Etienne Mahler (ເຢຍລະມັນ): ປີໃໝ່ຫວຽດນາມ - ມ່ວນຊື່ນ, ຫອມແຊບ ແລະ ຈົ່ງໃຊ້ເຄື່ອງຢາງໜ້ອຍລົງ

09:06 | 02/02/2022

ຍສໝ - “ອົບອຸ່ນ, ມ່ວນຊື່ນ ແລະ ແຊບນົວ” ແມ່ນຄວາມຮູ້ສຶກຂອງ Etienne Mahler (1987), ນັກສຶກສາເຢຍລະມັນ ທີ່ພາກວິຊາຫວຽດນາມວິທະຍາ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ພາຍຫຼັງຫຼາຍປີທີ່ຕ້ອນຮັບວັນບຸນເຕັດປີໃໝ່ພື້ນເມືອງຫວຽດນາມ.

ງານປະກວດຫໍ່ເຂົ້ົ້າຕົ້ົ້ມຂອງຊາວຫວຽດນາມຢູ່ສິງກະໂປ ຢ່າງຟົດຟື້ນ ງານປະກວດຫໍ່ເຂົ້ົ້າຕົ້ົ້ມຂອງຊາວຫວຽດນາມຢູ່ສິງກະໂປ ຢ່າງຟົດຟື້ນ
ສານອວຍພອນປີໃໝ່ຫວຽດນາມ 2019 ຂອງທ່ານ ນາງ ຫງວຽນ ເຟືອງ ງາ ປະທານສະຫະພັນອົງການມິດຕະພາບຫວຽດນາມ ສານອວຍພອນປີໃໝ່ຫວຽດນາມ 2019 ຂອງທ່ານ ນາງ ຫງວຽນ ເຟືອງ ງາ ປະທານສະຫະພັນອົງການມິດຕະພາບຫວຽດນາມ

ໂດຍຕິດພັນກັນ​ຢູ່​ກັບ​ຫວຽດນາມ ​ເປັນ​ເວລາ 7 ກວ່າ​ປີ, ທ້າວ Etienne Mahler ​ໃຫ້​ຮູ້​ວ່າ ສິ່ງ​ທີ່​ປະ​ທັບ​ໃຈ​ທີ່​ສຸດ ​ແມ່ນ​ຄວາມ​ອົບ​ອຸ່ນ ​ແລະ ການ​ຕ້ອນຮັບ​ຂອງ​ເພື່ອນ​ມິດ​ຫວຽດນາມ. ​ເມື່ອ​ຮູ້​ວ່າ Etienne Mahler ພວມຕ້ອນຮັບປີ​ໃໝ່​ປະຈຳ​ຊາດ​ຢູ່​ຫວຽດນາມ, ​ເພື່ອນ​ມິດ​ຫຼາຍ​ຄົນ ​ໄດ້​ເຊີນ​ລາວ​ກັບເມືອ​ບ້ານ​ ເພື່ອ​ສະຫຼອງ​ບຸນ​ເຕັດ. ຈາກ​ນັ້ນ ລາວ ​ແລະ ໝູ່​ເພື່ອນ​ໃນ​ຄອບຄົວ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ອ້ອມ​ກອງ​ໄຟ ​ເພື່ອ​ລໍຖ້າເຂົ້ົ້າຕົ້ົ້ມສຸກ, ​ໄປ​ວັດ, ​ໄປ​ບຸນ​ເຕັດ, ຊິມອາຫານ​ພື້ນ​ເມືອງ​ນຳ​ກັນ... ໂດຍຜ່ານ​ບັນດາ​ການ​ເຄື່ອນ​ໄຫວຕົວຈິງ​ດັ່ງກ່າວ ​ຮ່ວມ​ກັບ​​ຄອບຄົວຂອງໝູ່​ເພື່ອນ ​ໄດ້​ເຮັດ​ໃຫ້ Etienne Mahler ຮູ້ສຶກໄດ້ເຖິງບັນ​ຍາ​ກາດບຸນເຕັດ​ຢູ່​ຫວຽດ​ນາມ​ຢ່າງຄົບຖ້ວນ.

Etienne Mahler (ເຢຍລະມັນ): ປີໃໝ່ຫວຽດນາມ - ມ່ວນຊື່ນ, ຫອມແຊບ ແລະ ຈົ່ງໃຊ້ເຄື່ອງຢາງໜ້ອຍລົງ
Etienne Mahler, ນັກ​ສຶກ​ສາ​ເຢຍ​ລະ​ມັນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ມະ​ນຸດ (ຮ່າ​ໂນ້ຍ).

