ທີ່ການເຮັດວຽກກັບ ເຄືອຂ່າຍ VGI, ທ່ານລັດຖະມົນຕີ ຫງວຽນຈີຢຸງ ສະເໜີ VGI ເພີ່ມທະວີການໜູນຊ່ວຍ NIC ໃນການເຊື່ອມຕໍ່, ແລກປ່ຽນກັບບັນດານັກຊ່ຽວຊານ, ຄູ່ຮ່ວມມືຊາວຫວຽດນາມ ແລະ ສາກົນ ເພື່ອພ້ອມກັນເຂົ້າຮ່ວມການຄົ້ນຄ້ວາຂໍ້ສະເໜີນີ້, ສ້າງຍຸດທະສາດ
ຍສໝ - ເພື່ອໜູນຊ່ວຍໂຮງຮຽນ 30 ແຫ່ງຢູ່ເຂດພູດອຍ ແລະ ເຂດຫ່າງໄກສອກຫຼີກຂອງຫວຽດນາມ, ອົງການໜູນຊ່ວຍມະຫາວິທະຍາໄລໂລກຂອງເຢຍລະມັນ (WUS) ດ້ວຍການໜູນຊ່ວຍຂອງລັດ Sachsen-Anhalt (ເຢຍລະມັນ) ໄດ້ສະໜອງເຄື່ອງກັ່ນຕອງນ້ຳບໍລິສຸດ ຈຳນວນ 30 ເຄື່ອງ ຍີ່ຫໍ້ “PAUL” ເພື່ອໃຫ້ບັນດາໂຮງຮຽນທີ່ມີຄວາມຫຍຸ້ງຍາກຫຼາຍ ໄດ້ສາມາດເຂົ້າເຖິງ ແລະ ນໍາໃຊ້ນ້ໍາດື່ມທີ່ສະອາດ ໃນໄລຍະຍາວ.
Để hỗ trợ 30 trường học tại các khu vực miền núi, vùng sâu vùng xa ở Việt Nam, Tổ chức Hỗ trợ đại học thế giới CHLB Đức (WUS) với sự hỗ trợ của bang Sachsen-Anhalt (Đức) đã cung cấp tổng cộng 30 thiết bị lọc nước tinh khiết nhãn hiệu "PAUL" để các trường học còn nhiều khó khăn có
ຫວ່າງແລ້ວນີ້, ທີ່ສູນກອງປະຊຸມສາກົນຢູ່ຮ່າໂນ້ຍ, ກອງປະຊຸມໂຕະມົນວິສາຫະກິດ ຫວຽດນາມ-ເຢຍລະມັນ ໄດ້ດໍາເນີນພາຍໃຕ້ການເປັນປະທານຂອງທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Olaf Scholz ນາຍົກລັດຖະມົນຕີເຢຍລະມັນ. ເຂົ້າຮ່ວມກອງປະຊຸມຍັງມີການນໍາຂັ້ນສູງເຢຍລະມັນ ບາງທ່ານ; ການນໍາບາງກະຊວງ, ຂະແໜງການຂອງຫວຽດນາມ ແລະປະຊາຄົມວິສາຫະກິດສອງປະເທດເປັນຈຳນວນຫຼວງຫຼາຍ.
ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຊັນຂໍ້ຕົກລົງລະຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ວ່າດ້ວຍການຮ່ວມມື ດ້ານປ້ອງກັນຊາດ.
ວັນທີ 12 ພະຈິກ, ສື່ມວນຊົນ ເຢຍລະມັນ ໄດ້ລົງຂ່າວ/ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໃນລະຫວ່າງວັນທີ 13 – 14 ພະຈິກ, ຫວັງວ່າ ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງ 2 ປະເທດກວ່າອີກ.
