ຍສໝ - ທ່ານ ເຈິ່ງຟອງບິ່ງ ຮອງຫົວໜ້າກົມທ່ອງທ່ຽວ - ກົມໃຫຍ່ທ່ອງທ່ຽວ ໃຫ້ຮູ້ວ່າ: ຫວຽດນາມ ມີບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງ ແລະ ມີຄວາມສາມາດບົ່ມຊ້ອນດຶງດູດນັກທ່ອງທ່ຽວຈາກ ອິນເດຍ, ພິເສດແມ່ນບັນດາຈຸດໝາຍຄື: ຮ່າໂນ້ຍ, ຮະລອງ, ຊາປາ, ເຫວ້, ດ່າໜັງ, ຍາຈາງ, ນະຄອນໂຮ່ຈີມິນ...
ທ່ານຮອງລັດຖະມົນຕີ ດວ່ານວັນຫວຽດ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ APEC ຈົ່ງພ້ອມກັນເພີ່ມທະວີການຮ່ວມມືແລກປ່ຽນ, ແບ່ງປັນບັນດາຂໍ້ກຳນົດໃໝ່ກ່ຽວກັບການເຂົ້າ-ອອກເມືອງ ແລະ ຄຸ້ມຄອງແຂກທ່ອງທ່ຽວຢ່າງປອດໄພ, ທັນການ ແລະ ຖືກຕ້ອງ, ຍູ້ແຮງການສົ່ງເສີມບັນດາບໍລິສັດການບິນ, ບັນດາບໍລິສັດສະໜອງການບໍລິການທ່ອງທ່ຽວມີນະໂຍບາຍຢ່າງມີໄຫວພິບໃຫ້ແກ່ແຂກທ່ອງທ່ຽວທີ່ໃຊ້ການບໍລິການ.
ຍສໝ - ຕອນເຊົ້າວັນທີ 21 ກໍລະກົດ, ຄະນະກຳມະການປະຊາຊົນແຂວງ ລອງອານ ໄດ້ຈັດຕັ້ງລາຍງານ “ເປີດຕົວທູດການສື່ສານ, ສັບປະດາທະນະທຳ - ທ່ອງທ່ຽວ” ປີ 2022.
ຍສໝ - ທ່າອ່ຽງກໍຄ້າຍຄືກັນສຳລັບຈຳນວນການຊອກຫາກ່ຽວກັບການບິນສາກົນ ມາຍັງຫວຽດນາມ. ຕົ້ນເດືອນກໍລະກົດ ປີ 2022, ຈຳນວນການຊອກຫາໄດ້ເພີ່ມຂຶ້ນທົບ 3 ເທົ່າເມື່ອທຽບໃສ່ກັບຈຸດເວລາຕົ້ນເດືອນມີນາ ປີ 2022.
ຍສໝ - ພາຍຫຼັງພະຍາດໂຄວິດ - 19 ໄດ້ຮັບການຄວບຄຸມ, ແຂວງເບັ໊ນແຈ ໄດ້ຄ່ອຍໆຕ້ອນຮັບກະແສຟື້ນຟູເສດຖະກິດ, ໃນນັ້ນການເຄື່ອນໄຫວທ່ອງທ່ຽວຄືບັນລຸໄດ້ກຳລັງຊີວິດໃໝ່, ເຊິ່ງໄດ້ຮັບການຟື້ນຟູໂດຍພື້ນຖານ ແລະ ມີສັນຍານທີ່ດີຂຶ້ນຫຼາຍຢ່າງ.
ຍສໝ - ແຂວງກ໋ວາງນາມມີຫຼາຍກົນໄກໜູນຊ່ວຍ, ສົ່ງເສີມບັນດາວິສາຫະກິດລົງທຶນ, ສ້າງຜະລິດຕະພັນການທ່ອງທ່ຽວໃໝ່ຕາມທິດສີຂຽວ, ເປັນມິດກັບສິ່ງແວດລ້ອມ. ຍ້ອນແນວນັ້ນ, ໃນເບື້ອງຕົ້ນແຂວາງກ໋ວາງນາມກໍດຶງດູດໄດ້ຄວາມສົນໃຈ, ດຶງດູດແຂກທ່ອງທ່ຽວກັບຄືນມາພາຍຫຼັງປິດປະຕູມາເປັນເວລາ 2 ປີຍ້ອນໂລກລະບາດໂຄວິດ - 19.
