ລັດຖະບານ ລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ທູດຍີ່ປຸ່ນ ປະຈຳ ສປປ ລາວ

ລັດຖະບານ ລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ທູດຍີ່ປຸ່ນ ປະຈຳ ສປປ ລາວ

ວັນທີ 19 ສິງຫາ 2019 ຢູ່ກະຊວງການຕ່າງປະເທດ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຄຳນັບອຳລາຂອງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະລາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ.

ສະຫລຸບ ຊຸດການໂຈມຕີ ແລະ ສະກັດກັ້ນອາດຊະຍາກຳ ຢາເສບຕິດຢູ່ຊາຍແດນຫວຽດນາມ - ລາວ

ສະຫລຸບ ຊຸດການໂຈມຕີ ແລະ ສະກັດກັ້ນອາດຊະຍາກຳ ຢາເສບຕິດຢູ່ຊາຍແດນຫວຽດນາມ - ລາວ

ຍສໝ - ຕອນເຊົ້າວັນທີ 20 ສິງຫາ, ຢູ່ແຂວງແທງຮວາ, ກະຊວງ ຕຳຫຼວດຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນຄວາມສະຫງົບລາວ ແລະ ບັນດາກຳລັງທີ່ກ່ຽວຂ້ອງ ໄດ້ຈັດຕັ້ງກອງປະຊຸມສະຫລຸບສະພາບການເຄື່ອນໄຫວໂຄສະນາ, ບຸກໂຈມຕີ ແລະ ສະກັດກັ້ນອາດຊະຍາກຳ ຢາເສບຕິດຢູ່ ເສັ້ນຊາຍແດນຫວຽດນາມ - ລາວ.

ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ສະເຫຼີມສະຫຼອງ 2 ວັນປະຫວັດສາດ

ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ສະເຫຼີມສະຫຼອງ 2 ວັນປະຫວັດສາດ

ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ຈັດກິດຈະກຳຍ່າງມິນິມາລາທອນ ເພື່ອສະເຫຼີມສະຫຼອງ ແລະ ຫວນຄືນວັນປະກາດໃຊ້ລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 28 ປີ ຕິດພັນກັບຂະ ບວນການຢຶດອຳນາດ 23 ສິງຫາ ຄົບຮອບ 44 ປີ ຂຶ້ນວັນທີ 17 ສິງຫາ 2019 ຢູ່ສະໜາມຫຼວງ ໂດຍມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍການນຳຂັ້ນສູນກາງ ແລະ ຫ້ອງວ່າ¬ການປົກຄອງນະ-ຄອນຫຼວງວຽງຈັນ ເຂົ້າຮ່ວມ.

ອົງການໄອຍະການຊາຍແດນ   ລາວ - ຫວຽດນາມ:  ສືບຕໍ່ຮ່ວມມືຕ້ານອາຊະຍາກໍາຂ້າມຊາດ

ອົງການໄອຍະການຊາຍແດນ ລາວ - ຫວຽດນາມ: ສືບຕໍ່ຮ່ວມມືຕ້ານອາຊະຍາກໍາຂ້າມຊາດ

ໃນອາທິດທີ່ຜ່ານມາ, ຢູ່ທີ່ໂຮງແຮມ ຈໍາປາສັກແກຣນ ນະຄອນປາກເຊ ແຂວງຈໍາປາສັກ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາສານ ສຸວົງ ຫົວໜ້າອົງການ ໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ, ທ່ານ ເລ ມິງ ຈີ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ, ທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ, ມີຄະນະຜູ້ແທນອົງການໄອຍະການ ປະຊາຊົນທີ່ກ່ຽວຂ້ອງຈາກ ສປປ ລາວ ແລະ ສສ ຫວຽດນາມຂົງເຂດຕ່າງໆເຂົ້າຮ່ວມ.

ອົງການໄອຍະການປະຊາຊົນ ຂອງສອງປະເທດຫວຽດນາມ - ລາວໄດ້ພົບປະເຈລະຈາ ເອກະພາບ 8 ເນື້ອໃນ

ອົງການໄອຍະການປະຊາຊົນ ຂອງສອງປະເທດຫວຽດນາມ - ລາວໄດ້ພົບປະເຈລະຈາ ເອກະພາບ 8 ເນື້ອໃນ

ຍສໝ - ພາຍຫຼັງການເຮັດວຽກທີ່ ມີຄວາມຮັບຜິດຊອບ, ດ້ວຍນໍ້າໃຈມິດຕະພາບ, ສະໜິດສະໜົມ, ສອງຝ່າຍໄດ້ປຶກສາຫາລືຢ່າງມີຟົດສະໜັ່ນ ແລະ ເປີດເຜີຍເນື້ອໃນທີ່ ສຳຄັນຫຼາຍຢ່າງ ແລະ ລົງນາມໃນບົດບັນທຶກກອງປະຊຸມອົງການໄອຍະການປະຊາຊົນຂອງແຂວງ ມີເສັ້ນຊາຍແດນຫວຽດນາມ - ລາວຄັ້ງທີ 6.