ຍສໝ - ຫວ່າງແລ້ວນີ້, ທີ່ສຳນັກງານໃຫຍ່ຢູ່ Berlin, ສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ດຳເນີນການພົບປະຢ່າງສະໜິດສະໜົມ ກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ປະຈຳ ເຢຍລະມັນ ເນື່ອງໃນໂອກາດວັນຊາດ ທີ 2 ກັນຍາ ແລະ 77 ປີແຫ່ງວັນມູນເຊື້ອຂະແໜງການຕ່າງປະເທດ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດ (2/9/1945 – 2/9/2022) ແລະ ວັນທ້ອນໂຮມປະເທດຊາດ ເຢຍລະມັນ 3/10/1990 – 3/10/2022), ສະມາຄົມຫວຽດນາມ ຢູ່ ລັດ Brandenburg ຮ່ວມກັບ ສະໂມສອນ SC VLC Berlin e.V ໄດ້ຈັດການແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງ 3 ທີມ FC ສະຖານທູດ, FC Dresden ແລະ SC VLC Berlin e.V.
ຍສໝ - ຫວ່າງແລ້ວນີ້, ຢູ່ສູນການຄ້າ ດົງຊວນ, “ພື້ນທີ່ວັດທະນະທຳ ຫວຽດນາມ” ຢູ່ເຢຍລະມັນ ໄດ້ຈັດຕັ້ງສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ (7 ສິງຫາ 2012 – 7 ສິງຫາ 2022).
ຍສໝ - ດ້ວຍຫົວຂໍ້ “ພັດທະນາເສດຖະກິດໃນພື້ນຖານທີ່ໝັ້ນຄົງ”, ນັກຂ່າວ Gerhard Feldbauer ມີບົດຂຽນໃນໜັງສືພິມໂລກໄວໜຸ່ມ (Junge Welt) ຂອງເຢຍລະມັນ, ສະບັບອອກວັນທີ 2 ສິງຫາ, ໃນນັ້ນໄດ້ຕີລາຄາລະດັບ ການເຕີບໂຕຢ່າງແຮງຂອງຫວຽດນາມ ໃນ 2 ປີທີ່ເກີດໂລກລະບາດໂຄວິດ - 19, ໃນຂະນະທີ່ການລົງທຶນໂດຍກົງຈາກຕ່າງປະເທດພວມເພີ່ມຂຶ້ນຢ່າງແຮງ.
ຍສໝ - ການພົບປະຄັ້ງນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອຫວນຄືນບັນດາຄວາມຊົງຈຳ, ຊຸມວັນທີ່ຫຍຸ້ງຍາກລຳບາກ, ບັນດາເຫດການທີ່ເກີດຂຶ້ນ ແລະ ຄວາມມານະພະຍາຍາມບືນຕົວຂຶ້ນໃນຊຸມມື້ທຳອິດທີ່ໄປຮອດເຢຍລະມັນເທົ່ານັ້ນ, ແຕ່ບັນດາສະມາຊິກ-ເຊິ່ງເຄີຍເປັນແຮງງານຮ່ວມມືໃນເມື່ອກ່ອນ-ຍັງໄດ້ແບ່ງປັນ, ລະດົມກໍາລັງໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນພາຍຫຼັງຄວາມຫຍຸ້ງຍາກ ແລະ ຄວາມເສຍຫາຍຍ້ອນພະຍາດໂຄວິດ-19 ທີ່ແກ່ຍາວມາເປັນເວລາກວ່າ 2 ປີ ໃນທົ່ວໂລກ.
ຍສໝ - ໜັງສືພິມ Finanzmarktwelt ຂອງ ເຢຍລະມັນ ຫາກໍລົງບົດຂຽນ ໂດຍເນັ້ນໜັກວ່າ ຫວຽດນາມ ໄດ້ເປີດປະຕູຢ່າງຮອບດ້ານພາຍຫຼັງໂລກລະບາດໂຄວິດ -19, ທຸກຂະແໜງການລ້ວນແຕ່ມີສັນຍານດີຂຶ້ນ.
ຍສໝ - ໃນຂອບເຂດການເດີນທາງໄປປະຕິບັດງານຍັງບາງປະເທດເອີລົບ, ຫວ່າງແລ້ວນີ້, ຄະນະຜູ້ແທນອົງການພຸດທະສາສະໜາ ຫວຽດນາມ ນຳໂດຍພະສັງຄະນາຍົກ ທິກຖໍລາກ, ຫົວໜ້າຄະນະວັດທະນະທຳສູນກາງອົງການພຸດທະສາສະໜາຫວຽດນາມ ໄດ້ເຂົ້າຢ້ຽມສະຖານທູດຫວຽດນາມ ປະຈໍາເຢຍລະມັນ.
