ປຸກ​ລະ​ດົມ​ງານ​ປະ​ກວດ​ຮູບ​ພາບ​ໂຄ​ສະ​ນາ ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ​

18:07 | 23/12/2021

ຍ​ສ​ໝ - ພະ​ແນກການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ​ແລະ ລາຍການ​ທ່ອງ​ທ່ຽວ VTV Travel ຂອງສະ​ຖາ​ນີ​ໂທ​ລະ​ພາບ ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ປະ​ກວດ​ຮູບ​ພາບ “​ຮ່າ​ໂນ້ຍ​ເປັນຄື​ແນວ​ນັ້ນ” ​ເພື່ອ​ແນ​ໃສ່​ໂຄສະນາ​ພາບ​ພົດ ​ແລະ ການທ່ອງທ່ຽວ​ຮ່າ​ໂນ້ຍ.

ບັນດານາມມະຍົດໂລກສໍາລັບການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2021 ບັນດານາມມະຍົດໂລກສໍາລັບການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2021
ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ - ມົດ​ສະ​ກູ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ - ມົດ​ສະ​ກູ
ປຸກ​ລະ​ດົມ​ງານ​ປະ​ກວດ​ຮູບ​ພາບ​ໂຄ​ສະ​ນາ ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ​
ພາບ​ປະ​ກອບ

ງານ​ປະ​ກວດ​ໄດ້​ເປີດ​ໃຫ້​ຊາວ​ຫວຽດ​ນາມ ແລະ ຊາວ​ຕ່າງ​ປະ​ເທດ​ທີ່​ເຮັດ​ວຽກ ແລະ ອາ​ໄສ​ຢູ່​ຫວຽດ​ນາມ​ທຸກ​ໄວ; ອາດຈະເປັນສ່ວນບຸກຄົນ ຫຼື ເປັນກຸ່ມ. ບັນດາ​ຜູ້​ເຂົ້າ​ຮ່ວມ​ການ​ປະ​ກວດ​ຈະ​ສົ່ງບັນດາ​ຜົນງານຮູບ​ພາບ, ​ເຊິ່ງສາມາດ​ເປັນ​ຮູບ​ແບບ​ດ່ຽວ ຫຼື ຊຸດ​ຮູບ (ຫຼາຍ​ສຸດແມ່ນ 8 ຮູບ) ກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ, ວັດ​ຖຸ, ສິ່ງ​ຂອງ, ຄົນ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ ​ແລະ ການດຳລົງຊີວິດ​ຂອງ​ຮ່າ​ໂນ້ຍ. ໂດຍອາດຈະເປັນ​ຊີ​ວິດ​ປະ​ຈໍາ​ວັນ​ຂອງ​ປະ​ຊາ​ຊົນ​, ທິວ​ທັດ​ທຳ​ມະ​ຊາດ​, ຈຸດ​ check - in ​, ມໍ​ລະ​ດົກໝູ່​ບ້ານ​ຫັດ​ຖະ​ກໍາ​, ອາ​ຫານ​ກ​ານ​ກິນ, ກິດ​ຈະ​ກໍາ​ວັດ​ທະ​ນະ​ທໍາ...

ຄະ​ນະຈັດ​ຕັ້ງ​ຮຽກ​ຮ້ອງ​ໃຫ້​ຮູບ​ພາບທີ່​ເຂົ້າ​ຮ່ວມການ​ປະ​ກວດ​ຕ້ອງ​ໄດ້​ຖ່າຍ​ຢ່າງ​ຊັດ​ເຈນ, ບໍ່ໃຫ້ມີການຕັດຕໍ່, ​​ດັດແປງ​ຈາກສະພາບ ແລະ ທິວ​ທັດຕົວ​ຈິງ​​​. ຮູບພາບບໍ່ໃຫ້ມີໂລໂກ້, ບໍ່ເຄີຍເຂົ້າປະກວດຮູບໃນເວທີອື່ນ.

ຄະ​ນະຈັດ​ຕັ້ງເປີດຮັບພາບເຂົ້າປະກວດຈົນຮອດຕອນທ່ຽງຂອງວັນທີ 22 ທັນວາ 2021. ລາຍການປະກວດຈະລົງໃນ fanpage VTV Travel, ຜູ້ຊົມຈະເລີ່ມລົງຄະແນນສຽງໃນລະຫວ່າງວັນທີ 23 ທັນວາ ຫາ 28 ທັນວາ. ຄະນະຈັດຕັ້ງຈະປະກາດລາງວັນໃນວັນທີ 30 ທັນວາ; ລາງວັນທີ 1 ຈະໄດ້ຮັບ 8 ລ້ານດົ່ງ, ລາງວັນທີ 2 ຈະໄດ້ຮັບ 3 ລ້ານດົ່ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.