ສູນກາງແນວລາວສ້າງຊາດ ທາບທາມຄຳເຫັນຕໍ່ມະຕິວຽກງານ ແນວໂຮມ ແລະ ມະຫາຊົນຂອງພັກ

ສູນກາງແນວລາວສ້າງຊາດ ທາບທາມຄຳເຫັນຕໍ່ມະຕິວຽກງານ ແນວໂຮມ ແລະ ມະຫາຊົນຂອງພັກ

ສູນກາງແນວລາວສ້າງຊາດ (ສ ນ ຊ) ຮ່ວມກັບ ຄະນະຮັບຜິດຊອບຊີ້ນຳລະດັບຊາດປັບປຸງມະຕິ05 ໄດ້ຈັດກອງປະຊຸມທາບທາມ ຄຳເຫັນຕໍ່ມະຕິວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໄໝ່ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-16 ສິງຫາ ຜ່ານມານີ້ ທີ່ຫ້ອງປະຊຸມ ສນຊ ພາຍໃຕ້ການເປັນ ປະທານ ຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຜູ້ຕາງໜ້າຈາກສະຫະພັນແມ່ຍິງ, ຊາວໜຸ່ມ, ກຳມະບານ,ສະຫະພັນນັກຮົບເກົ່າ ແລະ ແນວລາວສ້າງຊາດ 7 ແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ຄັ້ງທີ 7 ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ອອກຖະແຫຼງການຮ່ວມ

ກອງປະຊຸມ ຄັ້ງທີ 7 ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ອອກຖະແຫຼງການຮ່ວມ

ຍສໝ - ວັນທີ 18 ສິງຫາ 2019, ກອງປະຊຸມຄັ້ງທີ 7 ກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ໄດ້ອອກຖະແຫຼງການຮ່ວມເພື່ອແນໃສ່ເພີ່ມທະວີສາຍພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ສະພາແຫ່ງຊາດ ແລະຊຸກຍູ້ການປະຕິບັດບັນດາໂຄງການຮ່ວມມືໃນເຂດສາມຫຼ່ຽມພັດທະນາ (CLV-DTA) ເຊິ່ງລັດຖະບານສາມປະເທດໄດ້ເຫັນດີເປັນເອກະພາບ.

ກອງທັບ ສປປ ລາວ ສົ່ງເສີມການກໍ່ສ້າງສະໜາມບິນທົ່ງໄຫຫີນ

ກອງທັບ ສປປ ລາວ ສົ່ງເສີມການກໍ່ສ້າງສະໜາມບິນທົ່ງໄຫຫີນ

ໃນລະຫວ່າງວັນທີ 15-16 ສິງຫາ 2019 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະ ການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະ ເທດ ພ້ອມດ້ວຍຄະນະ ແລະ ພາກ ສ່ວນກ່ຽວຂ້ອງໄດ້ລົງເຄື່ອນໄຫວ ກວດກາ ແລະ ຊີ້ນໍາໂຄງການປັບ ປຸງ ແລະ ຟື້ນຟູສະໜາມບິນທົ່ງ ໄຫຫີນແຂວງຊຽງຂວາງ.

ຊຸກຍູ້ ການຮ່ວມມື ໃນເຂດສາມລ່ຽມພັດທະນາ ລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ

ຊຸກຍູ້ ການຮ່ວມມື ໃນເຂດສາມລ່ຽມພັດທະນາ ລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ

ຍສໝ - ໃນວັນທີ 18 ສິງຫາ, ກອງປະຊຸມຄັ້ງທີ 7 ຂອງ ກຳມາທິການ ການຕ່າງປະເທດ ສະພາແຫ່ງຊາດລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມໄດ້ອອກຖະແຫຼງການຮ່ວມ.

ສືບຕໍ່ປະສານສົມທົບຢ່າງມີປະສິດທິຜົນລະຫວ່າງ ສະພາແຫ່ງຊາດ ຫວຽດນາມ - ລາວ

ສືບຕໍ່ປະສານສົມທົບຢ່າງມີປະສິດທິຜົນລະຫວ່າງ ສະພາແຫ່ງຊາດ ຫວຽດນາມ - ລາວ

ຍສໝ - ຕອນບ່າຍວັນທີ 19 ສິງຫາ, ທີ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຝູ່ງກ໋ວກຫຽນ , ປະທານກຸ່ມຜູ້ແທນມິດຕະພາບ ຫວຽດນາມ - ລາວ ໄດ້ມີການພົບປະກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ນຳໂດຍ ທ່ານ ບຸນປອນ ບຸດຕະນະວົງ , ຮອງປະທານສະພາແຫ່ງຊາດ ສປປ ລາວ ພາການຢ້ຽມຢາມ ສສ. ຫວຽດນາມຢ່າງເປັນທາງການ.

ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຖະຫວາຍທູບທຽນ ຢູ່ທີ່ ອານຸສອນສະຖານ ຫງວ໋ຽນ ຢູ ແລະ ສາມແຈກ ດົ່ງລົກ

ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຖະຫວາຍທູບທຽນ ຢູ່ທີ່ ອານຸສອນສະຖານ ຫງວ໋ຽນ ຢູ ແລະ ສາມແຈກ ດົ່ງລົກ

ຍສໝ - ສອງວັນທີ່ຜ່ານມາ, ຄະນະຜູ້ແທນຂັ້ນສູງຂອງ ຄະນະກຳມະການກວດກາສູນກາງພັກ ປະຊາຊົນປະຕິວັດລາວ ນຳໂດຍ ທ່ານ ບຸນທອງ ຈິດມະນີ - ກຳມະການ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າ ຄະນະກຳມະການກວດກາສູນກາງ, ປະທານອົງການກວດສອບລັດ, ຫົວໜ້າຄະນະກຳມະການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຂົ້າຖະຫວາຍທູບທຽນ ຢູ່ສູນອະນຸສອນສະຖານ ຫງວ໋ຽນ ຢູ ແລະ ເຂດມໍລະດົກປະຫວັດສາດ ສາມແຍກ ດົ່ງລົກ (ຮ່າຕິ້ງ).

ຮັກສາ, ເພີ່ມພູນຄະນສ້າງ ແລະ ພັດທະນາສາຍພົວພັນພິເສດ ລາວ - ຫວຽດນາມ ຂື້ນສູ່ລະດັບສູງໃໝ່

ຮັກສາ, ເພີ່ມພູນຄະນສ້າງ ແລະ ພັດທະນາສາຍພົວພັນພິເສດ ລາວ - ຫວຽດນາມ ຂື້ນສູ່ລະດັບສູງໃໝ່

ຍສໝ - ທີ່ການຕ້ອນຮັບ, ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ຫງວ໋ຽນ ວັນ ເນນ, ເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດຢືນຢັນວ່າ: ລາວຈະຮ່ວມກັບ ຫວຽດນາມ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາກ້າວຂື້ນສູ່ລະດັບສູງໃໝ່.

ການພົບປະແລກປ່ຽນມິດຕະພາບ ຫວຽດນາມ-ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງການປະຕິວັດເດືອນສິງຫາ

ການພົບປະແລກປ່ຽນມິດຕະພາບ ຫວຽດນາມ-ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງການປະຕິວັດເດືອນສິງຫາ

ຍສໝ - ສະຖານທູດຫວຽດນາມ ປະຈໍາ ປັກກິ່ງ, ຈີນ ໄດ້ຈັດຕັ້ງການພົບປະແລກປ່ຽນກັບສະຖານທູດລາວ ປະຈໍາ ປັກກິ່ງ, ຈີນ ໃນຕອນບ່າຍຂອງວັນທີ 16 ສິງຫາ 2019.

ລາວ - ຫວຽດນາມ : ເພີ່ມທະວີການຮ່ວມມື ຂົງເຂດອຸດສາຫະກຳ ແລະ ການຄ້າ

ລາວ - ຫວຽດນາມ : ເພີ່ມທະວີການຮ່ວມມື ຂົງເຂດອຸດສາຫະກຳ ແລະ ການຄ້າ

ຍສໝ - ໃນທ້າຍອາທິດທີ່ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປັນເຈົ້າພາບຈັດກອງປະຊຸມ ແຜນການຮ່ວມມື ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ຂຶ້ນທີ່ໂຮງແຮມເມືອງແທງ, ນະຄອນຫຼວງວຽງຈັນ.

ກອງ​ປະ​ຊຸມ​ຄັ້ງ​ທີ 7 ກຳ​ມາ​ທິ​ການ​ ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ​ລະ​ຫວ່າງ​ສາ​ມ​ປະ​ເທດ ກຳ​ປູ​ເຈ​ຍ - ລາວ - ຫວຽດ​ນາມ

ກອງ​ປະ​ຊຸມ​ຄັ້ງ​ທີ 7 ກຳ​ມາ​ທິ​ການ​ ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ​ລະ​ຫວ່າງ​ສາ​ມ​ປະ​ເທດ ກຳ​ປູ​ເຈ​ຍ - ລາວ - ຫວຽດ​ນາມ

ຍສໝ - ໃນວັນທີ 17 ສິງຫາ 2019, ກອງປະຊຸມຄັ້ງທີ 7 ກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ດ້ວຍຫົວຂໍ້ວ່າ “ບົດບາດຂອງສະພາແຫ່ງຊາດໃນການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໃນເຂດສາມຫຼ່ຽມພັດທະນາ” ໄດ້ໄຂຂຶ້ນຢູ່ນະຄອນຮ້າລອງ, ແຂວງກ໋ວາງນິງ.

