ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz

16:12 | 14/11/2022

ວັນທີ 12 ພະຈິກ, ສື່ມວນຊົນ ເຢຍລະມັນ ໄດ້ລົງຂ່າວ/ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໃນລະຫວ່າງວັນທີ 13 – 14 ພະຈິກ, ຫວັງວ່າ ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງ 2 ປະເທດກວ່າອີກ.

ຂົວຕໍ່ມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ເຢຍລະມັນ ຂົວຕໍ່ມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ເຢຍລະມັນ
ການປົກປັກຮັກສາ ແລະ ພັດທະນາດ້ານວັດທະນະທໍາ ຢູ່ ເຢຍລະມັນ ການປົກປັກຮັກສາ ແລະ ພັດທະນາດ້ານວັດທະນະທໍາ ຢູ່ ເຢຍລະມັນ
ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz
ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz. ພາບ: TTXVN

ມີໜັງສືພິມຫຼາຍສະບັບຂອງ ເຢຍລະມັນ ຄື: Welt, Spiegel, Merkur, ວິທະຍຸກະຈາຍສຽງ ເຢຍລະມັນ (Deutschlandfunk)... ລ້ວນແຕ່ໃຫ້ຂ່າວກ່ຽວກັບການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz. ໜັງສືພິມ ໄປສະນີແມ່ນ້ຳ Rhein (RP) ໄດ້ລົງພິມຂ່າວທີ່ວ່າ ຕອນຄ່ຳວັນທີ 12 ພະຈິກ, ທ່ານນາຍົກລັດຖະມົນຕີ Olaf Scholz ພ້ອມກັບຄະນະວິສາຫະກິດ ໄດ້ເດີນທາງອອກຈາກ Berlin ເລີ່ມໄປປະຕິບັດງານຢູ່ອາຊີ ເປັນເວລາ 4 ວັນ, ເຊິ່ງແມ່ນການໄປປະຕິບັດງານເປັນຫຼາຍມື້ທີ່ສຸດຂອງການນຳ ເຢຍລະມັນ ນັບແຕ່ເມື່ອທ່ານຮັບດຳລົງຕຳແໜ່ງໃນເດືອນ ທັນວາ 2021. ຫວຽດນາມ ເປັນປະເທດທຳອິດໃນຖ້ຽວການໄປປະຕິບັດງານຂອງທ່ານ Olaf Scholz. ໜັງສື່ພິມການຄ້າ (Handelsblatt) ຢືນຢັນວ່າ ບັນດາວິສາຫະກິດຂອງ ເຢຍລະມັນ ນັບມື້ນັບຫັນປ່ຽນຍ້າຍການຜະລິດມາ ຫວຽດນາມ ເພື່ອຫຼີກລ້ຽງຄວາມສ່ຽງ.

ໄຊພອນ

ເຫດການ
302 Found

Found

The document has moved here.