ຍສໝ - ບັນດາເມືອງ ຕາມເດື່ອງ, ຟອງໂຖ, ທານອວຽນ, ເຕີນອວຽນ ແລະ ນະຄອນລາຍເຈົາ ໄດ້ມີບັນດາການເຄື່ອນໄຫວທີ່ມີເນື້ອໃນອຸດົມສົມບູນ, ດຶງດູດ ແລະ ປະທັບໃຈໃຫ້ແກ່ນັກທ່ອງທ່ຽວ.
ຫວ່າງແລ້ວນີ້, ຢູ່ນະຄອນຝຸກວກ, ຄະນະກຳມະການປະຊາຊົນ ແຂວງກຽນຢາງ ໄດ້ສົມທົບກັບ ສະຖານທູດ ແລະ ສະຖານກົງສູນ ອິນເດຍ ປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມສົ່ງເສີມການທ່ອງທ່ຽວຝຸກວກ ແລະ ອິນເດຍ.
ຍສໝ - ສວນດອກໄມ້ 4 ລະດູ ຊາປາ, ຕະຫຼາດແຫ່ງຄວາມຮັກຊາປາ ສົມທົບກັບວັນບຸນແຄນມົ້ງ, ລາຍການໂຫນສະລິງນຳ້ຕົກຕາດ, ແຂ່ງຂັນປິນພູສາກົນ ແມ່ນບັນດາຜະລິດຕະພັນການທ່ອງທ່ຽວໃໝ່ຂອງແຂວງລາວກາຍ ເພື່ອແນໃສ່ຍູ້ແຮງການດຶງດູດແຂກທ່ອງທ່ຽວ.
ຍສໝ - ພະແນກວັດທະນະທຳ - ກິລາ ແລະ ການທ່ອງທ່ຽວແຂວງບິ່ງເຟືອກ ຫາກໍ່ປະກາດໃຊ້ຖະແຫຼງການກ່ຽວກັບການເປີດປະຕູການທ່ອງທ່ຽວໃນເງື່ອນໄຂປົກກະຕິໃໝ່ໃນບໍລິເວນແຂວງ.
ຍສໝ - ງານບຸນທ່ອງທ່ຽວຮ່າໂນ້ຍ ປີ 2022 ຈະດຳເນີນແຕ່ວັນທີ 13 – 15 ພຶດສະພາ ຢູ່ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ.
ຍສໝ - ປີ 2022, ແຂວງ ເຊີນລາ ສູ້ຊົນຕ້ອນຮັບນັກທ່ອງທ່ຽວ 3,2 ລ້ານເທື່ອຄົນ, ລາຍຮັບຈາກການເຄື່ອນໄຫວທ່ອງທ່ຽວບັນລຸ 2.800 ຕື້ດົ່ງ, ເພີ່ມຂຶ້ນກວ່າ 2.000 ຕື້ດົ່ງ ເມື່ອທຽບໃສ່ປີ 2021.
ຍສໝ - ຄຽງຂ້າງການຮັບໃຊ້ບັນດາການເຄື່ອນໄຫວທາງສາສະໜາໃຫ້ແກ່ປະຊາຊົນແລ້ວ, ສາລາ ກິມເງິນ ກໍ່ແມ່ນສະຖານທີ່ຈັດຕັ້ງບັນດາລາຍການວາງສະແດງ ຫັດຖະກຳພື້ນເມືອງ ແລະ ບັນດາການເຄື່ອນໄຫວວັດທະນະທຳສິລະປະພື້ນເມືອງຫວຽດນາມ.
