ຫວຽດນາມ ແມ່ນເຂດຜະລິດທີ່ສຳຄັນແຖວໜ້າຂອງບັນດານັກລົງທຶນ ເຢຍລະມັນ ແລະ ສະຫະພາບເອີລົບ

11:23 | 03/03/2022

ຕອນບ່າຍວັນທີ 1/3, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານ Kasper Rorsted, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Adidas ເພື່ອປຶກສາຫາລືບັນດາມາດຕະການຊຸກຍູ້ການຜະລິດ ແລະ ການເຄື່ອນໄຫວດຳເນີນທຸລະກິດຂອງ Adidas ຢູ່ຫວຽດນາມ.

Etienne Mahler (ເຢຍລະມັນ): ປີໃໝ່ຫວຽດນາມ - ມ່ວນຊື່ນ, ຫອມແຊບ ແລະ ຈົ່ງໃຊ້ເຄື່ອງຢາງໜ້ອຍລົງ Etienne Mahler (ເຢຍລະມັນ): ປີໃໝ່ຫວຽດນາມ - ມ່ວນຊື່ນ, ຫອມແຊບ ແລະ ຈົ່ງໃຊ້ເຄື່ອງຢາງໜ້ອຍລົງ
ບັນດານັກຮົບເກົ່າ ຊ່ວຍເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ບັນດານັກຮົບເກົ່າ ຊ່ວຍເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ
ຫວຽດນາມ ແມ່ນເຂດຜະລິດທີ່ສຳຄັນແຖວໜ້າຂອງບັນດານັກລົງທຶນ ເຢຍລະມັນ ແລະ ສະຫະພາບເອີລົບ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານ Kasper Rorsted, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Adidas (ພາ​ບ: VGP)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເຊື່ອໝັ້ນວ່າ ກຸ່ມບໍລິສັດ Adidas ຈະສືບຕໍ່ຊຸກຍູ້ການຜະລິດ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ, ໃນນັ້ນສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງກ່ວາອີກໃນຕ່ອງໂສ້ການສະໜອງທົ່ວໂລກຂອງ Adidas.

ທ່ານນາຍົກລັດຖະມົນຕີສະເໜີໃຫ້ ກຸ່ມບໍລິສັດສືບຕໍ່ເສີມຂະຫຍາຍຄວາມຮັບຜິດຊອບຕໍ່ສັງຄົມເປັນຢ່າງດີ, ເອົາໃຈໃສ່ຮັບປະກັນສະຫວັດດີການ ແລະ ເງື່ອນໄຂການເຮັດວຽກທີ່ດີໃຫ້ ຄົນງານ ຫວຽດນາມ; ຫວັງວ່າ Adidas ຈະສືບຕໍ່ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນລະຫວ່າງ ຫວຽດນາມ, ສາທາລະນະລັດ ເຢຍລະມັນ ແລະ ສະຫະພາບເອີລົບ (ອີຢູ).

ສ່ວນທ່ານເລຂາທິການໃຫຍ່ Kasper Rorsted ຕີລາຄາສູງບັນດາຄຳໝັ້ນສັນຍາພັດທະນາແບບຍືນຍົງ, ເຕີບໂຕຂຽວ ແລະ ຫຼຸດຜ່ອນການປ່ອຍອາຍພິດຂອງລັດຖະບານ ຫວຽດນາມ, ຖືວ່າ ຫວຽດນາມ ແມ່ນເຂດຜະລິດທີ່ສຳຄັນແຖວໜ້າຂອງບັນດານັກລົງທຶນ ເຢຍລະມັນ ແລະ ສະຫະພາບເອີລົບ (ອີຢູ). ໃນໄລຍະຈະມາເຖິງ, ກຸ່ມບໍລິສັດ Adidas ຈະສືບຕໍ່ມານະພະຍາຍາມເພື່ອຍາດແຍ່ງກາລະໂອກາດພັດທະນາຢູ່ຫວຽດນາມ.

​vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.