງ, ຊຳນານງານດ້ານຕ່າງໆເປັນຕົ້ນແມ່ນນັກຄົ້ນຄວ້າຂີດຂຽນເກັ່ງ, ນັກໂຄສະນາ-ປາຖະກະຖາເກັ່ງ. 5. ປັບປຸງລະບົບກົນໄກປະສານງານລະຫວ່າງຄະນະໂຄສະນາອົບຮົມສູນກາງພັກກັບຄະນະພັກບັນດາກະຊວງ-ອົງການຕ່າງໆຢູ່ສູນກາງ ແລະ ຄະນະໂຄສະນາອົບຮົມຂັ້ນທ້ອງຖິ່ນໃຫ້ກົມກຽວ ແລະ ວ່ອງໄວ, ສຶກສາອົບຮົມດ້ານການເມືອງແນວຄິດຂອງພະນັກງານ-ລັດຖະກອນ ຕະຫຼອດຮອດປະຊາຊົນບັນດາເຜົ່າ.

(ໄຊພອນ)

ເຫດການ
302 Found

Found

The document has moved here.