ກອງປະຊຸມເປີດກວ້າງ ຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດລາວ

17:37 | 31/12/2019

ກອງປະຊຸມເປີດກວ້າງຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ ປະຈຳປີ 2019 ແລະ ວາງທິດທາງແຜນ ການປະຈຳປີ 2020 ໄດ້ຈັດຂຶ້ນ ໃນວັນທີ 30 ທັນວານີ້.

ກອງປະຊຸມເປີດກວ້າງຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ ປະຈຳປີ 2019 ແລະ ວາງທິດທາງແຜນການປະຈຳປີ 2020 ໄດ້ຈັດຂຶ້ນໂດຍການເປັນປະທານຂອງສະຫາຍ ພົນຕີ ຄຳສີ ວົງຄຳຊາວ ກຳມະການຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະພັກຫ້ອງວ່າການ ແລະ ຄະນະພັກ-ຄະນະບັນຊາກົມກອງທີ່ຂຶ້ນກັບເຂົ້າຮ່ວມ.

ກອງປະຊຸມເປີດກວ້າງ ຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດລາວ

ກອງປະຊຸມເປີດກວ້າງ ຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດລາວ. (ພາບ: Lao Army's News)

ສະຫາຍ ພັນເອກ ສີສະຫວາດ ວັນເພັງ ຫົວໜ້າຫ້ອງການເມືອງ, ຫ້ອງວ່າການກະຊວງປ້ອງກັນ ປະເທດ ໄດ້ຜ່ານບົດສະຫຼຸບຕີລາຄາຄືນການເຄື່ອນໄຫວຊີ້ນຳ - ນຳພາຂອງຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດຕໍ່ຂົງເຂດວຽກງານຕ່າງໆ ໃນໄລຍະຜ່ານມາ. ສະຫາຍ ພັນເອກ ສີສະຫວາດ ວັນເພັງ ຍົກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາຄະນະພັກ ໄດ້ເອົາໃຈໃສ່ຊີ້ນຳແຕ່ລະກົມກອງຈັດຕັ້ງປະຈຳການ ແລະ ປ້ອງກັນເປົ້າໝາຍສຳຄັນຕ່າງໆເຊັ່ນ: ການປ້ອງກັນການນຳຂັ້ນສູງ, ສຳນັກງານ-ອົງການ, ຄ້າຍຄູ, ສາງ, ສູນ, ວັດຖຸ-ພາຫະນະ, ເອກະສານສຳຄັນຕ່າງໆ, ຕິດຕາມສະພາບການເຄື່ອນໄຫວຂອງສັດຕູ ແລະ ກຸ່ມຄົນບໍ່ດີໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ, ເອົາໃຈໃສ່ຊີ້ນຳການປະຕິບັດໜ້າທີ່ເປັນເສນາທິການໃຫ້ຄະນະນຳກະຊວງໃນວຽກງານຄົ້ນຄວ້າ-ສັງລວມສະຫຼຸບຕີລາ, ວາງມະຕິຂອງຄະນະພັກກະຊວງ, ສະຫຼຸບ ແລະ ວາງ ທິດທາງວຽກງານຮອບດ້ານຂອງກະຊວງປ້ອງກັນປະເທດ, ບົດໂອ້ລົມ - ບົດຄຳເຫັນໃຫ້ຂັ້ນເທິງປະສານສົມທົບກັບບັນດາກົມໃຫຍ່, ກົມກອງກຳລັງຫຼວງ - ກຳລັງທ້ອງຖິ່ນ ແລະ ບັນດາອົງການຂອງພັກ ແລະ ລັດຖະບານໃນການຈັດຕັ້ງປະຕິບັດວຽກງານຕາມການຊີ້ນຳຂອງຂັ້ນເທິງໄດ້ທັນເວລາ, ຄຸ້ມຄອງ ແລະ ປົກປັກຮັກສາເອກະສານຮັກສາໄດ້ ຄວາມລັບ, ຊີ້ນຳການພົວພັນຮ່ວມມື ກັບກອງທັບປະເທດຕ່າງໆເຊັ່ນ: ຄະນະຜູ້ແທນການທະຫານຂັ້ນສູງຂອງລາວໄປຢ້ຽມຢາມ, ແລກປ່ຽນບົດຮຽນຢູ່ຕ່າງປະເທດທັງໝົດ 82 ຄະນະ, ຕ້ອນຮັບຄະນະຜູ້ແທນຕ່າງປະເທດມາຢ້ຽມຢາມ, ແລກປ່ຽນບົດຮຽນຢູ່ລາວທັງໝົດ 57 ຄະນະ ແລະ ການພົວພັນຮ່ວມມືຕ່າງໆທັງພາຍໃນ ແລະ ຕ່າງປະເທດ.

ນອກນີ້ຍັງໄດ້ສ້າງຂະບວນການດ້ານຕ່າງໆພາຍໃນກົມກອງໃຫ້ມີບັນຍາກາດຟົດຟື້ນຕໍ່ເນື່ອງ, ເຮັດໃຫ້ບັນຍາກາດທົ່ວຫ້ອງວ່າການກະຊວງປ້ອງກັນປະເທດມີຄວາມເບີກບານມ່ວນຊື່ນ, ພະນັກງານ - ສະມາຊິກພັກ - ນັກຮົບມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວິຊາສະເພາະກໍຄືໜ້າທີ່ການເມືອງຂອງຕົນທີ່ຂັ້ນເທິງ ມອບໝາຍໃຫ້ໄດ້ເປັນຢ່າງດີ. ກອງປະຊຸມໄດ້ຜ່ານທິດທາງແຜນການນຳພາປະຈຳປີ 2020 ຈາກ ນັ້ນ ສະຫາຍ ປະທານກອງປະຊຸມກໍມີຄຳເຫັນຊີ້ນຳຫຼາຍບັນຫາວຽກງານຈຸດສຸມ ທີ່ສຳຄັນຈຳນວນໜຶ່ງຕໍ່ຄະນະພັກ-ຄະນະບັນຊາກົມກອງແນໃສ່ເຮັດ ໃຫ້ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນໃນຕໍ່ໜ້າ ບັນລຸໝາກຜົນສູງ. ຂ່າວຍັງໃຫ້ຮູ້ອີກວ່າ: ໃນວັນ ດຽວກັນ ຫ້ອງວ່າການກະຊວງ ປ້ອງກັນປະເທດ ຍັງໄດ້ສະຫຼຸບ ການເຄື່ອນໄຫວວຽກງານຮອບ ດ້ານ ປະຈຳປີ 2019 ແລະ ວາງທິດ ທາງແຜນການປະຈຳປີ 2020 ຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: Lao Army's News)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.