“ຂ້າ​ພະ​ເຈົ້າ ​ດີ​ໃຈ​ທີ່​ສຸດ​ທີ່​ໄດ້​ສະ​ເຫຼີມ​ສະ​ຫຼອງ​ບຸນ​ເຕັດ​ຢູ່​ຫວຽດ​ນາມ​ ກັບ​ໝູ່​ເພື່ອນ ແລະ ຂ້າ​ພະ​ເຈົ້າ​ກໍ່​ມັກ​ອາ​ຫານ​ວັນບຸນເຕັດ, ພິ​ເສດ​ແມ່ນແນມ​ຈືນ. ແນມມີຂະຫນາດນ້ອຍ ແຕ່ມີສ່ວນປະກອບສົດຫຼາຍ ແລະ ລົດຊາດຂອງມັນບໍ່ມີບ່ອນໃດທຽບໄດ້. ສິ່ງທີ່ເຮັດໃຫ້ຂ້າ​ພະ​ເຈົ້າມັກອາຫານນີ້ເປັນພິເສດເພາະວ່າ ໂດຍຄອບຄົວເຮັດເອງຢູ່ເຮືອນ ດ້ວຍຫຼາຍຂັ້ນຕອນທີ່ຕ້ອງການຄວາມລະມັດລະວັງ ແລະ ຄວາມຊຳນານ” - Etienne Mahler ແບ່ງປັນ.

ພາຍຫຼັງ 4 ປີ​ແຫ່ງ​ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ບຸນປີ​ໃໝ່​ປະຈຳ​ຊາດ ຫວຽດນາມ, ທ້າວ Etienne Mahler ​ໃຫ້​ຮູ້​ວ່າ ສິ່ງ​ທີ່​ລາວມັກທີ່ສຸດ​​ ແມ່ນ​ເບິ່ງ​ຄື​ວ່າທຸກຢ່າງ​ຊ້າ​ລົງ, ທຸກຄົນ​ສຸມ​ໃສ່​ຄອບຄົວ ​ແລະ ສິ່ງ​ດີ​ງາມ. ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຫວຽດນາມ ​ແລະ ​ໂດຍ​ສະ​ເພາະ​ແມ່ນ​ນະຄອນ​ຮ່າ​ໂນ້ຍ ຍາມ​ໃດ​ກໍ່​ມີ​ຄວາມເຄັ່ງຮ້ອນ ​ແລະ ມີ​ຄວາມ​ຫຍຸ້ງວຽກ. ເພາະສະນັ້ນ, ວັນບຸນເຕັດ ແມ່ນເວລາທີ່ດີສໍາລັບທຸກຄົນ ທີ່ຈະເພີດເພີນກັບເວລາທີ່ງຽບສະຫງົບທີ່ຫາຍາກ.

“ສິ່ງໜຶ່ງທີ່ຂ້າພະເຈົ້າຍັງຂ້ອງຄາໃຈ ຄືຂ້າພະເຈົ້າຫວັງວ່າ ທຸກຄົນຈະມີຄວາມເຂັ້ມງວດໃນການນຳໃຊ້ປຼາສະຕິກກວ່າ, ຫວຽດນາມ ໄດ້ບັນລຸຜົນສຳເລັດຫຼາຍຢ່າງໃນຂົງເຂດນີ້, ມີຮ້ານຂາຍເຄື່ອງ ແລະ ຮ້ານອາຫານຫຼາຍແຫ່ງ ໄດ້ຫ້າມນຳເຂົ້າພາດສະຕິກທີ່ໃຊ້ຄັ້ງດຽວ. ​ແຕ່ວ່າ, ມີຫຼາຍຄັ້ງເມື່ອຂ້ອຍສັ່ງອາຫານ ຫຼື ຊື້ເຄື່ອງ, ຂ້ອຍຈະໄດ້ຮັບສິນຄ້າທີ່ຫຸ້ມຫໍ່ຢູ່ໃນກ່ອງພາດສະຕິກ. ຫວຽດນາມ​ມີ​ປະລິມານ​ຂີ້​ເຫຍື້ອ​ປຼາສະຕິກ​ຫຼາຍ​ສົມຄວນ, ສະນັ້ນ ຂ້າພະ​ເຈົ້າຫວັງ​ວ່າ ​ພວກ​ເຮົາ​ຈະ​ສາມາດ​ແກ້​ໄຂ​ບັນຫາ​ນີ້​ໄດ້ ​ແລະ ດຳລົງ​ຊີວິດ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ກວ່ອີີກ”. - Etienne Mahler ກ່າວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.