ເຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານ ສຳຄັນຂອງພັກ ແລະ ລັດ

11:30 | 17/02/2020

ກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານສໍາຄັນຂອງ ພັກ-ລັດ ພາຍໃຕ້ການເປັນ ປະທານຂອງສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການ ເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ; ໄດ້ຈັດຂຶ້ນໃນ ວັນທີ 14 ກຸມພາ ຜ່ານມາ ທີ່ສໍາ ນັກງານສູນກາງພັກ, ຄະນະບໍລິຫານງານສູນກາງພັກ ແລະ ລັດຖະບານ ໂດຍມີບັນດາສະຫາຍກໍາມະການກົມການເມືອງ, ເລຂາທິການສູນກາງພັກ ແລະ ຜູ້ແທນທີ່ມາຈາກບັນດາກະຊວງ, ອົງການ ແລະ ທ້ອງຖິ່ນເຂົ້າຮ່ວມຫຼາຍຮ້ອຍສະຫາຍ.

ເຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານ ສຳຄັນຂອງພັກ ແລະ ລັດ

ກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານສໍາຄັນຂອງ ພັກ-ລັດ ພາຍໃຕ້ການເປັນ ປະທານຂອງສະຫາຍ ພັນຄໍາ ວິພາວັນ

ກອງປະຊຸມໄດ້ຮັບຟັງ ການເຜີຍແຜ່ກ່ຽວກັບຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງການນໍາພັກ-ລັດ ໃນປີ 2019 ແລະ ຕົ້ນປີ 2020 ເປັນ ຕົ້ນແມ່ນບັນດາຜົນສໍາເລັດຂອງ ການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ສປ ຈີນ ແລະ ຣາຊະອານາຈັກກໍາປູເຈຍ ຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິ ຫານງານ ສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ກ່ຽວກັບການກະກຽມສະເຫຼີມ ສະຫຼອງວັນປະຫວັດສາດສໍາຄັນຂອງຊາດ-ຂອງພັກ ໃນປີ 2020 ເພື່ອໃຫ້ຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນໄດ້ເຊື່ອມຊຶມ, ກໍາແຫນ້ນ ແລະ ພ້ອມກັນຈັດ ຕັ້ງຜັນຂະຫຍາຍບັນດາຂໍ້ຕົກ ລົງການພົວພັນຮ່ວມມືໃນແຕ່ລະຂົງເຂດວຽກງານກໍຄືໂຄງ ການຕ່າງໆກັບປະເທດເພື່ອນ ມິດໃຫ້ເຂົ້າສູ່ຕົວຈິງ ແລະ ມີປະ ສິດທິຜົນສູງ ພ້ອມກັນນັ້ນກໍ ເຮັດໃຫ້ການກະກຽມສະເຫຼີມ ສະຫຼອງວັນສໍາຄັນປະຫວັດສາດ ໂດຍສະເພາະແມ່ນວັນສ້າງຕັ້ງພັກ ປປລາວ ຄົບ ຮອບ 65 ປີ, ວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຄົບ ຮອບ 100 ປີ ໃຫ້ເຕັມໄປດ້ວຍ ຄວາມເບີກບານມ່ວນຊື່ນ, ມີຄວາມເອກອ້າງພາກພູມໃຈຕໍ່ໝາກຜົນໃນການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ.

ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ພັນຄໍາ ວິພາວັນ ໄດ້ເນັ້ນໜັກໃຫ້ຜູ້ແທນເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ຍົກສູງ ຄວາມຮັບຜິດຊອບການເມືອງ ໃນການສືບຕໍ່ນໍາໄປຄົ້ນຄວ້າເຊື່ອມຊຶມ ແລະ ຈັດຕັ້ງຜັນຂະ ຫຍາຍເຂົ້າໃນແຕ່ລະຂົງເຂດວຽກງານທີ່ຕົນຮັບຜິດຊອບຢ່າງ ເປັນເຈົ້າການ, ຖືເອົາໝາກຜົນ ຂອງການພົວພັນຮ່ວມມືກັບບັນ ດາປະເທດເພື່ອນມິດກໍຄືການສະເຫຼີມສະຫຼອງວັນສໍາຄັນປະຫວັດສາດຂອງຊາດ, ຂອງພັກ ໃນປີ 2020 ເປັນຂະບວນການລວມທີ່ແຂງແຮງ, ຟົດຟື້ນຕໍ່ເນື່ອງໃນຂອບເຂດທົ່ວປະເທດ ເພື່ອສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ໃຫ້ມີຜົນສໍາເລັດຕາມລະດັບ ຄາດໝາຍ ແລະ ມີດ້ານລື່ນຄາດໝາຍ, ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງບັນດາອົງຄະນະພັກກະ ຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຕົ້ນປີ 2021 ດ້ວຍຖ່ວງທ່າທີ່ໜັກແໜ້ນ ແລະ ໃຫ້ເປັນຂະບວນການກວ້າງຂວາງຂອງທົ່ວປວງຊົນລາວບັນດາເຜົ່າ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.