ຄຳນັບຮັບຕ້ອນ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 28 ປີ (15 ສິງຫາ 1991 - 15 ສິງຫາ 2019)

14:39 | 16/08/2019

ລັດຖະທຳມະນູນແມ່ນກົດໝາຍພື້ນຖານຂອງລາວ ເຊິ່ງກຳນົດລະອຽດເຖິງລະບອບການເມືອງ ເສດຖະ ກິດສັງຄົມ ສິດທິພື້ນຖານຂອງພົນລະເມືອງລາວ ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົງຈັກ ລັດແຫ່ງ ສປປ ລາວ.

ພາຍຫຼັງການຍົກເລີກລັດຖະທຳມະນູນແຫ່ງພະຣາຊະອານາຈັກລາວໃນປີ 1975 ລັດຖະບານໄດ້ປົກຄອງປະເທດໂດຍບໍ່ມີລັດຖະທຳມະນູນ ແລະ ກົດໝາຍອາໃສດຳລັດມະຕິຕົກລົງ ແລະ ຄຳສັ່ງຕ່າງໆຂອງລັດເປັນບັນທັດຖານໃນການຄຸ້ມຄອງສັງຄົມ, ມາຮອດປີ 1988 ພັກປະຊາຊົນປະຕິວັດລາວ ຈຶ່ງມີຍະໂຍບາຍປະຕິຮູບລະບົບບການເມືອງການປົກຄອງຄືນໃໝ່ ໂດຍສຸມໃສ່ ສ້າງລັດຖະທຳມະນູນ ແລະ ກົດໝາຍຂຶ້ນມາເພື່ອ ເຮັດໃຫ້ປະເທດລາວ ກາຍເປັນລັດທີ່ຄຸ້ມຄອງດ້ວຍກົດໝາຍເທື່ອລະກ້າວດ້ວຍເຫດນັ້ນສະພາປະຊາຊົນາສູງສຸດທີ່ເຮັດໜ້າທີ່ເປັນອົງການນິຕິບັນຍັດຈຶ່ງ ໄດ້ສ້າງກົດໝາຍຊຸດທຳອິດຂອງລາວຂຶ້ນມາ ຊຶ່ງແມ່ນກົດໝາຍອາຍາ ແລະ ກົດໝາຍແພ່ງ ຫຼັງຈາກນັ້ນ 3 ປີສະພາແຫ່ງຊາດຈຶ່ງໄດ້ສ້າງລັດຖະທຳມະນູນສະບັບທຳອິດຂອງລາວ ແລະ ໄດ້ປະກາດໃຊ້ຢ່າງ ເປັນທາງການໃນວັນທີ 15 ສິງຫາ ປີ 1991 ມາຮອດປີນີ້ລັດຖະທຳມະນູນມີອາຍຸຄົບຮອບ 28 ປີ.

ຄຳນັບຮັບຕ້ອນ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 28 ປີ (15 ສິງຫາ 1991 - 15 ສິງຫາ 2019)

ພາບປະກອບ.

ລັດຖະທຳມະນູນເປັນກົດໝາຍພື້ນຖານຂອງຊາດ ເປັນການຫັນແນວທາງປ່ຽນແປງ ໃໝ່ຮອບດ້ານທີ່ມີຫຼັກການຂອງພັກປະຊາຊົນປະຕິວັດລາວເປັນກົດໝາຍພື້ນຖານຂອງລະບອບປະຊາທິປະໄຕ ປະຊາຊົນ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າໃຫ້ຍົກສູງນໍ້າໃຈຮັກຊາດຮັກລະບອບໃໝ່ ເພີ່ມທະວີຄວາມສາມັກຄີທົ່ວປວງຊົນລາວທັງຊາດເຊີດຊູບົດບາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມຈຸດໝາຍທິ່ພັກກຳນົດໄວ້. ການປະກາດໃຊ້ລັດຖະທຳມະນູນເປັນເຫດການ ການເມືອງ ທີ່ສຳຄັນຂອງຊາດ ພ້ອມທັງເປັນຂີດໝາຍໃໝແຫ່ງການຫັນໄປສູ່ການຄຸ້ມຄອງລັດ ຄຸ້ມຄອງສັງ ຄົມດ້ວຍກົດໝາຍ ແລະ ສ້າງລັດແຫ່ງກົດໝາຍເທື່ອລະກ້າວສ່ອງແສງໃຫ້ເຫັນລັກສະນະທາດແທ້ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງລະບອບປະຊາທິປະໄຕປະຊາຊົນພາຍໃຕ້ການນຳພາທີ່ປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ເປັນການຢັ້ງຢືນຕໍ່ໂລກໃຫ້ຮັບຮູ້ກ່ຽວກັບ ຄວາມເປັນ ເອກະລາດ ແລະ ຜືນແຜ່ນດິນອົນຄົບຖ້ວນຂອງ ສປປ ລາວ.

