ລາວ: ສະຫຼຸບວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ທົ່ວປະເທດ ປະຈຳປີ 2019

09:51 | 23/12/2019

ກອງ​ປະຊຸມສະຫຼຸບວຽກງານຈັດ​ຕັ້ງ, ກໍ່ສ້າງ​ພັກ​-​ພະນັກ ງານ ທົ່ວ​ປະເທດ ປະ​ຈໍາ​ປີ 2019 ໄດ້​ເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 19 ທັນວາ ທີ່​ຫ້ອງ​ປະຊຸມພະ​ແນກ ສຶກສາ​ທິ​ການ ແລະ ກິລາແຂວງ ໄຊ​ຍະ​ບູ​ລີ, ເຂົ້າ​ຮ່ວມ​ເປັນ​ກຽດ​ມີທ່ານ ຈັນ​ສີ ໂພ​ສີ​ຄໍາ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ເລຂາທິການ​ສູນ​ກາງ​ພັກ ເລຂາ​ຄະນະ​ພັກ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີ​ທ່ານ ພົງ​ສະ ຫວັນ ສິດ​ທະ​ວົງ ກໍາມະການ​ ສູນ​ກາງ​ພັກ ເລຂາ​ພັກ​ແຂວງ ເຈົ້າແຂວງໄຊ​ຍະ​ບ​ູລີ, ມີຫົວໜ້າ, ຮອງ​ຫົວໜ້າຄະນະ​ຈັດ​ຕັ້ງ​ບັນ ດາ​ແຂວງ​ທົ່ວ​ປະເທດ, ນະຄອນ ຫຼວງ, ມີ​ຫົວໜ້າ​ກົມ​ຈັດ​ຕັ້ງ​ກະ ຊວງ, ອົງການ, ຫົວໜ້າ​ກົມ, ຮອງ​ ກົມ, ມີ​ເລຂາ​ພັກ​ເມືອງ​-​ເຈົ້າເມືອງ ແລະ ຄະນະ​ຈັດ​ຕັ້ງ​ບັນດາ​ເມືອງ​ທົ່ວ​ແຂວງໄຊ​ຍະ​ບູ​ລີ​ເຂົ້າ​ຮ່ວມ 200 ກວ່າ​ຄົນ.

ລາວ: ສະຫຼຸບວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ທົ່ວປະເທດ ປະຈຳປີ 2019