ຍສໝ - ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ.
ຍສໝ - ສະຖານທູດຫວຽດນາມ ແລະ ປະຊາຄົມຄົນຫວຽດນາມປະຈຳເຢຍລະມັນ ຍາມໃດກໍຕັ້ງໜ້າຊ່ວຍເຫຼືອບໍ່ພຽງແຕ່ທາງດ້ານລະບຽບກົດໝາຍ, ເອກະສານ ແລະ ຂັ້ນຕອນຕ່າງໆ ແຕ່ຍັງໃຫ້ການຊ່ວຍເຫຼືອທັງທາງດ້ານວັດຖຸ ແລະ ສະພາບຈິດໃຈແກ່ພໍ່ແມ່ພີ່ນ້ອງໃນຂະບວນການອົບພະຍົບ.
ຕອນບ່າຍວັນທີ 1/3, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານ Kasper Rorsted, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Adidas ເພື່ອປຶກສາຫາລືບັນດາມາດຕະການຊຸກຍູ້ການຜະລິດ ແລະ ການເຄື່ອນໄຫວດຳເນີນທຸລະກິດຂອງ Adidas ຢູ່ຫວຽດນາມ.
ຕອນບ່າຍວັນທີ 25 ກຸມພາ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 67 ປີແຫ່ງວັນແພດໝໍຫວຽດນາມ ຢູ່ໂຮງໝໍມິດຕະພາບ ຫວຽດນາມ-ເຢຍລະມັນ.
ຍສໝ - ວັນ ທີ 21 ກຸມພາ, ທ່ານຮອງລັດຖະມົນຕີ ການຕ່າງປະເທດ ຫວູກວາງມິງ ໄດ້ເປັນປະທານການແລກປ່ຽນລະຫວ່າງບັນດາອົງການຫວຽດນາມ ແລະ ເຢຍລະມັນ ກ່ຽວກັບບັນດາມາດຕະການແກ້ໄຂຂໍ້ຕິດຂັດໃນການນຳໃຊ້ທຶນຮ່ວມມືພັດທະນາຢ່າງເປັນທາງການ (ODA) ຂອງ ເຢຍລະມັນ.
ຍສໝ - ວັນທີ 14 ກຸມພາ, ຮູບເງົາ “ມ່ຽນກີ໊ອຶກ (ເຂດພາກແຫ່ງຄວາມຊົງຈໍາ)” ຂອງຜູ້ກຳກັບການສະແດງ ບຸ່ຍກີມກຸຍ ໄດ້ເລີ່ມສາຍໃນຂອບເຂດ ຂອງງານມະໂຫລານຮູບເງົາສາກົນ Berlin (Berlinale) ໃນລະຫວ່າງວັນທີ 10-20 ກຸມພາ.
ຍສໝ - “ອົບອຸ່ນ, ມ່ວນຊື່ນ ແລະ ແຊບນົວ” ແມ່ນຄວາມຮູ້ສຶກຂອງ Etienne Mahler (1987), ນັກສຶກສາເຢຍລະມັນ ທີ່ພາກວິຊາຫວຽດນາມວິທະຍາ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ພາຍຫຼັງຫຼາຍປີທີ່ຕ້ອນຮັບວັນບຸນເຕັດປີໃໝ່ພື້ນເມືອງຫວຽດນາມ.
ຍສໝ - ວັນທີ 25 ມັງກອນ, ຫວຽດນາມ ໄດ້ຮັບວັກຊິນ BioNTech/Pfizer 4.000.230 ໂດສໂດຍລັດຖະບານເຢຍລະມັນ ອຸປະຖໍາ, ວັກຊິນ BioNTech/Pfizer 99.450 ໂດສໂດຍລັດຖະບານ Luxembourg ອຸປະຖໍາ, ວັກຊິນ BioNTech/Pfizer 159.120 ໂດສໂດຍລັດຖະບານ ປອກຕຸຍການ ອຸປະຖໍາ, ວັກຊິນ AstraZeneca 2.012.960 ໂດສ ໂດຍລັດຖະບານອັງກິດ ອຸປະຖໍາຜ່ານໂຄງການ COVAX.