ຄະນະຜູ້ແທນແຂວງບໍລິຄຳໄຊ (ລາວ) ໄດ້ຖະຫວາຍດອກໄມ້, ຖະຫວາຍທູບທຽນ ອາໄລຫາປະທານ ໂຮ່ຈີມິນ

14:42 | 16/08/2019

ຍສໝ - ຕໍ່ໜ້າດວງວິນຍານຂອງປະທານໂຮ່ຈີມິນ, ຄະນະຜູ້ແທນ ແຂວງບໍລິຄຳໄຊ ໄດ້ຢັ້ງຢືນຄວາມສາມັກຄີຕິດພັນກັນອ້າຍນ້ອງຫວຽດນາມ - ລາວເວົ້າລວມ ແລະ ແຂວງ ເງ້ອານ ກັບແຂວງ ບໍລິຄຳໄຊ ເວົ້າສະເພາະທີ່ປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ໄດ້ເສີມສ້າງ "ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ".

ຄະນະຜູ້ແທນແຂວງບໍລິຄຳໄຊ (ລາວ) ໄດ້ຖະຫວາຍດອກໄມ້, ຖະຫວາຍທູບທຽນ ອາໄລຫາປະທານ ໂຮ່ຈີມິນ

ຄະນະຜູ້ແທນ ແຂວງບໍລິຄຳໄຊ ໄດ້ຖະຫວາຍດອກໄມ້ ແລະ ທູບທຽນ ອາໄລຫາປະທານ ໂຮ່ຈີມິນ. (ພາບ: baonghean.vn)

ຕອນບ່າຍວັນທີ 15 ສິງຫາ, ໃນໂຄງການເຮັດວຽກຢູ່ແຂວງເງ້ອານ, ຄະນະຜູ້ແທນແຂວງ ບໍລິຄຳໄຊ (ລາວ) ນຳໂດຍທ່ານ ບຸນມາ ບຸຈະເລີນ - ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ໄດ້ຖະຫວາຍດອກໄມ້ ແລະ ທູບທຽນ ອາໄລຫາປະທານ ໂຮ່ຈີມິນ ທີ່ເຂດຮ່ອງຮອຍ ກິມລຽນ (ເມືອງນາມດ່ານ).

ຄະນະຜູ້ແທນແຂວງບໍລິຄຳໄຊ (ລາວ) ໄດ້ຖະຫວາຍດອກໄມ້, ຖະຫວາຍທູບທຽນ ອາໄລຫາປະທານ ໂຮ່ຈີມິນ

ທ່ານ ບຸນມາ ບຸຈະເລີນ - ຮອງເຈົ້າແຂວງບໍລິຄຳໄຊ ຢັ້ງຢືນນ້ຳໃຈເລິກເຊິ່ງ ຂອງ ປະຊາຊົນລາວ ແລະ ປະຊາຊົນຫວຽດນາມ. (ພາບ: baonghean.vn)

ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ໄປຢ້ຽມຢາມ ບ້ານເກີດເມືອງນອນຂອງປະທານໂຮ່ຈີມິນ, ເພື່ອຮັບຟັງກ່ຽວກັບຊີວິດ ແລະ ອາຊີບຂອງລຸງໂຮ່ ແລະ ຍາດຕິພີ່ນ້ອງຂອງຄອບຄົວປະທານໂຮ່ຈີມິນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.