ການປົກປັກຮັກສາ ແລະ ພັດທະນາດ້ານວັດທະນະທໍາ ຢູ່ ເຢຍລະມັນ

18:43 | 11/08/2022

ຍສໝ - ຫວ່າງແລ້ວນີ້, ຢູ່​ສູນ​ການ​ຄ້າ ດົງ​ຊວນ, “ພື້ນທີ່​ວັດ​ທະ​ນະ​ທຳ​ ຫວຽດ​ນາມ” ຢູ່​ເຢຍ​ລະ​ມັນ ໄດ້​ຈັດ​ຕັ້ງ​ສະ​ເຫຼີມ​ສະ​ຫຼອງ​ 10 ປີແຫ່ງວັນສ້າງຕັ້ງ (7 ສິງຫາ 2012 – 7 ສິງຫາ 2022).

ຫວຽດນາມ ແມ່ນເຂດຜະລິດທີ່ສຳຄັນແຖວໜ້າຂອງບັນດານັກລົງທຶນ ເຢຍລະມັນ ແລະ ສະຫະພາບເອີລົບ ຫວຽດນາມ ແມ່ນເຂດຜະລິດທີ່ສຳຄັນແຖວໜ້າຂອງບັນດານັກລົງທຶນ ເຢຍລະມັນ ແລະ ສະຫະພາບເອີລົບ
Etienne Mahler (ເຢຍລະມັນ): ປີໃໝ່ຫວຽດນາມ - ມ່ວນຊື່ນ, ຫອມແຊບ ແລະ ຈົ່ງໃຊ້ເຄື່ອງຢາງໜ້ອຍລົງ Etienne Mahler (ເຢຍລະມັນ): ປີໃໝ່ຫວຽດນາມ - ມ່ວນຊື່ນ, ຫອມແຊບ ແລະ ຈົ່ງໃຊ້ເຄື່ອງຢາງໜ້ອຍລົງ
ການປົກປັກຮັກສາ ແລະ ພັດທະນາດ້ານວັດທະນະທໍາ ຢູ່ ເຢຍລະມັນ
ພາບປະກອບ: TTXVN

ໂດຍກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ລາຍການ, ທ່ານ ​ເລ​ຊວນ​ດິ໋ງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ, ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ສະຖານທູດ ຫວຽດນາມ ປະຈຳ ​ເຢຍລະ​ມັນ ​ແລະ ຍາດຕິພີ່ນ້ອງ ປະຊາຄົມຊາວ ຫວຽດນາມ, ແລະ ບັນດາອ້າຍ​ນ້ອງທີ່ເປັນ​ນັກ​ຮ້ອງ​ເຊິ່ງໄດ້ຕິດ​ພັນ​ກັບ “ພື້ນ​ທີ່​ວັດ​ທະ​ນະ​ທຳ​ ຫວຽດ​ນາມ” ໃນຕະຫຼອດ 10 ປີ​ຜ່ານ​ມາ.

ທ່ານ ເລ​ຊວນ​ດິ໋ງ ​ກໍໃຫ້​ຮູ້​ວ່າ ປະຈຸ​ບັນ​ຢູ່​ເຢຍລະ​ມັນ, ມີ​ຊາວ ຫວຽດນາມ ​ນັບເປັນ​ແສນ​ຄົນ​ພວມ​ດຳລົງ​ຊີວິດ ​ແລະ ເຊື່ອມໂຍງກັບ​ປະຊາຊົນຂອງ​ປະ​ເທດ​ປະຈໍາຖິ່ນຢ່າງເປັນມິດ. ​ແຕ່ເຖິງວ່າ​ຢູ່​ບ່ອນ​ໃດ​ກໍ​ຕາມ, ບັນດາຊາວ​ ຫວຽດນາມ ກໍເປັນ “​ລູກພະຍານາຫລານນາງຟ້າ” (ລູກຫຼານຊາວຫງຽດ) ຍັງ​ຄົງ​ຮັກສາ​ສີສັນ, ເສີມຂະຫຍາຍຈິດ​ໃຈ​ວັດທະນະທຳ​ຂອງ​ຊາດ ​ແລະ ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ​ທີ່​ຮັກ​ແພງ. ໃນຕະຫຼອດ 10 ປີຜ່ານມາ, ນອກຈາກ​ກິດຈະກໍາ​ໃນ​ຊຸມ​ຊົນ, “​ພື້ນທີ່ວັດທະນະທຳ​ຫວຽດນາມ” ໂດຍຜ່ານ​ບັນດາບົດ​ເພງທີ່ໄດ້ແຕ່ງເອງ, ແຕ່ງ​ດົນຕີ, ທໍານອງຈັງຫວະເພງພື້ນເມືອງ, ​ເຄື່ອງ​ດົນຕີ​ຊົນ​ເຜົ່າ ແລະ​ ຫຼາຍ​ບົດ​ເພງ, ຈັງຫວະ​ຟ້ອນ, ເຊິ່ງໄດ້ສ້າງ​ເປັນ “ບົດເພງແຫ່ງຄວາມ​ຮັກ” ທີ່ຝາກກັບໄປ​ປະ​ເທດ​ຊາດ ​ຫວຽດນາມ. ​ໃນ​ແຕ່ລະ​ປີ, ​ໃນ​ວັນ​ບຸນ​ປະ​ເພນີ​ແຫ່ງຊາດ, ປີ​ໃໝ່​ ຫວຽດນາມ, ບຸນ​ວັນເພັງເດືອນແປດ ຫລື ງານ​ມະ​ໂຫລານ​ຂອງ​ສະມາຄົມ..., “​ພື້ນທີ່​ວັດທະນະທຳ ​ຫວຽດນາມ” ​ກໍໄດ້​ຈັດ​ຕັ້ງ​ບັນດາ​ກິດຈະກໍາ​ວັດທະນະທຳ​ຕາມ​ຫົວ​ຂໍ້ ​ແລະ ​ກໍໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ບໍ່ອາດ​ລືມ​ໄດ້​ໃນ​ຫົວໃຈຂອງຄົນທີ່ຢູ່ໄກປະເທດຊາດ.

ໂດຍຕາງໜ້າ​ໃຫ້​ສະຖານທູດ​ ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວູກວາງ​ມິງ ​ໄດ້​ຕີ​ລາຄາ​ສູງຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍຂອງ “​ພື້ນທີ່ວັດທະນະທຳ​ຫວຽດນາມ” ​ເຊິ່ງ​ດຶງ​ດູດໄດ້​ຫຼາຍ​ຊັ້ນ​ຄົນ, ສະມາຄົມ​ເຂົ້າ​ຮ່ວມ​ການ​ແລກປ່ຽນ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ຕ່າງປະ​ເທດ​ກັບ​ຝ່າຍ ​ເຢຍລະ​ມັນ.

ຫອມມາລາ

ເຫດການ
302 Found

Found

The document has moved here.