ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ສະເຫຼີມສະຫຼອງ 2 ວັນປະຫວັດສາດ

11:28 | 20/08/2019

ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ຈັດກິດຈະກຳຍ່າງມິນິມາລາທອນ ເພື່ອສະເຫຼີມສະຫຼອງ ແລະ ຫວນຄືນວັນປະກາດໃຊ້ລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 28 ປີ ຕິດພັນກັບຂະ ບວນການຢຶດອຳນາດ 23 ສິງຫາ ຄົບຮອບ 44 ປີ ຂຶ້ນວັນທີ 17 ສິງຫາ 2019 ຢູ່ສະໜາມຫຼວງ ໂດຍມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍການນຳຂັ້ນສູນກາງ ແລະ ຫ້ອງວ່າ¬ການປົກຄອງນະ-ຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ ນວ ກ່າວ​ວ່າ ວັນ​ທີ 23 ສິງ­ຫາ ແມ່ນ​ວັນ​ທີ່​ມີ​ຄວາມ​ໝາຍ​ສຳ­ຄັນ​ທາງ​ປະ­ຫວັດ­ສາດ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ເວົ້າ​ສະ­ເພາະ​ຊາວ ນວ ແມ່ນ​ໝາກ­ຜົນ​ການ​ຕໍ່­ສູ້​ຍືດ​ເຍື້ອ​ຍາວ​ນານ​ຂອງ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ພາຍ​ໃຕ້​ການ​ນຳ­ພາ​ອັນ​ປີ​ຊາ​ສາ­ມາດ​ຂອງ​ບັນ­ພະ­ບຸ­ລຸດ ຫຼື ຂອງ​ພັກ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ 23 ສິງ­ຫາ 1975 ແມ່ນ​ວັນ​ທີ່​ຊາວ ນວ ຫຼາຍ​ໝື່ນ​ຄົນ ໂຮມ​ຊຸມ­ນຸມ​ໃຫຍ່​ປະ­ກາດ​ສ້າງ­ຕັ້ງ​ອຳ­ນາດ​ການ​ປົກ­ຄອງ​ປະ­ຕິ­ວັດ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ແມ່ນ​ຄວາມ​ອົງ­ອາດ​ກ້າ­ຫານ​ຂອງ​ຄົນ ນວ ແມ່ນ​ການ​ຍາດ​ເອົາ​ອຳ­ນາດ​ການ​ປົກ­ຄອງ ມາ­ສູ່​ກຳ­ມື​ຂອງ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ​ທົ່ວ​ທັງ​ຊາດ ເມື່ອ​ຍາດ​ໄດ້​ເອ­ກະ­ລາດ​ມາ­ສູ່​ກຳ­ມື​ແລ້ວ​ຕະ­ຫຼອດ​ໄລ­ຍະ 44 ປີ ຄະ­ນະ​ບໍ­ລິ­ຫານ​ພັກ ນວ ແຕ່​ລະ­ສະ​ໄໝ ຊາວ ນວ ກໍ​ໄດ້​ຢືນ​ຄຽງ​ຂ້າງ​ພັກ​ໃນ​ການ​ພັດ­ທະ­ນາ ນວ ເຮັດ​ໃຫ້ ນວ ໄດ້​ຮັບ​ການ​ພັດ­ທະ­ນາ​ຫຼາຍ​ດ້ານ ກາຍ­ເປັນ​ໃຈ­ກາງ​ດ້ານ​ການ­ເມືອງ ເສດ­ຖະ­ກິດ ວັດ­ທະ­ນະ­ທຳ-ສັງ­ຄົມ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ແລະ ການ​ຕ່າງ­ປະ­ເທດ ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ດີ​ຂຶ້ນ​ລື່ນ​ເມື່ອ​ກ່ອນ​ຫຼາຍ​ເທົ່າ.

ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ສະເຫຼີມສະຫຼອງ 2 ວັນປະຫວັດສາດ

ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ສະເຫຼີມສະຫຼອງ 2 ວັນປະຫວັດສາດ. (ພາບ: vientianemai.net)

ສະ­ນັ້ນ ຈຶ່ງ​ຮຽກ­ຮ້ອງ​ໃຫ້​ຊາວ ນວ ທຸກ​ຖ້ວນ​ໜ້າ ຈົ່ງ​ເສີມ​ຂະ­ຫຍາຍ​ມູນ­ເຊື້ອ 23 ສິງ­ຫາ ວັນ​ຢຶດ​ອຳ­ນາດ​ຂອງ​ຊາວ ນວ ໃຫ້​ແຂງ­ແຮງ ແລະ ສູງ​ຂຶ້ນ ບົນ​ພື້ນ­ຖານ​ຍົກ​ສູງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳ­ພາ​ຂອງ​ພັກ ເພີ່ມ​ທະ­ວີ​ຄວາມ​ສາ­ມັກ­ຄີ​ເປັນ​ເອ­ກະ​ພາບ ນ້ຳ­ໃຈ​ພິ­ລາດ​ອາດ​ຫານ ເດັດ­ດ່ຽວ​ໜຽວ​ແໜ້ນ ໂດຍ​ເສີມ​ຂະ­ຫຍາຍ 4 ມູນ­ເຊື້ອ​ຂອງ ນວ ຄື: ມູນ­ເຊື້ອ​ພິ­ລາດ​ອາດ​ຫານ ມູນ­ເຊື້ອ​ສາ­ມັກ­ຄີ​ປອງ​ດອງ ມູນ­ເຊື້ອ​ຮັກ​ຊາດ ຮັກ ນວ ມູນ­ເຊື້ອ​ຄວາມ​ສີ­ວິ­ໄລ ແລະ ຄວາມ​ກ້າວ­ໜ້າ.

(ແຫຼ່ງ​ຂໍ້​ມູນ​: vientianemai)

ທ່ານອາດຈະມັກ

ເຫດການ