ໜັງສືພິມເຢຍລະມັນ: ຫວຽດນາມ ພັດທະນາໃນພື້ນຖານທີ່ໝັ້ນຄົງ

11:41 | 04/08/2022

ຍສໝ - ດ້ວຍຫົວຂໍ້ “ພັດທະນາເສດຖະກິດໃນພື້ນຖານທີ່ໝັ້ນຄົງ”, ນັກຂ່າວ Gerhard Feldbauer ມີບົດຂຽນໃນໜັງສືພິມໂລກໄວໜຸ່ມ (Junge Welt) ຂອງເຢຍລະມັນ, ສະບັບອອກວັນທີ 2 ສິງຫາ, ໃນນັ້ນໄດ້ຕີລາຄາລະດັບ ການເຕີບໂຕຢ່າງແຮງຂອງຫວຽດນາມ ໃນ 2 ປີທີ່ເກີດໂລກລະບາດໂຄວິດ - 19, ໃນຂະນະທີ່ການລົງທຶນໂດຍກົງຈາກຕ່າງປະເທດພວມເພີ່ມຂຶ້ນຢ່າງແຮງ.

ໜັງສືພິມເຢຍລະມັນ ຍ້ອງຍໍຊົມເຊີຍຮູບແບບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຂອງຫວຽດນາມ ໜັງສືພິມເຢຍລະມັນ ຍ້ອງຍໍຊົມເຊີຍຮູບແບບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຂອງຫວຽດນາມ
ໜັງສືພິມເຢຍລະມັນ ຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ ໜັງສືພິມເຢຍລະມັນ ຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ

ບົດຂ່າວໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ຜ່ານຜ່າບັນດາຄວາມຫຍຸ້ງຍາກຂອງພື້ນຖານ ເສດກິດໂລກທີ່ເກີດຈາກການປະທະກັນຢູ່ ຢູແກຼນ ໄດ້ເປັນຢ່າງດີ. ຍອດຜະລິດ ຕະພັນພາຍໃນປະເທດ (GDP) ໃນໄຕມາດທີ II/2022 ໄດ້ເພີ່ມຂຶ້ນ 7,72% ...

ດ້ວຍຫົວຂໍ້ “ພັດທະນາເສດຖະກິດໃນພື້ນຖານທີ່ໝັ້ນຄົງ”, ນັກຂ່າວ Gerhard Feldbauer ມີບົດຂຽນໃນໜັງສືພິມໂລກໄວໜຸ່ມ (Junge Welt) ຂອງເຢຍລະມັນ, ສະບັບອອກວັນທີ 2 ສິງຫາ, ໃນນັ້ນໄດ້ຕີລາຄາລະດັບ ການເຕີບໂຕຢ່າງແຮງຂອງຫວຽດນາມ ໃນ 2 ປີທີ່ເກີດໂລກລະບາດໂຄວິດ - 19, ໃນຂະນະທີ່ການລົງທຶນໂດຍກົງຈາກຕ່າງປະເທດພວມເພີ່ມຂຶ້ນຢ່າງແຮງ.

ໜັງສືພິມເຢຍລະມັນ: ຫວຽດນາມ ພັດທະນາໃນພື້ນຖານທີ່ໝັ້ນຄົງ
ໜັງສືພິມເຢຍລະມັນ: ຫວຽດນາມ ພັດທະນາໃນພື້ນຖານທີ່ໝັ້ນຄົງ. ພາບ: TTXVN

ບົດຂ່າວໃຫ້ຮູ້ວ່າ ໃນສະພາບເສດຖະກິດຝ່າຍຕາເວັນຕົກພວມມີສັນຍານຖືກ ຊຸດໂຊມນັ້ນ, ພື້ນຖານເສດຖະກິດ ຫວຽດນາມ ຍັງພັດທະນາຢ່າງແຮງ.

ບົດຂ່າວໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ຜ່ານຜ່າບັນດາຄວາມຫຍຸ້ງຍາກຂອງ ພື້ນຖານເສດກິດໂລກທີ່ເກີດຈາກການປະທະກັນຢູ່ ຢູແກຼນ ໄດ້ເປັນຢ່າງດີ. ຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທີ II/2022 ໄດ້ເພີ່ມຂຶ້ນ 7,72% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ເພີ່ມຂຶ້ນຢ່າງແຮງຈາກຕົວເລກ 5,05% ຂອງໄຕມາດທີ I/2022. ໝາກຜົນທີ່ດີນີ້ສ່ວນຫຼາຍແມ່ນອີງໃສ່ການສົ່ງອອກທີ່ເພີ່ມຂຶ້ນສູງ.

ຕາມທະນາຄານ HSBC ໂດຍໃຫ້ຮູ້ວ່າ: ຫວຽດນາມ ນອນໃນກຸ່ມປະເທດມີການເຕີບໂຕສູງທີ່ສຸດໃນພາກພື້ນ ຍ້ອນແມ່ນໜຶ່ງ ໃນຈຳນວນໜ້ອຍປະເທດໃນໂລກທີ່ຍັງບັນລຸການເຕີບໂຕໃນ 2 ປີຢ່າງລຽນຕິດ ນັບແຕ່ເມື່ອເກີດໂລກລະບາດໂຄວິດ -19. ການລົງທຶນໂດຍກົງຈາກ ຕ່າງປະເທດຂອງ ຫວຽດນາມ ກໍ່ພວມເພີ່ມຂຶ້ນ.

ບູນມີ

ເຫດການ
302 Found

Found

The document has moved here.