ທ່ານ ສາຍທອງ ແກ້ວດວງດີ ປະທານກຳມາທິການກົດໝາຍສະພາແຫ່ງຊາດໃຫ້ຮູ້ວ່າ: ລັດຖະທຳມະນູນແຫ່ງ ສປປ ລາວ ໃນດ້ານທາດແທ້ແມ່ນການສ້າງສະຕິຊາດເອກະພາບ ອັນໜຶ່ງດຽວ ກັນ ພາຍໃຕ້ການນຳພາຂອງພັກຮັບຮູ້ ແລະ ປົກປ້ອງການດຳລົງຄົງຕົວ ທີ່ບໍ່ສາມາດຕັດ ແຍກອອກຈາກ ກັນໄດ້ຂອງປະຊາຊົນລາວບັນດາເຜົ່າ ຊຶ່ງເປັນພາຫະນະດ້ານ ນິຕິກຳທີ່ສຳຄັນ ເພື່ອສຶກສາອົບຮົມປະຊາຊົນຍົກສູງນໍ້າໃຈຮັກຊາດຮັກລະບອບປະຊາທິປະໄຕປະຊາຊົນ ເພີ່ມທະວີຄວາມສາມັກຄີປອງດອງທົ່ວປວງຊົນທັງຊາດເຊີດຊູບົດບາດ ແລະ ຄວາມສາມາດເປັນເຈົ້າ ປະເທດຊາດຂອງປະຊາຊົນລາວບັນດາເຜົ່າເພື່ອພ້ອມກັນສຸມທຸກກຳລັງແຮງ ແລະ ຄວາມສາມາດຂອງຕົນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ ສັງຄົມມີຄວາມສາມັກຄີປອງດອງ ມີປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ.

ນັບແຕ່ມີປະກາດໃຊ້ລັດຖະທຳມະນູນໃນປີ 1991 ເປັນຕົ້ນມາ ຂະບວນການສ້າງກົດໝາຍຂອງລາວມີຄວາມຄືບໜ້າ ແລະ ເປັນລະບົບຄົບຊຸດຢ່າງຈະແຈ້ງ ສະແດງອອກພາຍຫຼັງກອງປະຊຸມ ຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ 8 ໄດ້ພິຈາລະນາຮັບຮອງເອົາແຜນການສ້າງ ແລະ ປັບປຸງ ກົດໝາຍ 5 ປີ ຈຳນວນ 105 ສະບັບ ໃນນັ້ນກົດໝາຍສ້າງໃໝ່ 50 ສະບັບ ແລະ ກົດໝາຍປັບປຸງ 55 ສະບັບ ໂດຍໄດ້ແບ່ງເປັນ 5 ຂົງເຂດຄື: ຂົງເຂດການປົກຄອງ ແລະ ຍຸຕິທຳ 21 ສະບັບ, ເສດຖະກິດ ແຜນການ ແລະ ການເງິນ 51 ສະບັບ, ວັດທະນະທຳສັງຄົມ 29 ສະບັບ, ການປ້ອງກັນຊາດ ປ້ອງກັນ ຄວາມສະຫງົບ 2 ສະບັບ, ການຕ່າງປະເທດ 2 ສະບັບ. ປະຈຸບັນປະເທດເຮົາມີກົດໝາຍທັງໝົດ 144 ສະບັບທີ່ປະກາດໃຊ້ແລ້ວ. ນອກຈາກນີ້ລັດຖະບານກໍ່ຄືກະຊວງ ແລະ ອົງການທຽບ ເທົ່າຍັງໄດ້ ອອກນິຕິ ກຳໃຕ້ກົດໝາຍ ເພື່ອຮັບໃຊ້ໃຫ້ແກ່ການປະຕິບັດໜ້າທີ່ວຽກງານຂອງຕົນຫຼາຍກວ່າ 100 ສະບັບ.

