ຫວຽດ​ນາມ - ເຢຍ​ລະ​ມັນ​ແລກ​ປ່ຽນ​ກ່ຽວ​ກັບ​ມາດ​ຕະ​ການ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ການ​ນຳ​ໃຊ້​ທຶນ ODA.

11:49 | 24/02/2022

ຍ​ສ​ໝ - ວັນ ທີ 21 ກຸມ​ພາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ຫວູກວາງ​ມິງ ໄດ້​ເປັນ​ປ​ະ​ທານ​ການ​ແລ​ກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ການ​ນຳ​ໃຊ້​ທຶນ​ຮ່ວມ​ມື​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ (ODA) ຂອງ ເຢຍ​ລະ​ມັນ.

ຮູບ​ເງົາ “ມ່ຽນກີ໊ອຶກ (ເຂດພາກແຫ່ງຄວາມຊົງຈໍາ)” ຂອງ​ຫວຽດ​ນາມ ເລີ່ມ​ສາຍ​ຢູ່​ເຢຍ​ລະ​ມັນ ຮູບ​ເງົາ “ມ່ຽນກີ໊ອຶກ (ເຂດພາກແຫ່ງຄວາມຊົງຈໍາ)” ຂອງ​ຫວຽດ​ນາມ ເລີ່ມ​ສາຍ​ຢູ່​ເຢຍ​ລະ​ມັນ
ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ຫວຽດ​ນາມ - ເຢຍ​ລະ​ມັນ​ແລກ​ປ່ຽນ​ກ່ຽວ​ກັບ​ມາດ​ຕະ​ການ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ການ​ນຳ​ໃຊ້​ທຶນ ODA.
ການ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: baoquocte.vn)

ທ່​ານ Sebastian Paust ທີ່ປຶກສາ​ຮັບ​ຜິດ​ຊອບ​ການ​ຮ່ວມ​ມື​ພັດ​ທະ​ນາ ສະ​ຖານ​ທູດ ເຢຍ​ລະ​ມັນ ປະ​ຈຳ ຮ່າ​ໂນ້ຍ, ທ່ານ​ນາງ Regina Ecker ຜູ້​ອຳ​ນວຍ​ການ​ອົງ​ການ​ຮ່ວມ​ມື​ພັດ​ທະ​ນາ​ເຢຍ​ລະ​ມັນ (GIZ), ທ່ານ​ນາງ Anette Haller ຜູ້​ອຳ​ນວຍ​ການ​ຫ້ອງ​ການ ຮ່າ​ໂນ້ຍ ຂອງ ທະ​ນາ​ຄານພັດທະນາຄືນໃໝ່ ເຢຍ​ລະ​ມັນ (KfW). GIY ແລະ KfW ແມ​່​ນ​ບັນ​ດາ​ອົງ​ການ​ໂດຍ​ລັດ​ຖະ​ບານ ເຢຍ​ລະ​ມັນ​ມອບ​ສິດ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ພັດ​ທະ​ນາ​ກັບ​ບັນ​ດາ​ປະ​ເທດ, ໃນ​ນັ້ນ​ມີ ຫວຽດ​ນາມ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຫວູກວາງ​ມິງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ແລະ ຕີ​ລາ​ຄາ​ສູງ​ແຫຼ່ງ​ທຶນ ODA ທີ່​ເຢຍ​ລະ​ມັນ​ໜູ​ນ​ຊ່ວຍ​ໃຫ້ ຫວຽດ​ນາມ ໃນຫຼາຍ​ປີ​ຜ່ານ​ມາ, ປະ​ກອບ​ສ່ວນ​ສຳ​ຄັນ​ໃຫ້​ແກ່​ວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຂອງ ຫວຽດ​ນາມ.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຢັ້ງ​ຢືນ​ວ່າ ຝ່າຍ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮັບ​ຟັງ​ບັນ​ດາ​ຄຳ​ເຫັນ​ແບ່ງ​ປັນ​ຂອງ​ຝ່າຍ​ເຢຍ​ລະ​ມັນ ແລະ ມີ​ຄວາມ​ປາດ​ຖະ​ໜາ​ວ່າ ຜ່ານກອງ​ປະ​ຊຸມ, ສອງ​ຝ່າຍ​ຈະ​ປຶກ​ສາ​ຫາ​ລື​ຢ່າງ​ໂດຍ​ກົງ ແລະ ຊອກ​ຫາ​ບັນ​ດ​ມາ​ດ​ຕະ​ການ​ເພື່ອ​ຍົກ​ສູງ​ການ​ນຳ​ໃຊ້​ທຶນ ODA ຂອງ ເຢຍ​ລະ​ມັນ​ຢູ່​ຫວຽດ​ນາມ ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ.

ຜູ້​ຕາງ​ໜ້າ​ຝ່າຍ​ເຢຍ​ລະ​ມັນ ຢັ້ງ​ຢືນ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັ​ນ​ຂອງ ເຢຍ​ລະ​ມັນ​ໃນ​ຂົງ​ເຂດ​ຮ່ວມ​ມື​ພັດ​ທະ​ນາ. ພາຍຫຼັງ​ການ​ຮ່ວມ​ມື​ມາ​ເປັນ​ເວ​ລາ 30 ປີ, ເຢຍ​ລະ​ມັນ​ໄດ້​ສະ​ໜອງ​ທຶນເພື່ອ​ໜູນ​ຊ່ວຍ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ​ ກ່​ວາ 2 ຕື້ USD ໃຫ້​ແກ່ ຫວຽດ​ນາມ.

ບົນ​ພື້ນ​ຖານ​ຕີ​ລາ​ຄາ​ ຫວຽດ​ນາມ ແມ່ນ​ປະ​ເທ​ດ​ນຳ​ໃຊ້​ທຶນ ODA ຂອງເຢຍ​ລະ​ມັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນັບ​ແຕ່​ປີ 2020 ໃນ​ຍຸດ​ທະ​ສາດ​ຮ່ວມມ​ພັດ​ທະ​ນາ​ໃໝ່​ຂອງ​ຕົນ, ເຢຍ​ລະ​ມັນ​ໄດ້​ກຳ​ນົດ​ວ່າ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທົ່ວ​ໂລກ ແລະ ແຜນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ຄື: ພະ​ລັງ​ງານ, ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ກ​ານ​ບຳ​ລຸງ​ສ້າງ​ອາ​ຊີບ.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ລັດ​ຖະ​ບານ​ເຢຍ​ລະ​ມັນ​ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການ​ນຳ​ໃຊ້​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໄດ້​ຍົກ​ອອກ​ມາ​ຢູ່ກອງ​ປະ​ຊຸມ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ແມ່​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຄັ້ງ​ທີ 26 (COP 26) ແລະ ໄລ​ຍະ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.