ບິ່ງ​ເຟືອກ​ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ​ໃນ​ເງື່ອນ​ໄຂ​ປົກ​ກະ​ຕິ​ໃໝ່

12:02 | 08/04/2022

ຍ​ສ​ໝ - ພະ​ແນກວັດ​ທະ​ນະ​ທຳ - ກິ​ລາ ແລະ ການ​ທ່ອງ​ທ່ຽວ​ແຂວງ​ບິ່ງ​ເຟືອກ ຫາ​ກໍ່​ປະ​ກາດ​ໃຊ້​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ​ໃນ​ເງື່ອນ​ໄຂ​ປົກ​ກະ​ຕິ​ໃໝ່​ໃນ​ບໍ​ລິ​ເວນແຂວງ.

ງານ​ບຸນ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ປີ 2022 ກະຕຸ້ນ​ການ​ທ່ອງ​ທ່ຽວ​ຢູ່​ນະ​ຄອນຫຼວງ ງານ​ບຸນ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ປີ 2022 ກະຕຸ້ນ​ການ​ທ່ອງ​ທ່ຽວ​ຢູ່​ນະ​ຄອນຫຼວງ
ເຊີນລາ ເປີດ​ການ​ທ່ອງ​ທ່ຽວ​ປອດ​ໄພ​ຄືນ​ໃໝ່​ໃນ​ເງື່ອນ​ໄຂ “ປົກ​ກະ​ຕິ​ໃໝ່” ເຊີນລາ ເປີດ​ການ​ທ່ອງ​ທ່ຽວ​ປອດ​ໄພ​ຄືນ​ໃໝ່​ໃນ​ເງື່ອນ​ໄຂ “ປົກ​ກະ​ຕິ​ໃໝ່”
ບິ່ງ​ເຟືອກ​ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ​ໃນ​ເງື່ອນ​ໄຂ​ປົກ​ກະ​ຕິ​ໃໝ່
ພາບ​ປະ​ກອບ: vhttdlbinhphuoc.gov.vn

ສຳ​ລັບ​ການ​ເຄື່ອນ​ໄຫວທ່ອງ​ທ່ຽວ​ສາ​ກົນ, ພະ​ແນກ​ຮຽກ​ຮ້ອງ​ໃຫ້​ແຂກ​ທ່ອງ​ທ່ຽວ​ມາ​ຫວຽດ​ນາມ ນອກ​ຈາກ​ບັນ​ດາ​ເງື່ອນ​ໄຂ​ມີ​ຜົນກວດ​ເຊື້ອ​ໄວ​ຣັດ SARS-CoV-2ເປັນ​ລົບ, ຖ້າ​ຫາກ​ແຂກ​ທ່ອງ​ທ່ຽວ​ມີ​ອາ​ການ​ຕິດ​ເຊື້ອ​ໂຄວິດ - 19 ຕ້ອງ​ແຈ້ງ​ໃຫ້​ອົງ​ການ​ການ​ແພດ​ດ່ານ​ຊາຍ​ແດນ​ຮັບ​ຊາບ ເພື່ອ​ປະ​ຕິ​ບັດ​ມາດ​ຕະ​ການ​ທາງ​ການ​ແພດ​ຕາມ​ຂໍ້​ກຳ​ນົດ.

ພິ​ເສດ, ແຂກ​ທ່ອງ​ທ່ຽວ​ຕ້ອງ​ມີ​ປະ​ກັນ​ໄພ​ທາງ​ການ​ແພດ ຫຼື​ ປະ​ກັນ​​ໄພ​ການ​ທ່ອງ​ທ່ຽວ​ທີ່​ມີ​ເນື້ອ​ໃນ​ປິ່ນ​ປົ່ວ​ໂຄວິດ - 19 ດ້ວຍ​ລະ​ວົງເງິນປະກັນ​ຢ່າງ​ໜ້ອຍ​ສຸດ​ 10.000 USD.

ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ພາຍ​ໃນ​ເຂດ​ເກີດ​ໂລກ​ລະ​ບາດ​ລະ​ດັບ 1,2 ໄດ້​ຮັບ​ໃຊ້ 100% ສະ​ມັດ​ຕະ​ພາບ.

ບິ່ງ​ເຟືອກ​ພວມ​ຂຸດ​ຄົ້ນ​ບັນ​ດ​າ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ຄື ນ້ຳ​ຕົກ​ຕາດ ເມ​ບາ​ຣ໊າ, ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ບູ​ຢາ​ເມິບ, ຂະ​ແໜງ​ທ່ອງ​ທ່ຽວ​ກ່ຽວ​ກັບ​ແຫຼ່ງ, ປະ​ຫວັດ​ສາດ​ປະ​ຕິ​ວັດ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ​ພິ​ສ​າດ​ຖານ​ທີ່​ໝັ້ນ ຕ່າ​ທຽດ, ການ​ທ່ອງ​ທ່ຽວ​ການ​ຄ້າ​ດ່ານ​ຊາຍ​ແດນ​ສາ​ກົນ ຮ​ວາ​ລື, ດ່ານ​ຊາຍ​ແດນ​ຕ່າ​ວັດ, ດ່ານ​ຊາຍ​ແດນ​ຮ່​ວາງ​ຢ້ຽວ...

ບັນ​ດາ​ເສັ້ນ​ທາງ​ທ່ອງ​ທ່ຽວ​ລະ​ຫວ່າງ​ແຂວງ​ຄື ບິ່ງ​ເຟືອກ - ນະ​ຄອນ​ໂຮ່​ຈີ​ມິນ, ບິ່ງ​ເຟືອກ - ເຂດ​ໄຕ​ງວຽນ ຕາມ​ເສັ້ນ​ທາງ​ໂຮ່​ຈີ​ມິນ - ເສັ້ນ​ທາງຫຼວງເລກທີ 14, ​ເສັ້ນ​ທາງ​ທ່ອງ​ທ່ຽວ​ລະ​ຫວ່າງ​ແຂວງ ບິ່ງ​ເຟືອງ - ດົ່ງ​ນາຍ - ບ່າ​ເຣ້ຍ - ຫວູງ​ເຕົາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.