ປະທານກຳມາທິການກົດໝາຍສະພາແຫ່ງຊາດຊີ້ໃຫ້ເຫັນຕື່ມວ່າ: ໃນໄລຍະຜ່ານມາ ເຖິງວ່າ ການສ້າງ ແລະ ປັບປຸງກົດໝາຍຈະມີຄວາມຄືບໜ້າ ແຕ່ຫຼາຍໆກົດໝາຍໄດ້ຜ່ານການຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວ ເຫັນວ່າຍັງບໍ່ທັນຮັບປະກັນໄດ້ດ້ານຄຸນນະພາບເທົ່າທີ່ຄວນ ເນື່ອງຈາກຫຼາຍສາເຫດ ເປັນຕົ້ນການຄົ້ນຄວ້າ, ການເກັບກຳຂໍ້ມູນ, ການກຳເນື້ອໃນຈຸດສຸມ ຂອງກົດໝາຍຍັງບໍ່ທັນໜັກແໜ້ນ, ແຕກສານ, ລາງກົດໝາຍພິຈາລະນາໃນວົງແຄບ ແລະ ມີລັກສະນະຟ້າງຟັ່ງ ເຮັດໃຫ້ການສ້າງ ຫຼື ປັບປຸງກົດໝາຍບໍ່ທັນຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ.

ທ້ານຜູ້ຟັງທີ່ເຄົາລົບ! ລັດຖະທຳມະນູນ ແລະ ກົດໝາຍປຽບ ເໝືອນເຄື່ອງມືສຳຄັນ ທີ່ນຳໃຊ້ ເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສງຄົມໃຫ້ມີຄວາມຍຸຕິທຳ, ສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ກົດໝາຍບໍ່ອາດມີຜົນສັກສິດໄດ້ ຖ້າຫາກທຸກຄົນໃນສັງຄົມຂາດສະຕິ ແລະ ລະເມີດລະບຽບກົດໝາຍ. ສະນັ້ນໃນໂອກາດວັກລັດຖະທຳມະນູນ ວັນທີ 15 ສິງຫາ ຄົບຮອບ 28 ປີ ຮຽກຮ້ອງ ມາຍັງປະຊາຊົນລາວບັນດາເຜົ່າຈົ່ງຮ່ມກັນສະເຫຼີມສະຫຼອງວັນສຳຄັນນີ້ຢ່າງເປັນຂະບວນຟົດຟື້ນ, ເຊື່ອມຊືມ ແລະ ກຳແໜ້ນກ່ຽວກັບລັດຖະທຳມະນູນ ແລະ ກົດໝາຍ ສ້າງເງື່ອນໄຂ ແລະ ຊຸກຍູ້ໃຫ້ທຸກພາກ ເປັນເຈົ້າການປະຕິບັດກົດໝາຍຢ່າງເຂັ້ມງວດ ຮູ້ນຳໃຊ້ກົດໝາຍເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳ ແລະ ປະຕິບັດພັນທະຂອງຕົນຢ່າງຖືກຕ້ອງ.

ຊົມເຊີຍວັນລັດຖະທຳມະນູນແຫ່ງ ສປປ ລາວ ວັນທີ 15 ສິງຫາ ຄົບຮອບ 28 ປີຢ່າງສຸດໃຈ.

(ແຫຼ່ງ​ຂໍ້​ມູນ​: ວສລ)

ເຫດການ
302 Found

Found

The document has moved here.