ຫວຽດນາມ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ ເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ

08:09 | 15/11/2022

ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຊັນຂໍ້ຕົກລົງລະຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ວ່າດ້ວຍການຮ່ວມມື ດ້ານປ້ອງກັນຊາດ.

ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz
ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII

ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພັນໂທ Mark Gottschalk ທີ່ພິທີລົງນາມ. ພາບ: ມິງແທ່ງ.

ໃນວັນດຽວກັນ, ທີ່ Berlin, ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ, ທ່ານ Thomas Hitschler ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສາທາລະນະລັດ ສະຫະພັນ ເຢຍລະມັນ ກໍໄດ້ເຊັນຂໍ້ຕົກລົງດັ່ງກ່າວ. ສອງຝ່າຍຈະດໍາເນີນການປັບປຸງລະບຽບການໃຫ້ສົມບູນແບບ ຕາມຂໍ້ກໍານົດເພື່ອໃຫ້ຂໍ້ຕົກລົງສະບັບນີ້ມີຜົນສັກສິດຢ່າງເປັນທາງການ.

ຮອງລັດຖະມົນຕີປ້ອງກັນປະເທດ Thomas Hitschler ແລະທ່ານພັນເອກພິເສດ ຫງວຽນຕ໊ວນມິງ. ພາບ: ມິງແທ່ງ.

ການລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ກ່ອນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ໃນລະຫວ່າງວັນທີ 13 ຫາວັນທີ 14 ພະຈິກ 2022, ເປັນຂີດໝາຍແຫ່ງການພັດທະນາທີ່ສໍາຄັນໃນການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ສ້າງຂອບນິຕິກໍາເພື່ອຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ ກ່ຽວກັບການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແບ່ງປັນບັນດາບັນຫາຍຸດທະສາດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ການບໍາລຸງສ້າງ, ເສນາຮັກ, ການຮັກສາສັນຕິພາບ ສປຊ ແລະບັນດາຂົງເຂດອື່ນຕາມການເຫັນດີເປັນເອກະພາບຂອງສອງຝ່າຍ, ຕັ້ງໜ້າປະກອບສ່ວນເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດ ໃຫ້ນັບມື້ແທດຈິງ ແລະມີປະສິດທິຜົນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.