ເຜີຍແຜ່ມະຕິ IX ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

16:57 | 26/11/2019

ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງພິທີເຜີຍແຜ່ເຊື່ອມຊຶມມະຕິ IX ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຂຶ້ນ ໃນວັນທີ 26 ພະຈິກ 2019 ທີ່ຫ້ອງປະຊຸມຂອງຫ້ອງວ່າການປະທານປະເທດ ໂດຍການເຜີຍແຜ່ຂອງ ສະຫາຍ ຄຳເມິງ ພົງທະດີ ເລຂາຄະນະພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ, ມີບັນດາສະມາຊິກພັກ-ພະນັກງານ ພາຍໃນເຂົ້າຮ່ວມ.

ເຜີຍແຜ່ມະຕິ IX ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

ເຜີຍແຜ່ມະຕິ IX ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

ສະຫາຍ ຄຳເມິງ ພົງທະດີ ໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມຄົບຄະນະ ຄັ້ງທີ IX ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໄດ້ດຳເນີນລະຫວ່າງວັນທີ 14-23 ຕຸລາ 2019 ທີ່ສໍານັກງານສູນກາງພັກປະຊາຊົນປະຕິວັດລາວ ໂດຍການເປັນ ປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອງປະຊຸມໄດ້ຮັບຟັງການລາຍງານ, ຄົ້ນຄວ້າພິຈາລະນາ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳຕໍ່ບັນຫາສຳຄັນຈຳນວນໜຶ່ງ ໃນຂົງເຂດເສດຖະກິດ-ສັງຄົມ, ຄວາມໝັ້ນຄົງ, ວຽກງານແນວໂຮມ ແລະ ມະຫາຊົນຂອງພັກ, ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.

ເຜີຍແຜ່ມະຕິ IX ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

ບັນຍາກາດກອງປະຊຸມ

ໃນພິທີດັ່ງກ່າວ, ສະຫາຍ ເພັດສະໝອນ ພັນທະວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການປະທານປະເທດ ໄດ້ຂຶ້ນເຜີຍແຜ່ຄຳແນະນຳ ຂອງອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ເລກທີ 13/ອກ-ບຄ ລົງວັນ 29 ຕຸລາ 2019 ກ່ຽວກັບການສະຫລຸບຕີລາຄາການຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ X ໃນທົ່ວອົງຄະນະພັກຂອງຕົນ ແນະນຳແຕ່ລະໜ່ວຍພັກໄປກະກຽມ ແລະ ສັງລວມຄຳເຫັນ. ນອກນີ້, ຍັງໄດ້ຮັບຟັງການເຜີຍແຜ່ ແລະ ແນະນຳການຈັດຕັ້ງປະຕິບັດຄຳສັ່ງ ຂອງກົມການເມືອງສູນກາງພັກ ເລກທີ 064/ກມ ສພ ລົງວັນທີ 09 ເມສາ 2019 ວ່າດ້ວຍວຽກງານຂະຫຍາຍພັກ ໂດຍສະຫາຍ ກິ່ງມະໂນ ພົມມະຫາໄຊ ຄະນະພັກ ຮອງລັດຖະມົນຕີ ຮອງຫົວໜ້າ ຫ້ອງວ່າການປະທານປະເທດ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.