ປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນແພດໝໍຫວຽດນາມ ຢູ່ໂຮງໝໍມິດຕະພາບ ຫວຽດນາມ-ເຢຍລະມັນ

09:00 | 28/02/2022

ຕອນບ່າຍວັນທີ 25 ກຸມພາ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 67 ປີແຫ່ງວັນແພດໝໍຫວຽດນາມ ຢູ່ໂຮງໝໍມິດຕະພາບ ຫວຽດນາມ-ເຢຍລະມັນ.

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ - ສິງກະໂປ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ - ສິງກະໂປ
ຫວຽດນາມ ຍາດເອົາແຊັມໃນງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022 ຫວຽດນາມ ຍາດເອົາແຊັມໃນງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022

ຕາງໜ້າການນໍາພັກ, ລັດ, ສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານດີເດັ່ນ, ບັນດາໝາກຜົນອັນໃຫຍ່ຫຼວງທີ່ບັນລຸໄດ້ຂອງຖັນແຖວແພດໝໍ, ນັກວິທະຍາສາດ, ພະນັກງານ, ພາລະກອນຂະແໜງການແພດ ເວົ້າລວມ ແລະໂຮງໝໍມິດຕະພາບຫວຽດນາມ-ເຢຍລະມັນ ເວົ້າສະເພາະ ໃນໄລຍະຜ່ານມາ.

ປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນແພດໝໍຫວຽດນາມ ຢູ່ໂຮງໝໍມິດຕະພາບ ຫວຽດນາມ-ເຢຍລະມັນ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ມອບຊໍ່ດອກໄມ້ອວຍພອນຖັນແຖວແພດໝໍຢູ່ໂຮງໝໍມິດຕະພາບຫວຽດນາມ-ເຢຍລະມັນ. ພາບ: ຢຸຍລິງ.

ປະທານສະພາແຫ່ງຊາດ ຫວັງວ່າ ລະບົບຄົ້ນຄວ້າວິທະຍາສາດ ແລະບໍາລຸງສ້າງຊັບພະຍາກອນຂະແໜງການແພດ ແລະກະຊວງສາທາລະນະສຸກ ພັດທະນາຢ່າງແຮງກວ່າອີກ, ນໍາວຽກງານບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານການແພດ, ພິເສດແມ່ນບໍາລຸງສ້າງແພດໝໍ, ນາງພະຍາບານ, ນາງພະດຸງຄັນ, ພະນັກງານການນໍາ, ຄຸ້ມຄອງ ແລະສະເພາະຂະແໜງໃນຂະແໜງການແພດ ເພື່ອເຊື່ອມໂຍງເຂົ້າກັບສາກົນ ແລະມີຄຸນນະພາບສູງນັບທັງດ້ານວິຊາສະເພາະ ແລະຈັນຍາບັນທາງການແພດ, ພ້ອມດຽວກັນນັ້ນແມ່ນຊຸກຍູ້ການພັດທະນາບັນດາສູນ, ສະຖາບັນຄົ້ນຄວ້າເຕັກໂນໂລຢີລົງເລິກຂະແໜງການແພດ, ເພື່ອໃຫ້ມີຫຼາຍຜະລິດຕະພັນ, ມາດຕະການໃໝ່ແນໃສ່ຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໄດ້ດີກວ່າອີກ, ໃຫ້ແກ່ວຽກງານຮັກສາສຸຂະພາບຂອງປະຊາຊົນໃຫ້ນັບມື້ນັບດີກວ່າອີກ, ທຽບເທົ່າກັບບັນດາປະເທດໃນພາກພື້ນ ແລະບັນດາປະເທດກ້າວໜ້າໃນໂລກ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.