ການພົບປະແລກປ່ຽນມິດຕະພາບ ຫວຽດນາມ-ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງການປະຕິວັດເດືອນສິງຫາ

09:18 | 19/08/2019

ຍສໝ - ສະຖານທູດຫວຽດນາມ ປະຈໍາ ປັກກິ່ງ, ຈີນ ໄດ້ຈັດຕັ້ງການພົບປະແລກປ່ຽນກັບສະຖານທູດລາວ ປະຈໍາ ປັກກິ່ງ, ຈີນ ໃນຕອນບ່າຍຂອງວັນທີ 16 ສິງຫາ 2019.

ການພົບປະແລກປ່ຽນມິດຕະພາບ ຫວຽດນາມ-ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງການປະຕິວັດເດືອນສິງຫາ

ການພົບປະແລກປ່ຽນມິດຕະພາບ ຫວຽດນາມ-ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງການປະຕິວັດເດືອນສິງຫາ.(ພາບ:vovworld.vn)

ກ່າວຄໍາເຫັນທີ່ການພົບປະແລກປ່ຽນ, ທ່ານ ເອກອັກຄະລັດຖະທູດຫວຽດນາມ ປະຈໍາຈີນ ດັ້ງມີງຄອຍ ໄດ້ເນັ້ນໜັກວ່າ:ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ ແລະ ລາວ ໄດ້ຮັບການເພີ່ມພູນຄູນສ້າງ ແລະພັດທະນາຢ່າງບໍ່ຢຸດຢັ້ງ; ສອງສະຖານທູດຫວຽດນາມ ແລະ ລາວ ປະຈໍາ ປັກກິ່ງ, ຈີນ ໄດ້ສືບທອດມູນເຊື້ອອັນດີງາມຂອງພັກ, ລັດ ແລະ ປະຊາຊົນສອງປະເທດ, ຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະກັນຢ່າງບໍ່ຢຸດຢັ້ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດສອງຝ່າຍ, ໃນຂອບເຂດອາຊຽນ ກໍ່ຄືບັນດາການເຄື່ອນໄຫວຫຼາຍຝ່າຍຕ່າງໆໃນບໍລິເວນ.

ທ່ານນາງ ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດລາວ ປະຈໍາ ຈີນ ໄດ້ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການຊີ້ນໍານຳພາຂອງພັກກອມມູນິດຫວຽດນາມ, ຊາວຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານອັນໃຫຍ່ຫຼວງກວ່າອີກໃນພາລະກິດສ້າງສາ ແລະພັດທະນາ ປະເທດຊາດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.