ຫວຽດນາມ - ລາວ ໄດ້ແລກປ່ຽນບົດຮຽນ ກ່ຽວກັບການຕິດຕາມກວດກາ, ປ້ອງກັນ ແລະ ຕ້ານໄພສໍ້ລາດບັງຫຼວງ

ຫວຽດນາມ - ລາວ ໄດ້ແລກປ່ຽນບົດຮຽນ ກ່ຽວກັບການຕິດຕາມກວດກາ, ປ້ອງກັນ ແລະ ຕ້ານໄພສໍ້ລາດບັງຫຼວງ

ຍສໝ - ໃນວັນທີ 16 ສິງຫາ, ທີ່ນະຄອນ ຮ່າຕີ໊ງ, ຄະນະຜູ້ແທນຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ໄດ້ມີການພົບປະເຈລະຈາ, ແລກປ່ຽນບົດຮຽນກັບຄະນະຜູ້ແທນ ການກວດກາສູນກາງພັກປະຊາຊົນປະຕິວັດລາວ.

ຫວຽດນາມ ແລະ ລາວ ແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ແຕ່ງງານບໍ່ຖືກລະບຽບ

ຫວຽດນາມ ແລະ ລາວ ແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ແຕ່ງງານບໍ່ຖືກລະບຽບ

ຍສໝ - ໃນວັນທີ 15 ສິງຫາ, ທີ່ນະຄອນວິງ ແຂວງເງະອານ, ໄດ້ດໍາເນີນກອງປະຊຸມແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະແຕ່ງງານບໍ່ຖືກລະບຽບຢູ່ເຂດຊາຍແດນລະຫວ່າງສອງແຂວງເງະອານ ແລະບໍລິຄໍາໄຊ.

ທະນາຄານ ຫວຽດນາມຊຸກຍູ້ດໍາເນີນທຸລະກິດຢູ່ລາວ

ທະນາຄານ ຫວຽດນາມຊຸກຍູ້ດໍາເນີນທຸລະກິດຢູ່ລາວ

ຍສໝ - ໃນວັນທີ 14 ສິງຫາ, ຢູ່ນະຄອນຫຼວງວຽງຈັນ ໄດ້ດໍາເນີນພິທີລົງນາມສັນຍາຂໍ້ຕົກລົງຮ່ວມມື ລະຫວ່າງ ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank), Sacombank ລາວ ທະນາຄານຫວຽດນາມ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ຢູ່ ລາວ ໂດຍລັດຖະບານ ຫຼື ບັນດາອົງການສິນເຊື່ອສາກົນໃຫ້ກູ້ຢືມ.

ຄະນະຜູ້ແທນແຂວງບໍລິຄຳໄຊ (ລາວ) ໄດ້ຖະຫວາຍດອກໄມ້, ຖະຫວາຍທູບທຽນ ອາໄລຫາປະທານ ໂຮ່ຈີມິນ

ຄະນະຜູ້ແທນແຂວງບໍລິຄຳໄຊ (ລາວ) ໄດ້ຖະຫວາຍດອກໄມ້, ຖະຫວາຍທູບທຽນ ອາໄລຫາປະທານ ໂຮ່ຈີມິນ

ຍສໝ - ຕໍ່ໜ້າດວງວິນຍານຂອງປະທານໂຮ່ຈີມິນ, ຄະນະຜູ້ແທນ ແຂວງບໍລິຄຳໄຊ ໄດ້ຢັ້ງຢືນຄວາມສາມັກຄີຕິດພັນກັນອ້າຍນ້ອງຫວຽດນາມ - ລາວເວົ້າລວມ ແລະ ແຂວງ ເງ້ອານ ກັບແຂວງ ບໍລິຄຳໄຊ ເວົ້າສະເພາະທີ່ປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ໄດ້ເສີມສ້າງ "ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ".

ຄຳນັບຮັບຕ້ອນ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 28 ປີ (15 ສິງຫາ 1991 - 15 ສິງຫາ 2019)

ຄຳນັບຮັບຕ້ອນ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 28 ປີ (15 ສິງຫາ 1991 - 15 ສິງຫາ 2019)

ລັດຖະທຳມະນູນແມ່ນກົດໝາຍພື້ນຖານຂອງລາວ ເຊິ່ງກຳນົດລະອຽດເຖິງລະບອບການເມືອງ ເສດຖະ ກິດສັງຄົມ ສິດທິພື້ນຖານຂອງພົນລະເມືອງລາວ ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົງຈັກ ລັດແຫ່ງ ສປປ ລາວ.