ຄະນະ​ກວດກາ​ສູນ​ກາງ​ພັກ​-​ອົງການ​ກວດກາ​ລັດຖະບານ, ໄດ້​ຈັດ​ກອງ​ປະຊຸມວຽກ​ງານ​ກວດກາ​ທົ່ວ​ປະເທດປະ​ຈໍາ​ປີ 2019

16:30 | 09/01/2020

ຄະນະ​ກວດກາ​ສູນ​ກາງ​ພັກ​-​ອົງການ​ກວດກາ​ລັດຖະ ບານ, ໄດ້​ຈັດ​ກອງ​ປະຊຸມວຽກ​ງານ​ກວດກາ​ທົ່ວ​ປະເທດປະ​ຈໍາ​ປີ 2019 ຂຶ້ນ ໃນ​ວັນ​ທີ 8 ມັງ ກອນ​ນີ້ ທີ່​ຫ້ອງ​ປະຊຸມ​ຂອງ​ອົງ ການ​ດັ່ງ​ກ່າວ ພາຍໃຕ້ການເປັນ ​ປະທານ​ຂອງ​ທ່ານ ບຸນ​ທອງ ຈິດ​ມະນີ ກໍາ​ມະ​ການ​ກົມ​ການ ເມືອງ​ສູນ​ກາງ​ພັກ ຄະນະ​ເລ ຂາທິການ​ສູນ​ກາງ​ພັກ ຮອງ​ນາຍົກລັດຖະມົນຕີ ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ​-​ອົງການ​ກວດກາ​ລັດຖະບານ, ຫົວໜ້າ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ສູນ​ກາງ, ມີ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ຄະນະ​ກວດກາ​ສູນ​ກາງ​ພັກ​-​ອົງການ​ກວດກາ​ລັດຖະບານ, ໄດ້​ຈັດ​ກອງ​ປະຊຸມວຽກ​ງານ​ກວດກາ​ທົ່ວ​ປະເທດປະ​ຈໍາ​ປີ 2019

ຄະນະ​ກວດກາ​ສູນ​ກາງ​ພັກ​-​ອົງການ​ກວດກາ​ລັດຖະບານ, ໄດ້​ຈັດ​ກອງ​ປະຊຸມວຽກ​ງານ​ກວດກາ​ທົ່ວ​ປະເທດປະ​ຈໍາ​ປີ 2019