ກອງ​ປະຊຸມສະຫຼຸບວຽກງານຈັດ​ຕັ້ງ, ກໍ່ສ້າງ​ພັກ​-​ພະນັກ ງານ ທົ່ວ​ປະເທດ ປະ​ຈໍາ​ປີ 2019

ໃນ​ກອງ​ປະຊຸມ​ພາຍຫຼັງທີ່ ທ່ານ ພົງ​ສະຫວັນ ສິດ​ທະ​ວົງ ໄດ້​ຂຶ້ນ​ກ່າວ​ຕ້ອນຮັບ​ບັນດາ​ຜູ້​ແທນ​ກອງ​ປະຊຸມ​ທີ່​ມາ​ຈາກ​ບັນດາ​ແຂວງ​ທົ່ວ​ປະເທດ​ແລ້ວ, ທ່ານ ຈັນ​ສີ ໂພ​ສີ​ຄໍາ ກໍໄດ້ກ່າວ​​ ເປີດກອງ​ປະຊຸມຢ່າງ​ເປັນ ​ທາງ​ ການ, ທ່ານ​ໄດ້​ກ່າວວ່າ: ກອງ​ ປະຊຸມ​ຄັ້ງ​ນີ້ຈະ​ໄດ້​ພ້ອມ​ກັນ ສັງເກດ​ຕີ​ລາຄາ​ການຈັດຕັ້ງປະ ຕິບັດ​ມະຕິ​ກອງ​ປະຊຸມ​ວຽກ ​ງານ​ຈັດ​ຕັ້ງທົ່ວ​ປະເທດ ຄັ້ງທີ X ກໍ​ຄື​ມະຕິ​ກອງປະຊຸມ​ວຽກ​ ງານຈັດ​ຕັ້ງ, ກໍ່ສ້າງພັກ​-​ພະ ນັກງານທົ່ວປະເທດປະຈຳ​ປີ 2018 ແລະ ຕີ​ລາຄາສະພາບ​ການ​ຈັດຕັ້ງ​ປະຕິບັດວຽກ​ງານ​ຈັດ​ຕັ້ງ, ກໍ່ສ້າງ​ພັກ​-​ພະນັກງານ ປະຈຳ​ປີ 2019 ພ້ອມ​ທັງ​ຄົ້ນຄວ້າ ກຳນົດ​ທິດ​ທາງ​ວຽກ​ງານ​ຈຸດ​ສຸມ​ ໃນ​ປີ 2020 ໃນ​ນີ້​ຈະໄດ້ລົງ​ເລິກ​ຕີ​ລາຄາ​ຜົນສຳເລັດ​ໃນການ​ກະກຽມ ແລະ ດຳເນີນ​ກອງປະ ຊຸມ​ໃຫຍ່ຂັ້ນ​ຮາກ​ຖານ​ພັກ ແລະ ກອງ​ປະຊຸມ​ໃຫຍ່ອົງຄະນະ​ ພັກ​ເມືອງບ່ອນ​ທີ່​ໄດ້ເຮັດ​ສຳເລັດ​ໄປ​ແລ້ວ ພ້ອມ​ກັນນັ້ນກໍ​ຈະ​ໄດ້​ປຶກສາ​ຫາລືການ​ສືບຕໍ່​ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່​ ຂັ້ນ​ເມືອງ​-​ທຽບ​ເທົ່າ​-​ກອງປະ ຊຸມ​ໃຫຍ່​ຂັ້ນແຂວງ​-​ນະຄອນ ຫຼວງ, ກະ​ຊວງ​-​ອົງການ​ໃນປີ 2020 ເພື່ອ​ໃຫ້​ຖືກຕ້ອງ​ຕາມ​ເນື້ອ​ໃນຂອງ​ຄຳສັ່ງ 04/ຄລສພ ແລະ ບົດແນະນຳຂອງ​ຂະ ແໜງ ການ​ທີ່​ກ່ຽວຂ້ອງ​ຂັ້ນ​ສູນ​ກາງ, ຈາກ​ນັ້ນ ທ່ານ ວັນ​ໄຊ ພອງ​ສະຫວັນ ຮອງ​ເລຂາ​ຄະນະ​ພັກ ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກໄດ້​ຂຶ້ນ​ຜ່ານ​ຮ່າງບົດ ​ສະຫຼຸບ​ຕີ​ລາຄາ​ສະພາບ​ການ ຈັດຕັ້ງ​ປະຕິບັດ​ວຽກ​ງານ​ຈັດ​ຕັ້ງ, ກໍ່ສ້າງ​ພັກ​-​ພະນັກງານ​ໄລຍະ 1 ປີຜ່ານມາ ຊຶ່ງທ່ານໄດ້ຍົກໃຫ້​ ເຫັນ​ດ້ານ​ດີ, ດ້ານອ່ອນ, ຂໍ້ຄົງ ຄ້າງ​ຈາກ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ຄະນະ​ຈັດ​ຕັ້ງ​ທົ່ວ​ປະເທດ ໃນ​ໄລຍະ 1 ປີຜ່ານມາ ແມ່ນ​ໄດ້​ຫັນ​ເອົາ​ພະນັກງານ​ລົງ​ຊ່ວຍ​ບັນດາ​ເມືອງ​ທົ່ວ​ປະເທດ ເພື່ອ​ນໍາ​ພາ​-​ຊີ້​ນໍາ​ກະກຽມ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ບ້ານ ແລະ ກອງ​ປະຊຸມ​ອົງຄະ​ນະ​ພັກ​ເມືອງ ທັງ 3 ດ້ານ: ດ້ານ​ຂະບວນ​ການ, ດ້ານ​ເນື້ອ​ໃນ ແລະ ດ້ານ​ບຸກ​ຄະລາ​ກອນ, ມາ​ຮອດ​ປັດຈຸບັນ​ ທົ່ວ​ປະເທດ​ໄດ້​ສໍາ​ເລັດ​ການ​ດໍາ​ເນີນ​ກອງ​ປະຊຸມ​ໃຫຍ່​ຮາກ​ຖານ​ບ້ານ ແລະ ຮາກ​ຖານ​ອ້ອມຂ້າງ​ ເມືອງ​-​ນະຄອນ 98%, ອົງຄະ​ນະ​ພັກ​ເມືອງ​-​ນະ​ຄອນ​ສໍາ​ເລັດ 42 ເມືອງ​-​ນະຄອນ ໃນ​ຈໍາ​ນວນ 12 ແຂວງ, ທົ່ວ​ປະເທດມີ​ ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ ແລະ ໜັກ​ແໜ້ນທັງ​ໝົດ 6.375 ໜ່ວຍ, ມີ​ສະມາຊິກ​ພັກ​ທັງ​ໝົດ 329.804 ສະຫາຍ ຍິງ 82.177 ສະຫາຍ, ກອງ​ປະຊຸມ​ດັ່ງກ່າວ​ຜູ້​ເຂົ້າ​ຮ່ວມ​ແມ່ນ​ຈະ​ໄດ້​ປະ​ກອບ​ຄໍາ​ຄິດ​-ຄໍາ​ເຫັນ, ຮັບ​ຟັງ​ການ​ໂອ້​ລົມ​ຂອງ ທ່ານ ຈັນ​ສີ ໂພ​ສີ​ຄໍາ ແລະ ​ໄດ້​ດໍາ​ເນີນ​ໄປ​ເປັນ​ເວລາ 2 ວັນ​ຈຶ່ງ​ຈະ​ສໍາ​ເລັດ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.