ອົງການໄອຍະການຊາຍແດນ ລາວ - ຫວຽດນາມ: ສືບຕໍ່ຮ່ວມມືຕ້ານອາຊະຍາກໍາຂ້າມຊາດ

11:15 | 20/08/2019

ໃນອາທິດທີ່ຜ່ານມາ, ຢູ່ທີ່ໂຮງແຮມ ຈໍາປາສັກແກຣນ ນະຄອນປາກເຊ ແຂວງຈໍາປາສັກ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາສານ ສຸວົງ ຫົວໜ້າອົງການ ໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ, ທ່ານ ເລ ມິງ ຈີ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ, ທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ, ມີຄະນະຜູ້ແທນອົງການໄອຍະການ ປະຊາຊົນທີ່ກ່ຽວຂ້ອງຈາກ ສປປ ລາວ ແລະ ສສ ຫວຽດນາມຂົງເຂດຕ່າງໆເຂົ້າຮ່ວມ.

ເພື່ອສືບຕໍ່ເພີ່ມທະວີການຮ່ວມມືໃນການປະຕິບັດບັນດາການຮ້ອງຂໍການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນທາງ ດ້ານຍຸຕິທໍາໃນບັນຫາອາຍາ ເພື່ອຕ້ານອາຊະຍາກໍາຂ້າມຊາດຢ່າງມີປະສິດທິຜົນ. ອົງການໄອຍະການ ປະຊາຊົນ ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ຂອງ ສປປ ລາວ ແລະ ສສ ຫວຽດນາມຈຶ່ງໄດ້ຈັດກອງປະຊຸມ ຄັ້ງທີ VI ຂຶ້ນໃນວັນທີ 14 ສິງຫາ 2019 ຢູ່ທີ່ໂຮງແຮມ ຈໍາປາສັກແກຣນ ນະຄອນປາກເຊ ແຂວງຈໍາປາສັກ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາສານ ສຸວົງ ຫົວໜ້າອົງການ ໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ, ທ່ານ ເລ ມິງ ຈີ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ, ທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ, ມີຄະນະຜູ້ແທນອົງການໄອຍະການ ປະຊາຊົນທີ່ກ່ຽວຂ້ອງຈາກ ສປປ ລາວ ແລະ ສສ ຫວຽດນາມຂົງເຂດຕ່າງໆເຂົ້າຮ່ວມ.

ອົງການໄອຍະການຊາຍແດນ   ລາວ - ຫວຽດນາມ:  ສືບຕໍ່ຮ່ວມມືຕ້ານອາຊະຍາກໍາຂ້າມຊາດ

ທ່ານ ຄໍາສານ ສຸວົງ ຫົວໜ້າອົງການ ໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ.(ພາບ: ໜັງສືພິມ ຈຳປາໃໝ່)

ທ່ານ ຄໍາສານ ສຸວົງ ໃຫ້ຮູ້ວ່າ: ກອງປະຊຸມອົງການໄອຍະການ ປະຊາຊົນ ຄັ້ງນີ້: ແມ່ນເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມອົງການໄອຍະການປະຊາຊົນ ບັນດາແຂວງທ່ີມີຊາຍແດນຕິດຈອດກັນຄັ້ງທີ V ທ່ີຈັດຂຶ້ນຢູ່ນະຄອນໂຮຍອານ, ແຂວງກວາງນາມ ສ.ສ ຫວຽດນາມ ໂດຍສະເພາະຜົນສຳເລັດ, ບົດຮຽນທ່ີຖອດຖອນໄດ້ໃນການຮ່ວມມື, ປະຕິບັດການຮ້ອງຂໍການຊ່ວຍເຫຼືອທາງດ້ານກົດໝາຍໃນບັນຫາອາຍາ ເພື່ອຕ້ານກັບອາ ຊະຍາກໍາຂ້າມຊາດຢ່າງມີປະສິດທິຜົນ, ພ້ອມນີ້ໄດ້ຕີລາຄາຜົນງານການຮ່ວມມືມິດຕະພາບ ແລະ ຜົນການ ປະສານສົມທົບໃນການແກ້ໄຂບັນດາການຮ້ອງຂໍ, ການຊ່ວຍເຫຼືອທາງດ້ານກົດໝາຍຂອງສອງຝ່າຍ, ຍົກໃຫ້ ເຫັນບັນດາວຽກງານທີ່ບັນລຸຜົນ, ວິເຄາະຂໍ້ຈໍາກັດ, ຂໍ້ຄົງຄ້າງ, ສາເຫດ, ພ້ອມທັງສະເໜີວິທີປະຕິບັດໃນໄລຍະຕໍ່ໜ້າ ເພື່ອຍົກສູງຜົນການຮ່ວມມືໃນການແກ້ໄຂຄວາມຮຽກຮ້ອງການຊ່ວຍເຫຼືອທາງດ້ານກົດໝາຍໃນ ບັນຫາອາຍາ, ສ້າງເງື່ອນໄຂປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມສະຫງົບ, ສ້າງເສັ້ນຊາຍແດນ ສັນຕິພາບ, ມິດຕະພາບເພື່ອພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ລາວ-ຫວຽດນາມ.

ອົງການໄອຍະການຊາຍແດນ   ລາວ - ຫວຽດນາມ:  ສືບຕໍ່ຮ່ວມມືຕ້ານອາຊະຍາກໍາຂ້າມຊາດ

ຄະນະຜູ້ແທນຮ່ວມຖ່າຍຮູບເປັນທີ່ລະນຶກ.

ກອງປະຊຸມໄດ້ເປັນເອກະພາບ ແລະ ຕີລາຄາສູງຕໍ່ຫົວຂໍ້, ເນື້ອໃນຕ່າງເຊິ່ງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນການຮ່ວມມືລະຫວ່າງສອງຝ່າຍ, ເຫັນໄດ້ຄວາມສໍາຄັນຂອງການເພີ່ມທະວີ ການບໍາລຸງ-ສ້າງພະນັກງານໄອຍະການຂອງອົງການໄອຍະການ ປະຊາຊົນ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ກ່ຽວກັບການຕ້ານອາຊະຍາກໍາຂ້າມຊາດ, ທັງເປັນການໂຄສະນາເຜີຍແຜ່ກົດໝາຍ ໃຫ້ປະຊາຊົນທີ່ດໍາລົງຊີວິດຢູ່ຂອບເຂດຊາຍແດນມີຄວາມຮັບຮູ້ເຂົ້າໃຈເລິກເຊິ່ງ ເພື່ອໃຫ້ເຂົາເຈົ້າມີສ່ວນຮ່ວມຢ່າງແຂງແຮງໃນການຕ້ານ ແລະ ສະກັດກັ້ນອາຊະຍາກໍາຂ້າມຊາດ.

(ແຫຼ່ງ​ຂໍ້​ມູນ​: ຈັນທະວີສັກ/ໜັງສືພິມຈຳປາໃໝ່)

ທ່ານອາດຈະມັກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