ໃນ​ກອງ​ປະ­ຊຸມ ທ່ານ ສີ​ໃນ ມຽງ​ລາ​ວັນ ຮອງ​ປະ­ທານ​ຄະ­ນະ​ກວດ­ກາ​ສູນ​ກາງ​ພັກ-ອົງ­ການ​ກວດ­ກາ​ລັດ­ຖະ­ບານ ໄດ້​ຂຶ້ນ​ຜ່ານ​ຮ່າງ​ບົດ​ສະ­ຫຼຸບ​ຕີ​ລາ­ຄາ​ການ­ເຄື່ອນ­ໄຫວ​ວຽກ​ງານ​ຕິດ­ຕາມ-ກວດ­ກາ ແລະ ສະ­ກັດ​ກັ້ນ-ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ປີ 2019 ທິດ​ທາງ​ແຜນ­ການ​ວຽກ​ງານ​ກວດ­ກາ​ປີ 2020 ເຊິ່ງ​ໄລ­ຍະ 1 ປີ­ຜ່ານ­ມາ ຄະ­ນະ​ພັກ ອົງ­ການ​ປົກ­ຄອງ​ຄະ­ນະ​ກວດ­ກາ​ພັກ-ອົງ­ການ​ກວດ­ກາ​ລັດ​ແຕ່​ລະ​ຂັ້ນ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຕິດ­ຕາມ ກວດ­ກາ​ຕາມ​ພາ­ລະ​ບົດ­ບາດ ໜ້າ­ທີ່ ຂອບ​ເຂດ​ສິດ​ຂອງ​ຕົນ ໂດຍ​ສະ­ເພາະ​ແມ່ນ ຈັດ​ຕັ້ງ​ປະ­ຕິ­ບັດ​ເນື້ອ​ໃນ​ຈິດ­ໃຈ​ຂອງ​ກອງ​ປະ­ຊຸມ​ວຽກ​ງານ​ກວດ­ກາ​ທົ່ວ​ປະ­ເທດ​ຄັ້ງ​ທີ III ແລະ ແຜນ­ການ​ວຽກ​ງານ​ກວດ­ກາ​ປະ­ຈຳ​ປີ 2020 ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ດ້ານ​ດີ​ທີ່​ຕ້ອງ​ໄດ້​ເສີມ​ຂະ­ຫຍາຍ ແລະ ດ້ານ​ອ່ອນ ຂໍ້­ຄົງ­ຄ້າງ ທີ່​ຈະ​ຕ້ອງ​ໄດ້​ຫາ­ລື​ຮ່ວມ​ກັນ­ຫາ​ວິ­ທີ​ແກ້​ໄຂ​ໃນ­ຕໍ່­ໜ້າ ເປັນ­ຕົ້ນ ວຽກ​ງານ​ຕິດ­ຕາມ​ກວດ­ກາ​ພາຍ​ໃນ​ພັກ ການ​ຄຸ້ມ​ຄອງ​ບໍ­ລິ­ຫານ​ລັດ​ດ້ວຍ​ກົດ­ໝາຍ ການ​ສະ­ກັດ​ກັ້ນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ການ​ຄົ້ນ­ຄວ້າ​ຄຳ​ຮ້ອງ-ຄຳ​ສະ­ເໜີ ແລະ ອື່ນໆ ເພື່ອ​ປະ­ກອບ­ສ່ວນ​ສຳ­ຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ­ສາ ສະ­ຖຽນ​ລະ​ພາບ​ທາງ​ດ້ານ​ການ­ເມືອງ ເສດ­ຖະ­ກິດ ວັດ­ທະ­ນະ­ທຳ-ສັງ­ຄົມ ພະ­ນັກ­ງານ-ສະ­ມາ­ຊິກ​ພັກ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການ­ເມືອງ-ແນວ​ຄິດ ມີ​ຄວາມ​ປອດ​ໃສ ເຂັ້ມ­ແຂງ​ທາງ​ດ້ານ​ການ­ຈັດ­ຕັ້ງ ເພື່ອ​ຮ່ວມ​ກັນ​ສະ­ກັດ​ກັ້ນ-ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ທຸກ​ຮູບ​ແບບ.

ກອງ​ປະ­ຊຸມ ຍັງ​ໄດ້​ຮຽກ­ຮ້ອງ​ຜູ້​ແທນ​ເຂົ້າ​ຮ່ວມ​ຍົກ​ສູງ​ຄວາມ​ຮັບ­ຜິດ­ຊອບ ສຸມ​ສະ­ຕິ​ປັນ­ຍາ ຄົ້ນ­ຄວ້າ​ປະ­ກອບ​ຄຳ​ຄິດ​ເຫັນ​ໃສ່​ເນື້ອ​ໃນ​ບົດ​ສະ­ຫຼຸບ​ດັ່ງ­ກ່າວ ທີ່​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ຈິງ ແລະ ມີ​ຄວາມ​ເປັນ​ເອ­ກະ​ພາບ​ກ່ຽວ​ກັບ​ທິດ​ທາງ ຄາດ­ໝາຍ ບັນ­ດາ​ໜ້າ­ທີ່​ວຽກ​ງານ​ທີ່​ຕ້ອງ​ສູ້​ຊົນ​ປະ­ຕິ­ບັດ ແລະ ວິ­ທີ​ການ​ແກ້​ໄຂ​ບັນ­ຫາ​ຕ່າງໆ​ໃຫ້​ຖືກ­ຕ້ອງ ແທດ­ເໝາະ ບົນ​ຈິດ­ໃຈ​ບຸກ​ທະ­ລຸ ແລະ ມີ​ຄວາມ​ຮັບ­ຜິດ­ຊອບ​ສູງ​ຕໍ່­ໜ້າ​ທີ່​ວຽກ​ງານ​ແຕ່​ລະ​ຂັ້ນ​ທົ່ວ​ປະ­ເທດ. ທ່ານ ບຸນ​ທອງ ຈິດ​ມະນີ ກ່າວ​ວ່າ: ໃນ​ໜຶ່ງ​ປີຜ່ານມາ ຄະນະ​ພັກ, ອົງການ​ປົກຄອງ ແລະ ຄະນະ​ກວດກາ​ແຕ່​ລະຂັ້ນ ​ໄດ້​ ພ້ອມ​ກັນ​ຕັ້ງໜ້າ​ບຸກ​ບືນ ປະຕິບັດ​ວຽກ​ງານ​ກວດ​ກາ​-​ຕິດຕາມ, ສະກັດ​ກັ້ນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຄົ້ນຄວ້າ​ແກ້​ໄຂ​ຄຳ​ຮ້ອງ​-​ຄຳ​ສະເໜີ ແລະ ປັບປຸງ​ການຈັດຕັ້ງ​ຢູ່​ຂັ້ນ​ຂອງ​ຕົນ ມີ​ຜົນສຳເລັດ​ຫຼາຍ​ດ້ານ, ແຕ່​ພ້ອມ​ກັນ​ນັ້ນ ພວກ​ເຮົາ​ກໍຍັງ​ ມີ​ດ້ານ​ອ່ອນ, ຂໍ້​ຄົງ​ຄ້າງ​ຫຼາຍ​ປະການ. ສະນັ້ນ, ​ໃນ​ກອງ​ປະ ຊຸມ​ຄັ້ງ​ນີ້​ຈະ​ຕ້ອງ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ຕີ​ລາຄາ​ຍົກ​ໃຫ້​ເຫັນ​ດ້ານ​ດີ​.

