ຈຳ​ນວນການເຂົ້າ​ຊອກ​ຫາ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ຂອງແຂກ​ທ່ອງ​ທ່ຽວ​ສາ​ກົນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

12:44 | 17/07/2022

ຍ​ສ​ໝ - ທ່າ​ອ່ຽງກໍ​ຄ້າຍ​ຄື​ກັນ​​ສຳ​ລັ​ບ​ຈຳນວນການ​ຊອກ​ຫາ​​ກ່ຽວ​ກັບ​ການ​ບິນສາ​ກົນ ມາ​ຍັງ​ຫວຽດ​ນາມ. ຕົ້ນ​ເດືອນ​ກໍ​ລະ​ກົດ ​ປີ 2022, ຈຳ​ນວນ​ການ​ຊອກ​ຫາ​ໄດ້​ເພີ່ມ​ຂຶ້ນ​ທົບ 3 ເທົ່າ​ເມື່ອ​ທຽບ​ໃສ່​ກັບ​ຈຸດ​ເວ​ລາ​ຕົ້ນ​ເດືອນ​ມີ​ນາ ປີ 2022.

ການ​ທ່ອງ​ທ່ຽວຫວຽດ​ນາມ​ ຍາມ​ລະ​ດູ​ແລ້ງ - ກ​ານ​ທ່ອງ​ທ່ຽວ​ທີ່​ເປັນ​ໜ້າ​ລອງ​ໃນ​ຊີ​ວິດ ການ​ທ່ອງ​ທ່ຽວຫວຽດ​ນາມ​ ຍາມ​ລະ​ດູ​ແລ້ງ - ກ​ານ​ທ່ອງ​ທ່ຽວ​ທີ່​ເປັນ​ໜ້າ​ລອງ​ໃນ​ຊີ​ວິດ
ສາມ​ນະ​ຄອນ ຫວຽດ​ນາມ ​ຖືກ​ຈັດ​ເຂົ້າ Top ສະ​ຖານ​ທີ່​ທ່ອງ​ທ່ຽວ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ສາມ​ນະ​ຄອນ ຫວຽດ​ນາມ ​ຖືກ​ຈັດ​ເຂົ້າ Top ສະ​ຖານ​ທີ່​ທ່ອງ​ທ່ຽວ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
ຈຳ​ນວນການເຂົ້າ​ຊອກ​ຫາ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ຂອງແຂກ​ທ່ອງ​ທ່ຽວ​ສາ​ກົນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ
ພາບ​ປະ​ກອບ: baochinhphu.vn

ຕາມ​ຂໍ້​ມູນ​ຈາກ Google ແລ້ວ, ຈຳ​ນວນ​ການ​ເຂົ້າຊອກ​ຫາ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ຂອງແຂກ​ທ່ອງ​ທ່ຽວ​ສາ​ກົນ​ສືບ​ຕໍ່​ເພີ່ມ​​ຂຶ້ນ​ຜ່ານ​ແຕ່​ລະ​ເດືອນ. ຕົ້ນ​ເດືອນ​ມີ​ນາ, ຈຳ​ນວນ​ການ​ເຂົ້າຊອກ​ຫາ​ກ່ຽວ​ກັບ​ບ່ອນ​ພັກ​ເຊົາ​ທ່ອງ​ທ່ຽວ​ແມ່ນ 25 ສະ​ຖານ​ທີ່, ຮອດ​ຕົ້ນ​ເດືອນ​ກໍ​ລະ​ກົດ ບັນ​ລຸ​ກ່​ວາ 100 ສະ​ຖານ​ທີ່.

ທ່າ​ອ່ຽງກໍ​ຄ້າຍ​ຄື​ກັນ​​ສຳ​ລັ​ບ​ຈຳນວນການ​ຊອກ​ຫາ​​ກ່ຽວ​ກັບ​ການ​ບິນສາ​ກົນ ມາ​ຍັງ​ຫວຽດ​ນາມ. ຕົ້ນ​ເດືອນ​ກໍ​ລະ​ກົດ ​ປີ 2022, ຈຳ​ນວນ​ການ​ຊອກ​ຫາ​ໄດ້​ເພີ່ມ​ຂຶ້ນ​ທົບ 3 ເທົ່າ​ເມື່ອ​ທຽບ​ໃສ່​ກັບ​ຈຸດ​ເວ​ລາ​ຕົ້ນ​ເດືອນ​ມີ​ນາ ປີ 2022.

ຕາມ​ການ​ລາຍ​ງານ​ດັດ​ສະ​ຊີ​ກຳ​ລັງ​ຄວາມ​ສາ​ມາດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທົ່ວ​ໂລກ​ປີ 2021 ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ (WEF), ລະ​ດັບ​ການ​ເຕີບ​ໂຕ​ຂອງ​ບັນ​ດາ​ດັດ​ຊະ​ນີ​ກຳ​ລັງ​ຄວາມ​ສາ​ມາດ​ພັດ​ທະ​ນາ​ຂອງ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ສູງ​ຢູ່​ອັນ​ດັບ​ທີ 3 ໂລກ, ໃນ​ນັ້ນ​ມີ 6 ດັດ​ຊະ​ນີ ໄດ້​ຈັດ​ຕັ້ງ​ກຸ່ມ​ແຖວ​ໜ້າ​ທົ່ວ​ໂລກ.

ຫວຽດ​ນາມ ກໍ່​ຢືນ​ຢູ່​ອັນ​ດັບ​ທີ 2 ໃນ​ໂລກ ກ່ຽວ​ກັບ​ລະ​ດັບ​ຄວາມ​ເຊື່ອ​ໝັ້ນ​ໃນ​ການ​ທ່ອງ​ທ່ຽວ​ຜ່າ​ນ​ດັດ​ຊະ​ນີ​ຄວາມ​ເຊື່ອ​ໝັ້ນ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ (Travel Confidence Index) ໂດຍ Booking.com ຫາ​ກໍ່​ປະ​ກາດ. ໂຮ້ຍ​ອານ ​ມີ​ໜ້າ​ໃນ Top 10 ນະ​ຄອນທີ່ເປັນມິດ ແລະ ​ມີ​ຄວາມ​ຮັກ​ແພງ​ແຂກ​ຄົນ​ທີ່​ສຸດ​ໃນ​ໂລກ ປີ 2022 ຂອງ Booking.com…

ສູນ​ຂໍ້​ມູນ​ການ​ທ່ອງ​ທ່ຽວ​ໃຫ້​ຮູ້​ວ່າ, ການ​ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ​ຄືນ​ໃໝ່​ໄດ້​ຊ່ວຍ​ການ​ເຄື່ອນ​ໄຫວ​ຂະ​ແໜງ​ທ່ອງ​ທ່ຽວ​ຟົດຟື້ນ​ຄືນ​ໃໝ່, ສ້າງວຽ​ກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ ແລະ ຊຸກ​ຍູ້​ບັນ​ດາ​ວິ​ສາ​ຫະ​ກິດ ກັບ​ຄືນ​ຕະຫຼາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.