ຊຸກຍູ້ ການຮ່ວມມື ໃນເຂດສາມລ່ຽມພັດທະນາ ລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ

06:14 | 20/08/2019

ຍສໝ - ໃນວັນທີ 18 ສິງຫາ, ກອງປະຊຸມຄັ້ງທີ 7 ຂອງ ກຳມາທິການ ການຕ່າງປະເທດ ສະພາແຫ່ງຊາດລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມໄດ້ອອກຖະແຫຼງການຮ່ວມ.

ຕາມຖະແຫຼງການຮ່ວມແລ້ວ, ກອງປະຊຸມໄດ້ຕີລາຄາສູງການລາຍງານຂອງຜູ້ຕາງໜ້າຄະນະກຳມະການປະສານງານ CLV – DTA ຂອງ 3 ປະເທດ ແລະ ບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານ ແບ່ງປັນ, ປັກຫຼັກໝາຍຊາຍ ແດນ, ເພີ່ມຄວາມໝັ້ນຄົງຂອງຫຼັກຊາຍແດນ, ຕ້ານອາດຊະຍາກໍາຂ້າມຊາຍແດນ ແລະ ຮັບປະກັນຄວາມສະຫງົບເຂດຊາຍແດນລະຫວ່າງ 3 ປະເທດໃນໄລຍະທີ່ຜ່ານມາ, ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດ, ຂໍ້ຕົກລົງທີ່ໄດ້ຍົກອອກມາຢູ່ຖະແຫຼງການຮ່ວມ, ໃນນັ້ນຕີລາຄາສູງຄວາມສຳຄັນຂອງການເພີ່ມທະວີການປະສານສົມທົບກັນລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານກໍ່ຄືບັນດາການເຄື່ອນໄຫວເພື່ອແນໃສ່ຊຸກຍູ້ບັນດາການຮ່ວມມືລະຫວ່າງປະຊາຊົນ ແລະ ວິສາຫະກິດຂອງ 3 ປະເທດ.

ຊຸກຍູ້ ການຮ່ວມມື ໃນເຂດສາມລ່ຽມພັດທະນາ ລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ

ກອງປະຊຸມຄັ້ງທີ 7 ຂອງ ກຳມາທິການ ການຕ່າງປະເທດ ສະພາແຫ່ງຊາດລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (ພາບ:VOV)

ຖະແຫຼງການຮ່ວມກໍ່ໄດ້ຮຽກຮ້ອງຢ່າງແຮງໂດຍ ລັດຖະບານ 3 ປະເທດຕ້ອງສົມທົບກັນຢ່າງແໜ້ນແຟ້ນ ແລະ ມີບັນດາວິທີການທີ່ຈຳເປັນເພື່ອສະກັດກັ້ນການຄ້າຂາຍທີ່ຜິດກົດໝາຍຄື ເຄື່ອງປ່າຂອງດົງ ແລະ ຢາເສບຕິດຂ້າມຊາຍແດນ. ພ້ອມທັງຢັ້ງຢືນເຖິງຄວາມສຳຄັນຂອງການຂົນຂວາຍການໜູນຊ່ວຍຂອງບັນດາຄູ່ຮ່ວມມືພັດທະນາ ແລະ ລະບົບລະບຽບການການເງິນສາກົນເພື່ອແນໃສ່ຮັບໃຊ້ໃຫ້ແກ່ບັນດາແຜນການພັດທະນາເສດຖະກິດ, ສັງຄົມ ແລະ ວັດທະນະທຳໃນພາກພື້ນ, ພິເສດໃນການປະຕິບັດແຜນການເຊື່ອມຕໍ່ພື້ນຖານເສດຖະກິດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຈົນຮອດປີ 2030.

ປະເທດກຳປູເຈຍຈະແມ່ນປະເທດເຈົ້າພາບຈັດຕັ້ງກອງປະຊຸມຄັ້ງທີ 8 ຂອງກຳມາທິການ ການຕ່າງປະເທດ ສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ໃນປີ 2021 ຢູ່ ກຳປູເຈຍ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.