ທີ່​ຈະ​ຕ້ອງ​ໄດ້​ເສີມ​ຂະຫຍາຍ ແລະ ຊອກ​ໃຫ້​ເຫັນ​ດ້ານ​ອ່ອນ, ຂໍ້ຄົງຄ້າງ, ສາເຫດ ເພື່ອ​ປັບປຸງ​ໃນຕໍ່ໜ້າ ເປັນຕົ້ນ​ແມ່ນ​ວຽກ​ງານ​ຕິດ​ຕາມ​-​ກວດກາ​ພາຍ​ໃນ​ພັກ, ການ​ຄຸ້ມ​ຄອງ​ການ​ບໍລິຫານ​ລັດ​ດ້ວຍ​ກົດໝາຍ, ການ​ສະກັດ​ກັ້ນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຄົ້ນຄວ້າ​ຄຳ​ຮ້ອງ​-​ຄຳ​ສະເໜີ ແລະ ອື່ນໆ. ນອກ​ນັ້ນ ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ຮັບ​ຟັງ​ການ​ເຜີຍ­ແຜ່​ເອ­ກະ­ສານ​ສຳ­ຄັນ​ຕ່າງໆ ກ່ຽວ​ກັບ​ວຽກ​ງານ​ກວດ­ກາ ເປັນ­ຕົ້ນ ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ປັບ­ປຸງ​ກົງ­ຈັກ​ການ­ຈັດ­ຕັ້ງ-ພະ­ນັກ­ງານ ວຽກ​ງານ​ຕິດ­ຕາມ​ກວດ­ກາ​ພັກ ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ກວດ­ກາ​ຕາມ​ຜົນ​ການ​ກວດ​ສອບ ແລະ ຕິດ­ຕາມ-ກວດ­ກາ​ການ​ລົງ­ທຶນ​ຂອງ​ລັດ​ເລີ່ມ​ແຕ່​ຫົວ­ທີ ແລະ ຈະ​ໄດ້​ຮັບ​ຟັງ​ການ​ປະ­ກອບ​ຄຳ​ຄິດ​ເຫັນ​ຂອງ​ແຕ່​ລະ​ພາກ­ສ່ວນ ຕາມ​ການ​ເຈາະ​ຈິ້ມ​ຂອງ​ປະ­ທານ​ກອງ​ປະ­ຊຸມ ເຊິ່ງ​ກອງ​ປະ­ຊຸມ​ດັ່ງ­ກ່າວ​ຈະ​ໄດ້​ດຳ­ເນີນ​ແຕ່​ວັນ​ທີ 8-10 ມັງ­ກອນ 2020 ຈຶ່ງ​ສຳ­ເລັດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.