ຂົວຕໍ່ມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ເຢຍລະມັນ

15:36 | 06/09/2022

ຍສໝ - ຫວ່າງແລ້ວນີ້, ທີ່​ສຳນັກງານ​ໃຫຍ່​ຢູ່ Berlin, ສະຖານທູດ​ຫວຽດນາມ ປະຈຳ ​ເຢຍລະ​ມັນ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ຢ່າງ​ສະໜິດສະໜົມ ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ ຫວຽດນາມ ປະຈຳ ​ເຢຍລະ​ມັນ ​ເນື່ອງ​ໃນ​ໂອກາດ​ວັນຊາດ ທີ 2 ກັນຍາ ​ແລະ 77 ປີ​ແຫ່ງ​ວັນມູນເຊື້ອຂະແໜງ​ການ​ຕ່າງປະ​ເທດ ຫວຽດນາມ.

ການປົກປັກຮັກສາ ແລະ ພັດທະນາດ້ານວັດທະນະທໍາ ຢູ່ ເຢຍລະມັນ ການປົກປັກຮັກສາ ແລະ ພັດທະນາດ້ານວັດທະນະທໍາ ຢູ່ ເຢຍລະມັນ
ບັນດານັກຮົບເກົ່າ ຊ່ວຍເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ບັນດານັກຮົບເກົ່າ ຊ່ວຍເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ

ເຂົ້າ​ຮ່ວມ​ເຫດການ​ດັ່ງກ່າວ​ ມີ​ຜູ້ຕາງໜ້າ​ຂອງ 80 ສາຂາສະມາຄົມ ​ແລະ ຜູ້ຕາງໜ້າ​ຈາກ​ຫຼາຍເຂດ​ພາກ ​ຂອງ​ເຢຍລະ​ມັນ.

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວູກວາງ​ມິນ ​ໄດ້ສະແດງຄວາມ​ຕ້ອນຮັບ​ບັນດາ​ການ​ນຳ​ສາຂາສະມາຄົມ ​ແລະ ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ເຢຍລະ​ມັນ ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ມີ​ປະສິດທິ​ຜົນ​ຂອງ​ບັນດາ​ສະມາຄົມ ​ແລະ ປະຊາ​ຄົມ​ຫວຽດນາມ ​ໃນ​ການ​ພົວພັນ​ທາງ​ການ​ທູດປະຊາຊົນ​ເວົ້າ​ສະ​ເພາະ ​ແລະ ການ​ທູດ ຫວຽດນາມ ​ເວົ້າ​ລວມ. ຖືປະຊາຄົມຊາວຫວຽດນາມ ເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ເຢຍລະມັນ, ທ່ານເອກອັກຄະລັດຖະທູດ ຮັບຮູ້ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ການອຸທິດສ່ວນ, ຄວາມມານະພະຍາຍາມໃນການໜູນຊ່ວຍບັນດາການເຄື່ອນໄຫວຂອງສະຖານທູດ ຫວຽດນາມ ປະຈໍາເຢຍລະ​ມັນ ໃນໄລຍະຜ່ານມາ.

ຂົວຕໍ່ມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ເຢຍລະມັນ
ຂົວຕໍ່ມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ເຢຍລະມັນ. (ພາບ: TTXVN)

ນອກຈາກນັ້ນ, ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ກໍ່ມີການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ໂດຍສະເພາະ ແມ່ນການໜູນຊ່ວຍປະເທດຜ່ານຜ່າຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ-19. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວູກວາງ​ມິນ ​ເນັ້ນ​ໜັກ​ວ່າ: ​ໃນ​ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ​ເຢຍລະ​ມັນ Frank-Walter Steinmeier ກໍ່​ຄື​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ສະຫະພັນ ​ແລະ ບັນດາລັດ ​ເຢຍລະ​ມັນ, ຝ່າຍ​ເຢຍລະ​ມັນ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມຮັກແພງ ​ແລະ ບັນດາ​ການກະທຳທີ່ມີຄວາມໝາຍ​ອັນ​ສູງ​ສົ່ງ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ເຢຍລະ​ມັນ ​ແລະ ກໍ່ຄື ຫວຽດນາມ ທີ່​ມີ​ຕໍ່​ປະຊາຊົນ ​ເຢຍລະ​ມັນ ໃນໄລຍະຕົ້ນຂອງພະຍາດລະບາດ ຫຼື ເວລາທີ່ເຢຍລະມັນກຳລັງປະເຊີນກັບໄພພິບັດທຳມະຊາດ ແລະ ໄພນໍ້າຖ້ວມ.

ໂດຍ​ການ​ຮ່ວມແຮງຮ່ວມໃຈ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ເຢຍລະ​ມັນ ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການເຮັດໃຫ້ການ​ຮ່ວມ​ມື​ ​ແລະ ການ​ທູດ​ລະຫວ່າງ 2 ປະ​ເທດແໜ້ນ​ແຟ້ນກວ່າອີກ, ກໍ່ຄືຍົກສູງ​ທີ່​ຕັ້ງ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ​ໃນ​​ໃຈ​ຂອງ​ປະຊາຊົນ​ເຢຍລະ​ມັນ. ຕອບສະໜອງຄວາມຮັກແພງຂອງປະຊາຄົມ ແລະ ປະຊາຊົນຫວຽດນາມ, ຫວ່າງມໍ່ໆນີ້, ເຢຍລະມັນ ກໍ່ມອບຢາວັກຊີນທັງໝົດ 10 ລ້ານໂດສ ແລະ ອຸປະກອນການແພດທີ່ມີຄ່າຫຼາຍຢ່າງ ໃຫ້ຫວຽດນາມ ໃນຂະນະທີ່ແຫຼ່ງຢາປ້ອງກັນພາຍໃນປະເທດຍັງຈຳກັດຢູ່. ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ເຢຍລະ​ມັນ ຈະ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ສົມທົບ​ກັບ​ສະຖານທູດ ​ເພື່ອ​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ນີ້. ​

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.