ຍສໝ - ຕອນບ່າຍວັນທີ 16 ມີນາ, ຖ້ຽວບິນຮອງຮັບນັກທ່ອງທ່ຽວຕ່າງປະເທດກຸ່ມທຳອິດມາເຖິງຫວຽດນາມ ພາຍຫຼັງຈັດຕັ້ງຜັນຂະຫຍາຍການເປີດປະຕູຄືນຕະຫຼາດການທ່ອງທ່ຽວສາກົນນັບແຕ່ວັນທີ 15 ມີນາ ໄດ້ລົງຈອດຢ່າງປອດໄພທີ່ສະໜາມບິນເຕີຍເສີນເຍິດ.
ຍສໝ - ໃນເດືອນມີນານີ້, ບັນດາການເຄື່ອນໄຫວຢູ່ໝູ່ບ້ານວັດທະນະທຳການທ່ອງທ່ຽວບັນດາເຜົ່າຫວຽດນາມ ທີ່ມີຫົວຂໍ້ “ສີຂຽວທີ່ຂ້ອຍຮັກ” ດ້ວຍຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ ແລະ ດຶງດູດໃຈ.
ຈຳນວນແຂກທ່ອງທ່ຽວໄປທ່ຽວ ກຸ່ງເກົ່າ ເຫວ້ ໃນໄລຍະໃກ້ຈະຮອດ ແລະ ຫຼັງບຸນປີໃໝ່ປະຈຳຊາດ ຫວຽດນາມ ໄດ້ເພີ່ມຂຶ້ນສູງ ເມື່ອທຽບໃສ່ປີ 2021 ດ້ວຍກວ່າ 70.000 ເທື່ອຄົນ.
ຍສໝ - ນະຄອນຜັນຂະຫຍາຍເຕັກໂນໂລຢີ ທີ່ເຕົ້າໂຮມຂໍ້ມູນການບໍລິການທ່ອງທ່ຽວ, ກໍ່ສ້າງໂປແກຼມການທ່ອງທ່ຽວອັດສະລິຍະໃນໂທລະສັບມືຖື ປະສົມແຜນທີ່ການທ່ອງທ່ຽວດີຈີຕອນ, ເຂົ້າຮ່ວມການທ່ອງທ່ຽວ ແບບ VR…
ຍສໝ - ຄະນະກຳມະການປະຊາຊົນ ບ່າເຣ້ຍ - ຫວູງເຕົາ ໄດ້ສົມທົບກັບສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ຫາກໍ່ໄຂງານຕະຫຼາດນັດການທ່ອງທ່ຽວແບບທາງໄກ “ພັດທະນາການທ່ອງທ່ຽວບ່າເຣ້ຍ - ຫວູງເຕົາ ປີ 2021”.
ຍສໝ - ພະແນກການທ່ອງທ່ຽວຮ່າໂນ້ຍ ແລະ ລາຍການທ່ອງທ່ຽວ VTV Travel ຂອງສະຖານີໂທລະພາບ ຫວຽດນາມ ໄດ້ຈັດຕັ້ງງານປະກວດຮູບພາບ “ຮ່າໂນ້ຍເປັນຄືແນວນັ້ນ” ເພື່ອແນໃສ່ໂຄສະນາພາບພົດ ແລະ ການທ່ອງທ່ຽວຮ່າໂນ້ຍ.
ຍສໝ - ໃນຕົ້ນປີ 2021, New York Times ໄດ້ປະກາດ 52 ສະຖານທີ່ນັດພົບສຳລັບປີ 2021 ຫຼັງຈາກການຄັດເລືອກ ແລະເກັບກໍາຄວາມຄິດເຫັນປະກອບຂອງຜູ້ອ່ານ ຈາກຫຼາຍກວ່າ 2.000 ຄໍາເຫັນທີ່ແຕກຕ່າງກັນ. ໃນຈຳນວນ 52 ສະຖານທີ່, ມີພຽງ 2 ແຫ່ງໃນອາຊີຕາເວັນອອກສ່ຽງໃຕ້ ຄື ກົນດ໋າວ, ຫວຽດນາມ (ອັນດັບທີ 46) ແລະ Tagaytay, ຟີລິບປິນ (ອັນດັບທີ 42).