ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ຈະ​ດຳ​ເນີນ​ໃນ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ຢູ່​ລອງ​ອານ

13:55 | 27/07/2022

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 21 ກໍລະກົດ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ລອງ​ອານ ໄດ້​ຈັດ​ຕັ້ງ​ລາຍ​ງານ “ເປີດ​ຕົວທູດ​ການ​ສື່​ສານ, ສັບ​ປະ​ດາທະ​ນະ​ທຳ - ທ່ອງ​ທ່ຽວ” ປີ 2022.

ຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢູ່​ເຂດ​ຊາຍ​ແດນ​ແຂວງ ເກວ້​ຟອງ ຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢູ່​ເຂດ​ຊາຍ​ແດນ​ແຂວງ ເກວ້​ຟອງ
ຈຳ​ນວນການເຂົ້າ​ຊອກ​ຫາ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ຂອງແຂກ​ທ່ອງ​ທ່ຽວ​ສາ​ກົນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ ຈຳ​ນວນການເຂົ້າ​ຊອກ​ຫາ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ຂອງແຂກ​ທ່ອງ​ທ່ຽວ​ສາ​ກົນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ
ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ຈະ​ດຳ​ເນີນ​ໃນ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ຢູ່​ລອງ​ອານ
ທ່ານ ຟ້າ​ມ​ເຕີນ​ຮ່ວາ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ລອງ​ອານ ໃຫ້​ການ​ຄ​ຕ້ອນ​ຮັບ ນາງງາມ​​ໂລກ 2018-Miss H'hen Nie (ພາບ: TTXVN)

ຄະນະ​ກຳມະການ​ປະຊາຊົນ​ແຂວງ ລອງ​ອານ ​ໄດ້​ເຊື້ອ​ເຊີນ​ນາງ​ງາມ​ ຫວຽດນາມ 2017, Top 5 ນາງງາມ​​ໂລກ 2018-Miss H'hen Nie ​ເປັນ​ທູດ​ຮັບຜິດຊອບ​ວຽກ​ງານ​ສື່ສານ​ຂອງ​ສັບປະດາ​ວັດທະນະທຳ-ທ່ອງ​ທ່ຽວ​ປີ 2022.

ທ່ານ ຟ້າ​ມ​ເຕີນ​ຮ່ວາ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໃຫ້​ຮູ້​ວ່າ: ​ສັບປະດາ​ວັດທະນະທຳ - ທ່ອງ​ທ່ຽວ 2022 ​ແມ່ນ​ເຫດ​ການ​ໃຫຍ່, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ລອງ​ອານ​ໄດ້​ຈັດ​ຕັ້ງ, ເຊິ່ງຈະດຳ​ເນີນ​ແຕ່​ວັນ​ທີ 7-21 ກັນຍາ.

ດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວ ລອງອານ ປອດໄພ, ເປັນມິດ ແລະ ດຶງດູດໃຈ”, ສັບ​ປະ​ດາວັດທະນະທຳ - ທ່ອງທ່ຽວ ລອງອານ 2022 ຈະດຳເນີນໄປດ້ວຍເນື້ອໃນ ແລະ ລາຍການທີ່ອຸດົມສົມບູນ ແລະ ດຶງດູດໃຈຫຼາຍອັນຄື: ພິ​ທີເປີດດ້ວຍຫົວຂໍ້ “ລອງອານ ຄວາມປາດຖະໜາຂອງແມ່ນ້ຳວາມ”; ຖະ​ຫວາຍ​ທູບ​ທຽນ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ວັນ​ແຂວງ ລອງ​ອານ ໄດ້​ຮັບນາມມະຍົດ “​ກ້າ​ຫານ​, ຊື່ສັດ, ຢືດ​ໝັ້ນ, ທົ່ວ​ປວງ​ຊົນ​ຕໍ່​ສູ້​ຕ້ານ​ສັດ​ຕູ” (17 ກັນຍາ 1967 – 17 ກັນຍາ 2022); ງານບຸນຕາມຖະຫນົນ; ງານບຸນອາຫານຕາມທ້ອງຖະໜົນ, ອາ​ຊີບຫັດຖະກຳພື້ນເມືອງ; ງານ​ວາງສະ​ແດງ​ສິນຄ້າ OCOP ຢູ່​ແຂວງ​ລອງ​ອານ ປີ 2022; ສະຖານທີ່ວາງສະແດງການຂຽນຕົວອັກສອນພື້ນເມືອງ ແລະ ການແລກປ່ຽນ​ທຳ​ນອງ​ຮ້ອງ​ເພງ​ເດີນ​ກາ​ຕ່າຍ​ຕື; ການປະກວດ "ນາງງາມແມ່ນ້ໍາວາມ" ໃນປີ 2022...

ຕາມ​ທ່ານ ຟ້າ​ມ​ເຕິ​ນຮ່ວາ ​ແລ້ວ, ການຈັດ​ຕັ້ງ​ສັບປະດາ​ວັດທະນະທຳ - ທ່ອງ​ທ່ຽວ​ປີ 2022 ​ເພື່ອ​ແນ​ໃສ່​ປະກອບສ່ວນ​ພັດທະນາ​ການທ່ອງທ່ຽວ​ລອງ​ອານ. ບັນດາການເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນສ້າງຈຸດພົ້ນເດັ່ນໃຫ້ແກ່ການພັດທະນາການທ່ອງທ່ຽວໃນປີ 2022 ໂດຍຕິດພັນກັບການປົກປັກຮັກສາ ແລະ ສົ່ງເສີມຄຸນຄ່າວັດທະນະທຳ, ປະຫວັດສາດ, ຊັບພະຍາກອນທຳມະຊາດ, ທຳມະຊາດ ແລະ ໝູ່ບ້ານຫັດຖະກຳພື້ນເມືອງຂອງທ້ອງຖິ່ນ.

ລອງ​ອານ ​ໄດ້​ເພີ່ມ​ທະວີ ​ແລະ ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ບັນດາ​ທ່າ​ແຮງ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ ​ເພື່ອ​ດຶງ​ດູດ ​ແລະ ລະດົມ​ແຫຼ່ງກຳລັງ​ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ການທ່ອງທ່ຽວ, ຍົກ​ສູງ​ຄວາມ​ຮັບ​ຮູ້, ຊຸກຍູ້​ການທ່ອງທ່ຽວ, ໜູນ​ຊ່ວຍ​ປະຊາຊົນ​ເຂົ້າ​ຮ່ວມ​ການ​ບໍລິການ​ທ່ອງ​ທ່ຽວ. ຈາກ​ນັ້ນ​, ກໍໄດ້ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ, ດຳ​ເນີນ​ທຸລະ​ກິດ​ທ່ອງ​ທ່ຽວ, ​ໂຮງ​ແຮມ, ໝູ່ບ້ານ​ຫັດຖະກຳ​ພື້ນ​ເມືອງ ​ເພື່ອ​ຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ, ໂຄສະນາ​ບັນດາ​ຍີ່​ຫໍ້ ​ແລະ ຜະລິດ​ຕະພັນ​ໃຫ້​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.