ກອງ​ປະ​ຊຸມ​ຄັ້ງ​ທີ 7 ກຳ​ມາ​ທິ​ການ​ ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ​ລະ​ຫວ່າງ​ສາ​ມ​ປະ​ເທດ ກຳ​ປູ​ເຈ​ຍ - ລາວ - ຫວຽດ​ນາມ

08:19 | 19/08/2019

ຍສໝ - ໃນວັນທີ 17 ສິງຫາ 2019, ກອງປະຊຸມຄັ້ງທີ 7 ກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ດ້ວຍຫົວຂໍ້ວ່າ “ບົດບາດຂອງສະພາແຫ່ງຊາດໃນການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໃນເຂດສາມຫຼ່ຽມພັດທະນາ” ໄດ້ໄຂຂຶ້ນຢູ່ນະຄອນຮ້າລອງ, ແຂວງກ໋ວາງນິງ.

ກອງ​ປະ​ຊຸມ​ຄັ້ງ​ທີ 7 ກຳ​ມາ​ທິ​ການ​ ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ​ລະ​ຫວ່າງ​ສາ​ມ​ປະ​ເທດ ກຳ​ປູ​ເຈ​ຍ - ລາວ - ຫວຽດ​ນາມ

ທ່ານ ນາງ ຕ່ອງທິຟ໋ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ.(ພາບ: TTXVN)

ທ່ານນາງ ຕ່ອງທິຟ໋ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນຊີ້ນໍາກອງປະຊຸມ. ທ່ານນາງ ຕ່ອງທິຟ໋ອງ ຕີລາຄາສູງກົນໄກຮ່ວມມືລະຫວ່າງກໍາມາທິການການຕ່າງປະເທດສະພາແຫ່ງຊາດ 3 ປະເທດໃນໄລຍະຜ່ານມາ, ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ 3 ປະເທດຢ່າງເລິກເຊິ່ງ ແລະ ມີປະສິດທິຜົນກວ່າອີກ. ໂດຍສະເພາະ, ກອງປະຊຸມຄັ້ງນີ້ເປັນຂີດໝາຍ 20 ປີແຫ່ງວັນສ້າງຕັ້ງ ແລະພັດທະນາຂອງເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (1999-2019).

ກອງ​ປະ​ຊຸມ​ຄັ້ງ​ທີ 7 ກຳ​ມາ​ທິ​ການ​ ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ​ລະ​ຫວ່າງ​ສາ​ມ​ປະ​ເທດ ກຳ​ປູ​ເຈ​ຍ - ລາວ - ຫວຽດ​ນາມ

ບັນຍາກາດທີ່ກອງປະຊຸມ.(ພາບ: TTXVN)

ກອງ​ປະ​ຊຸມ​ຄັ້ງ​ທີ 7 ກຳ​ມາ​ທິ​ການ​ ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ​ລະ​ຫວ່າງ​ສາ​ມ​ປະ​ເທດ ກຳ​ປູ​ເຈ​ຍ - ລາວ - ຫວຽດ​ນາມ

ທ່ານນາງ ຕ່ອງທິຟ໋ອງ ແລະ ບັນດາຜູ້ແທນຖ່າຍຮູບທີ່ວາລະເປີດກອງປະຊຸມ.(ພາບ: TTXVN)

ເພື່ອສືບຕໍ່ປະຕິບັດບັນດາແຜນການຮ່ວມມືຂອງເຂດສາມລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຢ່າງມີປະສິດທິຜົນ, ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງສືບຕໍ່ກວດກາຄືນໃໝ່, ສ້າງເລັດລະບົບກົດໝາຍຂອງແຕ່ລະປະເທດໃຫ້ສົມບູນແບບ, ແລກປ່ຽນບົດຮຽນກ່ຽວກັບການເຂົ້າຮ່ວມຂອງສະພາແຫ່ງຊາດ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ 3 ປະເທດໃນການຜັນຂະຫຍາຍການຕິດຕາມກວດກາ ແລະ ຊຸກຍູ້ການຮ່ວມມືໃນເຂດສາມລ່ຽມພັດທະນາເປັນປະຈຳ.

(ໄຊພອນ)

ເຫດການ
302 Found

Found

The document has moved here.