ກຽມສ້າງທີ່ພັກອາໄສ ທີ່ທັນສະໄໝລາຄາປະຢັດ ຢູ່ນະຄອນຫລວງວຽງຈັນ

12:11 | 21/01/2020

ບໍລິສັດ ການຢານ ກຣຸບ ​ເຊັນ​ສັນຍາກັບ ບໍລິສັດ ເວວ ແອນເອໂບ ​ໃນ​ວັນ​ທີ 20 ມັງ ກອນ 2020 ​ໂດຍ​ການ​ຮ່ວມ​ລົງ​ນາມ ລະ​ວ່າງ ທ່ານ​ ແອຣອນ ອື ຜູ້ອຳນວຍການບໍລິສັດ ການຢານ ກຣຸບ ​ແລະ ທ່ານ ເຣມ້ອນ ວ່ອງ ກໍາມະການຜູ້ອໍານວຍການຂອງ ບໍລິສັດ ເວວ ແອນ ເອໂບ ​ທັງ​ນີ້ກໍ​ເພື່ອຮ່ວມມືກໍ່ສ້າງ ແລະ ພັດທະນາໂຄງການໂມເດີນ ລິບວິ້ງ ຂອງ ການຢານ (Modern Living @ kanyan) ​ເຊິ່ງໂຄງການນີ້ແມ່ນໜຶ່ງ ໃນໂຄງການສ້າງທີ່ພັກອາໄສ ທີ່ສະດວກສະບາຍ ໃນລາຄາປະຢັດຢູ່ ສປປ ລາວ ​ໂດຍມີເປົ້າໝາຍເພື່ອຫລຸດຜ່ອນ ການຂາດ​ແຄນດ້ານທີ່ຢູ່​ອາ​ໃສ່​ ຂອງ​ປະຊາກອນ​ລາວ.

ກຽມສ້າງທີ່ພັກອາໄສ ທີ່ທັນສະໄໝລາຄາປະຢັດ ຢູ່ນະຄອນຫລວງວຽງຈັນ

ກຽມສ້າງທີ່ພັກອາໄສ ທີ່ທັນສະໄໝລາຄາປະຢັດ ຢູ່ນະຄອນຫລວງວຽງຈັນ

ທ່ານ ​ແອຣອນ ອື ກ່າວວ່າ: ໂຄງການ Modern Living @ kanyan ​ຕັ້ງຢູ່ບ້ານ​ໂ​ພນສະຫວ່າງ ​ເມືອງຫາດຊາຍຟອງ ນະຄອນຫລວງ​ວຽງ​ຈັນ ​ເຊິ່ງຈະຊ່ວຍໃຫ້ຄົນລາວ​ ​ໃນ​ກຸ່ມ​ທີ່​ກຳລັງເຮັດວຽກສາມາດຊື້ທີ່ ພັກອາໄສໃນຕົວເມືອງວຽງຈັນ​ໄດ້, ​ໂດຍ​ທີ່ພັກອາໄສເເບບປະສົມປະສານ ໂມເດີນ ລິບວິ້ງ ຄອມເພັກ ຂອງ ການຢານ ຈະສະໜອງທີ່ພັກ ທີ່ສະດວກສະບາຍເຖິງ 432 ຫ້ອງ, ​ແຕ່ລະຫ້ອງມີພື້ນທີ່ 24 ຕະລາງແມັດ, ເຊິ່ງປະກອບ​ດ້ວຍສິ່ງອໍານວຍ ຄວາມສະດວກຕ່າງໆ ແບບທັນສະ​ໄໝ ​ເປັນ​ຕົ້ນລະບົບນ້ຳໃຊ້, ແອເຢັນ ແລະ ເຄື່ອງເຟີນີເຈີຄົບຊຸດ.

ທ່ານ ແອຣອນ ອື ຍັງ​ໃຫ້​ຮູ້​ອີກ​ວ່າ: ຕາມ​ແຜນກໍ່ສ້າງ​ໂຄງການ​ດັ່ງກ່າວ, ​ແມ່ນ​ເລີ່​ມ​ໃນ​ເດືອນ​ເມສາ 2020 ນີ້ ຄາດ​ວ່າ​ຈະ​ໃຊ້​ເວ​ລາກໍ່ສ້າງ 12 ​ເດືອນ, ​ເຊິ່ງມີ​ມູນ​ຄ່າ​ກໍ່ສ້າງ​ປະມານ 6 ລ້ານ​ໂດ​ລາ​ສະຫະລັດ, ​ໂດຍ​ຈະ​ມີ​ລາຄາ 20 ພັນ​ໂດ​ລາຕໍ່ຫ້ອງ. ສາມາດ​ຈ່າຍ​ຜ່ອນ​ໄດ້​ເປັນ​ເວລາ 10 ປີ, ຫ້ອງ​ໜຶ່ງ​ຢູ່​​ໄດ້ 4 ຄົນ ​ໃນ​ລາຄາ 100 ​ໂດ​ລາ​ຕໍ່​ເດືອນ. ນອກ​ນັ້ນ, ບໍລິສັດ ການຢານ ກຣຸບ ຍັງມີແຜນທີ່ຈະຂະຫຍາຍ ໂຄງການສ້າງຄອນໂດມີນຽມ ລາຄາຖືກຫລາຍກວ່າ 100.000 ຫ້ອງ ອ້ອມຮອບຕົວເມືອງ ນະຄອນຫລວງວຽງຈັນ. ພ້ອມ​ນີ້, ບໍລິສັດ ການຢານ ກຣຸບ ມີຄວາມຕັ້ງໃຈຢາກບັນລຸເປົ້າໝາຍ ໂດຍການສ້າງສິ່ງອໍານວຍ ຄວາມສະດວກດ້ານການສຶກສາ ພາສາອັງກິດ ແລະ ພາສາຈີນ ດ້ວຍມາດຕະຖານລະດັບສາກົນ ພາຍໃນໂຄງ ການທີ່ພັກດັ່ງກ່າວ, ​ເຊິ່ງມີຄ່າຮຽນລາຄາຖືກພຽງ​ແຕ່ 10 ໂດລາ ຕໍ່ເດືອນເທົ່ານັ້ນ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.