ການ​ນຳ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ໄປ​ຢ້ຽມ​ຢາມ, ອວຍ​ພອນວັນ​ບຸນ ຄິຼດ​ສະ​ມາດ ຢູ່​ບັນ​ດາ​ທ້ອງ​ຖິ່ນ

08:58 | 19/12/2019

ເມື່ອບໍ່ດົນມານີ້, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ລົງຢ້ຽມຢາມ ແລະ ອວຍພອນບັນດາຜູ້ມີຍົດຖາບັນດາສັກ, ຊາວຄຼິດຢູ່ສຳນັກສັງຄະລາດຊາວຄຼິດ ແທັງຮ໊ວາ ເນື່ອງໃນໂອກາດວັນບຸນຄິຼດສະມາດ 2019.

ການ​ນຳ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ໄປ​ຢ້ຽມ​ຢາມ, ອວຍ​ພອນວັນ​ບຸນ ຄິຼດ​ສະ​ມາດ ຢູ່​ບັນ​ດາ​ທ້ອງ​ຖິ່ນ

ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄປຢ້ຽມຢາມ, ອວຍພອນບັນດາຜູ້ມີຍົດຖາບັນດາສັກ, ຊາວຄຼິດ (ພາບ: TTXVN)

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ເນັ້ນໜັກວ່າ ໃນໄລຍະຜ່ານມາ, ບັນດາການເຄື່ອນໄຫວສາສະໜາຢູ່ ຫວຽດນາມ, ສິດເສລີໃນການເຊື່ອຖືເຫລື້ອມໃສໄດ້ໃຫ້ຄວາມເຄົາລົບນັບຖືຈາກການນຳພັກ, ລັດ. ໂບດຫລາຍແຫ່ງໄດ້ຮັບການສ້ອມແປງບູລະນະ, ກໍ່ສ້າງໃໝ່ຢ່າງກ້ວາງຂວາງງາມຕາ. ບັນດາການເຄື່ອນໄຫວສາສະໜານັບມື້ນັບອຸດົມສົມບູນຫລາຍຮູບແບບ. ບັນດາສາສະໜາທັງໝົດລ້ວນແຕ່ມີຄວາມປອງດອງກໍ່ສ້າງບ້ານເກີດເມືອງນອນ, ປະເທດຊາດໃຫ້ຮັ່ງມີເຂັ້ມແຮງ.

ວັນທີ 18 ທັນວາ 2019, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ, ພ້ອມກັບຄະນະປະຕິບັດງານກໍ່ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນວັນບຸນ ຄິຼດສະມາດ ຢູ່ ສຳນັກໃຫຍ່ ສັງຄະລາດຊາວຄິຼດ ນະຄອນເຫ້ວ. ນະທີ່ນີ້, ທ່ານນາງເຈືອງທິມາຍ ປາດຖະໜາວ່າ ບັນດາຜູ້ມີຍົດຖາບັນດາສັກ, ຊາວຄຼິດ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຮ່ວມເດີນທາງກັບປະເທດຊາດ, ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້…

ການ​ນຳ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ໄປ​ຢ້ຽມ​ຢາມ, ອວຍ​ພອນວັນ​ບຸນ ຄິຼດ​ສະ​ມາດ ຢູ່​ບັນ​ດາ​ທ້ອງ​ຖິ່ນ

ທ່ານນາງ ເຈືອງທິມາຍ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນວັນບຸນ ຄິຼດສະມາດ ຢູ່ ສຳນັກໃຫຍ່ ສັງຄະລາດຊາວຄິຼດ ນະຄອນເຫ້ວ.(ພາບ: TTXVN)

ການ​ນຳ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ໄປ​ຢ້ຽມ​ຢາມ, ອວຍ​ພອນວັນ​ບຸນ ຄິຼດ​ສະ​ມາດ ຢູ່​ບັນ​ດາ​ທ້ອງ​ຖິ່ນ

ທ່ານ ເຈິ່ນແທັງເໝີນ ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມມອບຂອງຂວັນ, ອວຍພອນຫົວໜ້າສຳນັກສັງຄະລາດຊາວຄຼິດ ຫງວຽນວັນເຄີຍ ຢູ່ແຂວງ ບິ່ງດິ້ງ (ພາບ: TTXVN)

ໃນຕອນເຊົ້າວັນທີ 18 ທັນວາ, ທ່ານ ເຈິ່ນແທັງເໝີນ ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນວັນບຸນ ຄຼິດສະມາດ ຢູ່ສຳນັກສັງຄະລາດຊາວຄິຼດ ກຸຍເຍິນ ແລະ ຫົວໜ້າສຳນັກສັງຄະລາດຊາວຄຼິດ ຫງວຽນວັນເຄີຍ ຢູ່ແຂວງ ບິ່ງດິ້ງ, ທ່ານ ເຈິ່ນແທັງເໝີນ ປາດຖະໜາວ່າ ດ້ວຍອິດທິພົນຊື່ສຽງ, ທີ່ຕັ້ງ ແລະ ບົດບາດຂອງ ຕົນ, ທ່ານ ຫງວຽນວັນເຄີຍ ຈະສືບຕໍ່ຂົນຂວາຍ, ສ້າງເງື່ອນໄຂໃຫ້ແກ່ບັນດາ ຄຸນພ່ໍນັດບວດ, ພໍ່ແມ່ພີ່ນ້ອງຊາວຄຼິດ ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ, ບັນດາຂະບວນການແຂ່ງຂັນຮັກຊາດ, ບັນດາການຂົນຂວາຍໂດຍແນວໂຮມປະເທດຊາດຫວຽດນາມປຸກລະດົມ, ສ້າງເງື່ອນໄຂໃຫ້ແກ່ພໍ່ແມ່ພີ່ນ້ອງປະຊາຊົນ ຕັ້ງໜ້າເຂົ້າຮ່ວມການພັດທະນາ ເສດຖະກິດ - ສັງຄົມ ຢູ່ ທ້ອງຖິ່ນ, ຮ່ວມແຮງຮ່ວມໃຈກັນສ້າງສາບ້ານເກີດເມືອງນອນໃຫ້ ນັບມື້ນັບສວຍງາມກ່ວາອີກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.