ຫວຽດນາມ - ສະຖານທີ່ລົງທຶນທີ່ປອດໄພ ແລະດູດດື່ມຂອງບັນດາວິສາຫະກິດເຢຍລະມັນ

14:14 | 16/11/2022

ຫວ່າງແລ້ວນີ້, ທີ່ສູນກອງປະຊຸມສາກົນຢູ່ຮ່າໂນ້ຍ, ກອງປະຊຸມໂຕະມົນວິສາຫະກິດ ຫວຽດນາມ-ເຢຍລະມັນ ໄດ້ດໍາເນີນພາຍໃຕ້ການເປັນປະທານຂອງທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Olaf Scholz ນາຍົກລັດຖະມົນຕີເຢຍລະມັນ. ເຂົ້າຮ່ວມກອງປະຊຸມຍັງມີການນໍາຂັ້ນສູງເຢຍລະມັນ ບາງທ່ານ; ການນໍາບາງກະຊວງ, ຂະແໜງການຂອງຫວຽດນາມ ແລະປະຊາຄົມວິສາຫະກິດສອງປະເທດເປັນຈຳນວນຫຼວງຫຼາຍ.

ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz
ການຄົ້ນຄວ້າກ່ຽວກັບການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ AI ຂອງ​ທ່ານ ປະລິນຍາເອກຊາວຫວຽດນາມ ​ໄດ້​ຮັບ​ການຍ້ອງ​ຍໍ​ຊົມ​ເຊີຍ​ຈາກວາລະສານ​ອາ​ເມ​ລິ​ກາ ​ຫຼາຍ​ສະບັບ ການຄົ້ນຄວ້າກ່ຽວກັບການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ AI ຂອງ​ທ່ານ ປະລິນຍາເອກຊາວຫວຽດນາມ ​ໄດ້​ຮັບ​ການຍ້ອງ​ຍໍ​ຊົມ​ເຊີຍ​ຈາກວາລະສານ​ອາ​ເມ​ລິ​ກາ ​ຫຼາຍ​ສະບັບ

ກ່າວຄໍາເຫັນທີ່ເຫດການ, ທ່ານ ຟ້າມມິງຈີ໊ງ ເນັ້ນໜັກວ່າ ພາຍຫຼັງເກືອບ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ຫວຽດນາມ-ເຢຍລະມັນ ໄດ້ສ້າງການພົວພັນຄູ່ຮ່ວມມືຍຸດທະສາດດ້ວຍບັນດາຄວາມຄືບໜ້າ ແລະຂີດໝາຍທີ່ພົ້ນເດັ່ນໃນຫຼາຍຂົງເຂດ: ການເມືອງ, ເສດຖະກິດ, ສັງຄົມ, ສາທາລະນະສຸກ, ການສຶກສາ...

ກອງປະຊຸມໂຕະມົນວິສາຫະກິດ ຫວຽດນາມ-ເຢຍລະມັນ. ພາບ: ສໍານັກຂ່າວສານຫວຽດນາມ.

ເຈາະຈີ້ມບາງທິດທາງໃນການຮ່ວມມືລະຫວ່າງວິສາຫະກິດສອງປະເທດ, ທ່ານ ຟ້າມມິງຈີ໊ງ ສະເໜີວິສາຫະກິດ ແລະບັນດາສະມາຄົມວິສາຫະກິດເຢຍລະມັນ ສະໜັບສະໜູນຢ່າງແຮງເພື່ອໃຫ້ສະພາແຫ່ງຊາດເຢຍລະມັນ ອະນຸມັດຜ່ານສັນຍາ EVIPA ເພື່ອແນໃສ່ສ້າງຂອບເຂດການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນຍາວນານ, ມີສະຖຽນລະພາບ; ຮັບປະກັນປະຕິບັດບັນດາຄໍາໝັ້ນສັນຍາຫັນການຄ້າລະຫວ່າງຫວຽດນາມ ແລະອີຢູ ເປັນເສລີ, ໃນນັ້ນເຢຍລະມັນ ແມ່ນຄູ່ຮ່ວມມືແຖວໜ້າ. ພ້ອມກັນນັ້ນ, ລັດຖະບານ ແລະບັນດາວິສາຫະກິດເຢຍລະມັນ ສືບຕໍ່ໜູນຊ່ວຍຫວຽດນາມ ໃນການຮ່ວມມື ແລະຫັນປ່ຽນເຕັກໂນໂລຢີ; ຄົ້ນຄວ້າ ແລະພັດທະນາ; ສ້າງບັນດາໂຄງການຮ່ວມມືເພື່ອກໍ່ສ້າງ, ຍົກສູງຄຸນນະພາບຊັບພະຍາກອນມະນຸດ; ຫັນປ່ຽນດີຈີຕອນໃຫ້ວິສາຫະກິດຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ສະແດງຄວາມປາດຖະໜາວ່າ ບັນດາວິສາຫະກິດເຢຍລະມັນ ຫັນທິດລົງທຶນເຂົ້າຫວຽດນາມ - ສະຖານທີ່ລົງທຶນທີ່ປອດໄພ ແລະດູດດື່ມດ້ວຍສະຖຽນລະພາບດ້ານການເມືອງ, ສະພາບແວດລ້ອມດໍາເນີນທຸລະກິດທີ່ສະດວກ...

ທ່ານ Olaf Scholz ເນັ້ນໜັກວ່າ ສໍາລັບຫຼາຍບໍລິສັດຂອງເຢຍລະມັນ ແລະເອີລົບ, ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ສໍາຄັນຍ້ອນນອນໃນເຄືອຂ່າຍແລກປ່ຽນການຄ້າ, ສະໜອງວັດຖຸດິບທີ່ອຸດົມສົມບຸນຂອງອາຊີ. ທີ່ກອງປະຊຸມ, ວິສາຫະກິດສອງຝ່າຍໄດ້ແບ່ງປັນວິວັດການພັດທະນາ, ປະກອບສ່ວນໃຫ້ພື້ນຖານເສດຖະກິດແຕ່ລະປະເທດ ກໍ່ຄືຄວາມຕ້ອງການຕົວຈິງຂອງແຕ່ລະວິສາຫະກິດຢູ່ຕະຫຼາດຫວຽດນາມ ແລະເຢຍລະມັນ.

ພາຍຫຼັງກອງປະຊຸມ, ທ່ານ ຟ້າມມິງຈີ໊ງ ໄດ້ເປັນເຈົ້າພາບຈັດງານລ້ຽງຊົມເຊີຍທ່ານ Olaf Scholz ແລະຄະນະຜູ້ແທນຂັ້ນສູງເຢຍລະມັນ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.