ການ​ເຄື່ອນ​ໄຫວ​ເດືອນ​ມີ​ນາ “ສີ​ຂຽວທີ່​ຂ້ອຍຮັກ” ຢູ່​ໝູ່​ບ້ານ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ​ຂອງ​ບັນ​ດາ​ເຜົ່າ​ຫວຽດ​ນາມ

08:34 | 05/03/2022

ຍ​ສ​ໝ - ໃນ​ເດືອນ​ມີ​ນານີ້, ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ໝູ່​ບ້ານ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຫວຽດ​ນາມ ທີ່​ມີ​ຫົວ​ຂໍ້ “ສີ​ຂຽວທີ່​ຂ້ອຍ​ຮັກ” ດ້ວຍຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ອຸ​ດົມ​ສົມ​ບູນ ແລະ ດຶງ​ດູດ​ໃຈ.

ປ່​ຽນ​ແປງ​ໃໝ່​ກົນ​ໄກ, ນະ​ໂຍ​ບາຍ​ໜູນ​ຊ່ວຍ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​​ດອຍ ປ່​ຽນ​ແປງ​ໃໝ່​ກົນ​ໄກ, ນະ​ໂຍ​ບາຍ​ໜູນ​ຊ່ວຍ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​​ດອຍ
ປ່​ຽນ​ແປງ​ໃໝ່​ກົນ​ໄກ, ນະ​ໂຍ​ບາຍ​ໜູນ​ຊ່ວຍ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​​ດອຍ ປ່​ຽນ​ແປງ​ໃໝ່​ກົນ​ໄກ, ນະ​ໂຍ​ບາຍ​ໜູນ​ຊ່ວຍ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​​ດອຍ
ການ​ເຄື່ອນ​ໄຫວ​ເດືອນ​ມີ​ນາ “ສີ​ຂຽວທີ່​ຂ້ອຍຮັກ” ຢູ່​ໝູ່​ບ້ານ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ​ຂອງ​ບັນ​ດາ​ເຜົ່າ​ຫວຽດ​ນາມ
ແຂກ​ທ່ອງ​ທ່ຽວ​ກິນ​ເຫຼົ້າ​ໄຫ​ຢູ່​ວັນ​ບຸນ (ພາບ: bvhttdl.gov.vn)

ມຸ່ງ​ໄປ​ເຖິງ​ເດືອນ​ຊາວ​ໜຸ່ມ, ຢູ່​ໝູ່​ບ້ານ​ໄດ້​ດຳ​ເນີນຫຼາຍ​ການ​ເຄື່ອນ​ໄຫວ​ໃນ​ລະ​ບົບ​ເຫດ​ການ “ວັນ​ບຸນ​ຊາວ​ໜຸ່ມ​ດ້ວຍ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ” ຄື​ຊອກ​ຫາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ, ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ຊາວ​ໜຸ່ມ ແລະ ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່ເຮືອນລວມ​ດ້ວຍ​ຄ​ວາມ​ຮັກ​ຕໍ່​ທະ​ເລ​ໝູ່​ເກາະ​ບ້ານ​ເກີດ​ເມືອງນອນ​ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ແນະ​ນຳ​ບໍ​ລິ​ເວນ​ສັງ​ລວມ​ ເຊິ່ງ​ສະ​ແດ​ງ​ພາບ​ແນະ​ນຳ​ທະ​ເລ​ໝູ່​ເກາະ, ປັບ​ປຸງ, ປະ​ຕິ​ບັດ​ສຳ​ເລັດ 21 ແຜ່ນ​ຫີນ​ອະ​ທິ​ປະ​ໄຕ​ໝູ່​ເກາະ​ເຈື່ອງ​ຊາ…

ນອກ​ຈາກ​ນັ້ນ, ຢູ່​ໝູ່​ບ້ານ​ຍັງ​ມີ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ຄື ​ວາດ​ພາບ​ງານ​ບຸນ​ປະ​ຊຸມ​ປະ​ຊາ​ຄົມ​ຂອງ​ຊົນ​ເຜົ່າ​ເມີ​ນົງ ​ຢູ່​ແຂວງ​ດັກ​ລັກ, ແນະ​ນຳ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ມູນ​ເຊື້ອ​ພາຍ​ຫຼັງ​ງານ​ບຸນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເມີ​ນົງ, ແນະ​ນຳ, ​ສະ​ແດງ​ຄ້ອງ​ຂອງ​ເພື່ອນ​ໜຸ່ມ​ໄຕ​ງວຽນ, ​ສະ​ແດງ ຊວາງ​ໄຕ​ງວຽນ… ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ໜ້າ​ສົນ​ໃຈ​ໃນ​ໂຄງ​ການ​ສະ​ແດງການ​ຮ້ອງ​ເພັງ​ທຳ​ນອງ “ເດືອນ​ມີ​ນາ​ໄຕ​ງວຽນ” ດ້ວຍ​ບັນ​ດາ​ລາຍ​ການ​ກ່ຽວ​ກັບ​ລະ​ດູ​ບານ​ໃໝ່​ຊົນ​ເຜົ່າ, ຍ້ອງ​ຍໍ​ຊົມ​ເຊີຍ​ຄວາມ​ງາ​ມ​ດ້ານ​ທຳມະຊາດ, ວັດ​ທະ​ນະ​ທຳ, ຊາ​ວ​ໄຕ​ງວຽນ​ເມື່ອ​ເດືອນ​ມີ​ນາ​ວຽນ​ມາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.