ສົ່ງ​ເສີມ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ອິນ​ເດຍ ແລະ ຫວຽດນາມ

06:56 | 24/08/2022

ຍສໝ - ​ທ່ານ ເຈິ່ງຟອງບິ່ງ ​ຮອງ​ຫົວໜ້າ​ກົມ​ທ່ອງ​ທ່ຽວ - ກົມ​ໃຫຍ່​​ທ່ອງ​ທ່ຽວ​ ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງຫຼາຍແຫ່ງ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ ອິນ​ເດຍ, ພິ​ເສດ​ແມ່ນ​ບັນດາ​ຈຸດໝາຍ​ຄື: ຮ່າ​ໂນ້ຍ, ຮະລອງ, ຊາປາ, ເຫວ້, ດ່າໜັງ, ຍາຈາງ, ນະຄອນໂຮ່ຈີມິນ...

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ
ເປີດ​ກວ້າງ​ກາລະ​ໂອກາດພົບປະ​ແລກປ່ຽນ​ວັດທະນະທຳ ​ແລະ ສິລະ​ປະ​ຂອງ​ອິນ​ເດຍ ຢູ່​ແຂວງ​ວິ້ງ​ຟຸກ ເປີດ​ກວ້າງ​ກາລະ​ໂອກາດພົບປະ​ແລກປ່ຽນ​ວັດທະນະທຳ ​ແລະ ສິລະ​ປະ​ຂອງ​ອິນ​ເດຍ ຢູ່​ແຂວງ​ວິ້ງ​ຟຸກ

ຫວ່າງແລ້ວນີ້, ຢູ່​ສະຖານກົງ​ສູນ​ໃຫຍ່ ອິນ​ເດຍ ປະ​ຈຳ​ນະ​ຄອນ ໂຮ່​ຈີ​ມິນ ​ໄດ້​ຈັດ​ກອງ​ປະຊຸມ​ສົ່ງ​ເສີມ​ການທ່ອງທ່ຽວ​ລະຫວ່າງ ອິນ​ເດຍ ​ແລະ ຫວຽດນາມ.

ສົ່ງ​ເສີມ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ອິນ​ເດຍ ແລະ ຫວຽດນາມ
ສົ່ງ​ເສີມ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ອິນ​ເດຍ ແລະ ຫວຽດນາມ. ພາບ: baoquangnam.vn

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ ຟ້າມວັນຖຸຍ ຮອງ​ຫົວໜ້າກົມ​ໃຫຍ່​​ທ່ອງ​ທ່ຽວ​ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວຫວຽດນາມ) ໃຫ້ຮູ້ວ່າ ອິນ​ເດຍ ຢືນ​ອັນ​ດັບ​ທີ 16 ​ໃນ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່​ມີ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ທ່ຽວ ຫວຽດນາມ. ​ກົງ​ກັນ​ຂ້າມ, ມີ​ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ 50.000 ຄົນ​ເດີນ​ທາງ​ໄປທ່ຽວ​ອິນ​ເດຍ.

ຕາມ​ທ່ານ ເຈິ່ງຟອງບິ່ງ ​ຮອງ​ຫົວໜ້າ​ກົມ​ທ່ອງ​ທ່ຽວ - ກົມ​ໃຫຍ່​​ທ່ອງ​ທ່ຽວ​ ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງຫຼາຍແຫ່ງ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ ອິນ​ເດຍ, ພິ​ເສດ​ແມ່ນ​ບັນດາ​ຈຸດໝາຍ​ຄື: ຮ່າ​ໂນ້ຍ, ຮະລອງ, ຊາປາ, ເຫວ້, ດ່າໜັງ, ຍາຈາງ, ນະຄອນໂຮ່ຈີມິນ...

​ໂດຍມີທັດສະນະ​ດຽວ​ກັນ, ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ເດຍ ປະຈຳ ຫວຽດນາມ Pranay Verma ​ໄດ້​ຮັບ​ຮູ້​ວ່າ: ​ມີ​ແຂກ​ທ່ອງ​ທ່ຽວ ອິນ​ເດຍ ພຽງແຕ່ບໍ່ຮອດ 200.000 ເທື່ອຄົນມາ ຫວຽດນາມ ​ແມ່ນ​ຈຳນວນ​ໜ້ອຍ​ທີ່​ສຸດໃນໄລຍະທີ່ບໍ່ທັນເກີດພະຍາດໂຄວິດ-19, ເຊິ່ງບໍ່​​ສະ​ແດງ​ໃຫ້​ເຫັນ​ຂອບຂະໜາດ​ອັນ​ຄົບ​ຖ້ວນ​ຂອງ​ການ​ພົວພັນ​ລະຫວ່າງສອງປະ​ເທດໄດ້. ຈຳນວນ​ນັກ​ທ່ອງ​ທ່ຽວ​ອິນ​ເດຍ ມາ​ຫວຽດນາມ ອາດ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້ ດ້ວຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ການ​ເຊື່ອມ​ຕໍ່​ສະ​ເພາະ​ລະຫວ່າງ​ສອງ​ຕະຫຼາດ.

ຜູ້ຕາງໜ້າວິສາຫະກິດທ່ອງທ່ຽວຫຼາຍແຫ່ງຄື: Vietravel, TSTtourist, Fiditour – Vietluxtour… ລ້ວນແຕ່ໃຫ້ຂໍ້ສັງເກດວ່າ: ທ່າແຮງຈາກຕະຫຼາດນັກທ່ອງທ່ຽວອິນເດຍ ແມ່ນໃຫຍ່ຫຼວງທີ່ສຸດ.

ບູນມີ

ເຫດການ
302 Found

Found

The document has moved here.