ສູນກາງແນວລາວສ້າງຊາດ ທາບທາມຄຳເຫັນຕໍ່ມະຕິວຽກງານ ແນວໂຮມ ແລະ ມະຫາຊົນຂອງພັກ

10:00 | 20/08/2019

ສູນກາງແນວລາວສ້າງຊາດ (ສ ນ ຊ) ຮ່ວມກັບ ຄະນະຮັບຜິດຊອບຊີ້ນຳລະດັບຊາດປັບປຸງມະຕິ05 ໄດ້ຈັດກອງປະຊຸມທາບທາມ ຄຳເຫັນຕໍ່ມະຕິວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໄໝ່ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-16 ສິງຫາ ຜ່ານມານີ້ ທີ່ຫ້ອງປະຊຸມ ສນຊ ພາຍໃຕ້ການເປັນ ປະທານ ຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຜູ້ຕາງໜ້າຈາກສະຫະພັນແມ່ຍິງ, ຊາວໜຸ່ມ, ກຳມະບານ,ສະຫະພັນນັກຮົບເກົ່າ ແລະ ແນວລາວສ້າງຊາດ 7 ແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສູນກາງແນວລາວສ້າງຊາດ ທາບທາມຄຳເຫັນຕໍ່ມະຕິວຽກງານ ແນວໂຮມ ແລະ ມະຫາຊົນຂອງພັກ

ສູນກາງແນວລາວສ້າງຊາດ ທາບທາມຄຳເຫັນຕໍ່ມະຕິວຽກງານ ແນວໂຮມ ແລະ ມະຫາຊົນຂອງພັກ

ການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປະຕິບັດຕາມແຈ້ງການຂອງຫ້ອງວ່າການສູນກາງພັກສະບັບເລກທີ 025/ຫສພ, ລົງວັນທີ 14 ມີຖຸນາ 2018 ວ່າດ້ວຍທິດຊີ້ນຳຂອງຄະນະເລຂາທິການສູນກາງພັກກ່ຽວກັບການປັບປຸງມະຕິ 05/ກມສພ,ລົງວັນທີ 10 ກຸມພາ 1993 ແລະ ເພື່ອເສີມຂະຫຍາຍປະຊາທິປະໄຕ, ເຕົ້າໂຮມເອົາຄຳຄິດ ຄຳເຫັນຂອງພະນັກງານລັດຖະກອນ ແລະ ບັນດາຊັ້ນຄົນຕ່າງໆຢ່າງກວ້າງຂວາງໃນການປະກອບຄຳຄິດເຫັນຕໍ່ເນື້ອໃນຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກກ່ຽວກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນຂອງພັກໃນໄລຍະໄໝ່ໃຫ້ມີເນື້ອໃນຢ່າງເລິກຊຶ່ງ,ຈະແຈ້ງ ແລະ ແທດເໝາະກັບສະພາບຕົວຈິງ ແນໃສ່ຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານຂອງແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນໃນສະເພາະໜ້າ ແລະ ຍາວນານໃຫ້ມີປະສິດທິຜົນ ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນ ປະກອບຄຳຄິດຄຳເຫັນໃສ່ຮ່ງມະຕິດັ່ງກ່າວ ເພື່ອໃຫ້ມີຄວາມຮັດກຸມ, ແທດເໝາະ ແລະ ຖືກຕ້ອງແນ່ໃສ່ ເພື່ອກ້າວໄປເຖິງ ການຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໃຫ້ມີຜົນສຳເລັດເປັນກ້າວໆ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.