ນະ​ຄອນ​ໂຮ່​ຈີ​ມິນ ຜັນ​ຂະ​ຫຍາຍ​ການ​ທ່ອງ​ທ່ຽວ​ແບບ​ອັດ​ສະ​ລິ​ຍະ

07:02 | 31/12/2021

ຍ​ສ​ໝ - ນະ​ຄອນ​ຜັນ​ຂະ​ຫຍາຍ​ເຕັກ​ໂນ​ໂລ​ຢີ ທີ່​ເຕົ້າໂຮມ​ຂໍ້​ມູນ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ, ກໍ່​ສ້າງ​ໂປ​ແກຼມການ​ທ່ອງ​ທ່ຽວ​ອັດ​ສະ​ລິ​ຍະ​ໃນ​ໂທ​ລະ​ສັບ​ມື​ຖື ປະ​ສົມ​ແຜນ​ທີ່​ການ​ທ່ອງ​ທ່ຽວ​ດີ​ຈີ​ຕອນ, ເຂົ້າ​ຮ່ວມ​ການ​ທ່ອງ​ທ່ຽວ ແບບ VR…

ໄຂ​ງານ​ວາງ​ສະ​ແດງ​ການ​ທ່ອງ​ທ່ຽວ​ທາງ​ໄກ “ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ບ່າ​ເຣ​້ຍ - ຫວູງ​ເຕົາ 2021” ໄຂ​ງານ​ວາງ​ສະ​ແດງ​ການ​ທ່ອງ​ທ່ຽວ​ທາງ​ໄກ “ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ບ່າ​ເຣ​້ຍ - ຫວູງ​ເຕົາ 2021”
ປຸກ​ລະ​ດົມ​ງານ​ປະ​ກວດ​ຮູບ​ພາບ​ໂຄ​ສະ​ນາ ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ​ ປຸກ​ລະ​ດົມ​ງານ​ປະ​ກວດ​ຮູບ​ພາບ​ໂຄ​ສະ​ນາ ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ​
ນະ​ຄອນ​ໂຮ່​ຈີ​ມິນ ຜັນ​ຂະ​ຫຍາຍ​ການ​ທ່ອງ​ທ່ຽວ​ແບບ​ອັດ​ສະ​ລິ​ຍະ

ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ​ລົງ​ພຶດ​ຕິ​ກຳຕົ​ວ​ຈິງ​​ໂປ​ແກຼ​ມ ແນະ​ນຳ​ກ່ຽວ​ກັບ​ຮູບ​ພາບ ແລະ ຂໍ້​ມູນ​ (ພາບ: TTXVN)

ນັ້ນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຈຸດ​ສຸມ​ໃນ​ແຜນ​ການ​ຜັນ​ຂະ​ຫຍາຍແຜນ​ຮ່າງ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແບບ​ອັດ​ສະ​ລິ​ຍະ​ໃນ​ບໍ​ລິ​ເວນ​ນະ​ຄອນ ໂຮ່​ຈີ​ມິນ ໄລ​ຍະ 2021 – 2025 ທີ່ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ​ຫາ​ກໍ່​ໄດ້​​ປະ​ກາດ​ໃຊ້.

ນະ​ຄອນ​ຜັນ​ຂະ​ຫຍາຍ​ເຕັກ​ໂນ​ໂລ​ຢີເຕົ້າໂຮມ​ຂໍ້​ມູນ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ, ສ້າງ​ໂປ​ແກຼມ​ການ​ທ່ອງ​ທ່ຽວ​ອັດ​ສະ​ລິ​ຍະ ໃນ​ໂທ​ລະ​ສັບມື​ຖື​ປະ​ສົມແຜນ​ທີ່​ການ​ທ່ອງ​ທ່ຽວ, ການ​ທ່ອງ​ທ່ຽວ VR ແລະ ຂຶ້ນ​ແຜນ​ການ​ທ່ອງ​ທ່ຽວໂດຍ​ກົງ, ສືບ​ຕໍ່​ຜັນ​ຂະ​ຫຍາຍ​ລະ​ບົບ​ໂປ​ແກຼມ​ລ​ະ​ຫັດ QR ໃນຂໍ້​ມູນ​, ແນະ​ນຳ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ, ສ້າງ​ແຜນ​ການ​ຜັນ​ຂະ​ຫຍາຍ​ລະ​ບົບ wifi ສາ​ທາ​ລະ​ນະ, ຜັນ​ຂະ​ຫຍາຍ​ລະ​ບົບ​ການ​ສະ​ໜອງ​ຂໍ້​ມູນ​ປະ​ສົມ​ກັບ​ບັນ​ດາ​ໂຄງ​ການ​ບັນ​ເທິງ​​ສື່ມວນ​ຊົນທີ່ແທ້ຈິງກັບເຕັກ​ໂນ​ໂລ​ຢີ ດ້ານ​ດີ​ຈີ​ຕອນ ຢູ່ ນະ​ຄອນ (City4U).

ໃນ​ໄລ​ຍະ 2021 – 2025, ນະ​ຄອນ​ໂຮ່​ຈີ​ມິນ ຜັນ​ຂະ​ຫຍາ​ຍ​ການສ້າງ​ລະ​ບົບ​ພື້ນ​ຖານ​ຂໍ້​ມູນ​ການ​ບໍ​ລິ​ການ ເພື່ອ​ແນ​ໃສ່​ຫັນ​ເປັນ​ມາດ​ຖານ, ເຕົ້າໂຮມ​ຂໍ້​ມູນ ແລະ ຄຸ້ມ​ຄອງ​ບັນ​ດາ​ກຸ່ມ​ພື້ນ​ຖານ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ບໍ​ລິ​ການ, ສ້າງ​ລະ​ບົບ​ພື້ນ​ຖາ​ນ​ຂໍ້​ມູນ​ແຂກ​ທ່ອງ​ທ່ຽວ ເພື່ອ​ແນ​ໃສ່​ສ້າງ ແລະ ເຕົ້າໂຮມບັນ​ດາ​ມາດ​ຕະ​ການ​​ເກັບ​ກຳ​ພື້ນ​ຖານ​ຂໍ້​ມູນ ກ່ຽວ​ກັບ​ແຂກ​ທ່ອງ​ທ່ຽວ.

ພ້ອມ​ທັງ, ກໍ່​ສ້າງ​ລະ​ບົບ​ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ ເພື່ອ​ແນ​ໃສ່​ພັດ​ທະ​ນາ ແລະ ເຕົ້າໂຮມ​ບັນ​ດາ​ວິ​ທີ​ການຄົບ​ຊຸດ​ບັນ​ດາ​ພາກ​ສ່ວນ​ຮັບ​ໃຊ້​ການ​ຄຸ້ມ​ຄອງ​ແຫ່ງ​ລັດ ກ່ຽວ​ກັບ​ການ​ທ່ອງ​ທ່ຽວ, ສ້າງ​ສູນ​ບໍ​ລິ​ຫານ​ການ​ທ່ອງ​ທ່ຽວ​ແບບ​ອັດ​ສະ​ລິ​ຍະ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.